ບຣາຊິນສັ່ງຂັບໄລ່ອຸປະທູດເວເນຊູເອລາ ຕອບໂຕ້ທີ່ຖືກຂັບໄລ່ເອກອັກຄະລັດຖະທູດ

ບຣາຊິນປະກາດໃຫ້ອຸປະທູດເວເນຊູເອລາເປັນບຸກຄົນທີ່ບໍ່ເພິ່ງປາຖະໜາ ແລະ ຕ້ອງອອກນອກປະເທດໂດຍທັນທີ ເພື່ອຕອບໂຕ້ທີ່ຖືກເວເນຊູເອລາຂັບໄລ່ເອກອັກຄະລັດຖະທູດບຣາຊິນອອກນອກປະເທດ.
ໂຄສົກກະຊວງຕ່າງປະເທດບຣາຊິນ ກ່າວວ່າ: ລັດຖະບານປະກາດໃຫ້ທ່ານ ເກຣາໂດ ເດລກາໂດ ອຸປະທູດເວເນຊູເອລາ ເປັນບຸກຄົນທີ່ບໍ່ເພິ່ງປາຖະໜາ ເຊິ່ງໝາຍຄວາມວ່າ: ຈະຕ້ອງອອກນອກປະເທດ ຖືເປັນມາດຕະການທີ່ມີຜົນທັນທີ, ຫລັງຈາກວັນທີ 23 ທັນວາ ເວເນຊູເອລາໄດ້ປະກາດໃຫ້ທ່ານ ຣຸຍ ເປເຣຣາ ເອກອັກຄະລັດຖະທູດບຣາຊິນ ເປັນບຸກຄົນທີ່ບໍ່ເພິ່ງປາຖະໜາ ເນື່ອງຈາກເວເນຊູເອລາຖືວ່າລັດຖະບານປະທານາທິບໍດີ ມີເຊລ ເຕເມ ຂອງບຣາຊິນ ທີ່ຂຶ້ນມາແທນທ່ານນາງ ດິລມາ ຣຸຟເຊຟ ທີ່ຖືກຖອດຖອນຈາກຕຳແໜ່ງໃນປີກ່ອນເປັນລັດຖະບານບໍ່ຖືກຕາມກົດໝາຍ.
ນອກຈາກນີ້ ເວເນຊູເອລາ ຍັງໄດ້ຂັບໄລ່ອຸປະທູດການາດາ ເຮັດໃຫ້ການາດາປະກາດໃນວັນທີ 25 ທັນວາວ່າ: ຈະຂັບໄລ່ເອກອັກຄະລັດຖະທູດ ແລະ ອຸປະທູດເວເນຊູເອລາເຊັ່ນກັນ. ການາດາ, ອາເມລິກາ, ເອີຣົບ ແລະ ຫລາຍປະເທດໃນອາເມລິກາລາຕິນປະນາມລັດຖະບານປະທານາທິບໍດີ ນິໂກລັສ ມາດູໂຣ ຂອງເວເນຊູເອລາວ່າ: ຢຽບຢ້ຳປະຊາທິປະໄຕ ແລະ ສິດທິມະນຸດຈາກການປາບປາມຝ່າຍຄ້ານ ແລະ ເພີ່ມການຍຶດຄອງອຳນາດ.

