ທ່ານ ທຣຳ ບໍ່ລົງນາມຮັບຮອງ ຖະແຫລງການ G7 ຢູ່ການາດາ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ກອງປະຊຸມສຸດຍອດຜູ້ນຳກຸ່ມປະເທດອຸດສາຫະກຳຊັ້ນນຳຂອງໂລກ 7 ແຫ່ງ ຫລື G7 ທີ່ເມືອງລາ ມັລເບ ທາງຕາເວັນອອກຂອງການາດາ ເປັນເວລາ 2 ວັນ ສິ້ນສຸດໃນວັນທີ 9 ມິຖຸນານີ ໂດຍອາເມລິກາຖອນຕົວຈາກການສະໜັບສະໜູນປະລິນຍາຮ່ວມຂອງກອງປະຊຸມຄັ້ງນີ້ ເຊິ່ງປະທານາທິບໍດີ ໂດນັນ ທຣຳ ກ່າວເຖິງເລື່ອງທີ່ເກີດຂຶ້ນ ວ່າເປັນເພາະນາຍົກລັດຖະມົນຕີ ຈັສຕິນ ທຣູໂດ ບໍ່ຊື່ສັດ ແລະ ອ່ອນແອ ດ້ວຍການຖະແຫລງຂ່າວລັບຫລັງທ່ານວ່າ: “ກຳແພງພາສີຂອງອາເມລິກາຄືການດູໝິ່ນ” ແລະ ອີກທັງຍັງຕຳໜິວ່າທ່ານ “ບໍ່ໃຫ້ກຽດ” ອີກຝ່າຍ.
President Trump calls Canadian Prime Minister Justin Trudeau "very dishonest and weak," accusing him of making "false statements" and says the US won't sign the G7 joint statement https://t.co/xOAwJabwxj pic.twitter.com/2RNHXAnBik
— CNN International (@cnni) June 10, 2018
ຜູ້ນຳອາເມລິກາກ່າວອີກວ່າ: ກຳແພງພາສີເຫລັກ ແລະ ອາລູມີນຽມຂອງອາເມລິກາ ຄືມາດຕະການຕອບໂຕ້ການທີ່ລັດຖະບານອອດຕາວາເກັບພາສີຜະລິດຕະພັນນົມຂອງອາເມລິກາສູງເຖິງ 270% ເຊິ່ງເປັນການເອົາປຽບກະສິກອນຂອງອາເມລິກາ ແລະ ທ່ານ ທຣຳ ຍັງກ່າວວ່າ: ທ່ານກຳລັງພິຈາລະນາຕັ້ງກຳແພງພາສີລົດຍົນ ເຊິ່ງຫລັ່ງຫລັງເຂົ້າສູ່ຕະຫລາດຂອງອາເມລິກາຢ່າງເອົາປຽບ.
ເຖິງຢ່າງໃດກໍຕາມ, ວາລະສຳຄັນຂອງປະລິນຍາກອງປະຊຸມ G7 ຄັ້ງນີ້ ຍັງລະບຸວ່າ: ຜູ້ນຳຂອງອາເມລິກາ, ການາດາ, ສະຫະຣາຊະອານາຈັກ, ຝຣັ່ງ, ອີຕາລີ, ເຢຍລະມັນ ແລະ ຍີ່ປຸ່ນ ເຫັນພ້ອມເຖິງຄວາມຈຳເປັນຂອງການຂັບເຄື່ອນນະໂຍບາຍການຄ້າທີ່ “ເສລີ ຍຸຕິທຳ ແລະ ເພື່ອຜົນປະໂຫຍດຮ່ວມກັນ” ແລະ ເນັ້ນເຖິງຄວາມສຳຄັນຂອງການຕໍ່ຕ້ານການປົກປ້ອງທາງການຄ້າ, ການຫລຸດກຳແພງພາສີ ແລະ ມາດຕະການອຸດໜູນຢ່າງບໍ່ເປັນທຳ.

