ສົ່ງເສີມກິລາເຕະບານເຍົາວະຊົນເພື່ອກາຍເປັນທີມຊາດໃນອະນາຄົດ

ໂດຍ: ທິດກໍ່າ
ນັບແຕ່ທີມເຕະບານເຍົາວະຊົນລາວ WIG NAGA ຮຸ່ນອາຍຸບໍ່ເກີນ 13 ປີ ໄດ້ໄປຮ່ວມແຂ່ງຂັນເຕະບານນາໆຊາດໃນລາຍການ IBER CUP 2025 ທີ່ປະເທດປ໋ອກຕຸຍການແລ້ວສາມາດສ້າງປະຫວັດສາດຍາດໄດ້ແຊ້ມໃນລາຍການດັ່ງກ່າວ ເຫັນວ່າບັນຍາກາດວົງການກິລາເຕະບານເຍົາວະຊົນບ້ານເຮົາມີຄວາມຄຶກຄັກໂດດເດັ່ນຄືນມາອີກຄັ້ງ ອັນສາເຫດກໍຍ້ອນວ່າຫລັງຕໍ່ມາບໍ່ພໍເທົ່າໃດວັນກໍມີທີມເຕະບານເຍົາວະຊົນລາວອີກຫລາຍທີມໄດ້ເດີນທາງໄປຮ່ວມແຂ່ງຂັນໃນຫລາຍລາຍການທີ່ຕ່າງປະເທດເຊັ່ນ: ເຍົາວະຊົນຈາກ Bay Savanh FC U-12 ໄດ້ໄປຮ່ວມແຂ່ງຂັນເຕະບານນາໆຊາດ COPANAKA 2025 ທີ່ຈັງຫວັດຊຽງໃໝ່ ທີ່ປະເທດໄທ.
ນອກຈາກນັ້ນ ກໍມີຮຸ່ນອາຍຸບໍ່ເກີນ 10 ປີຈາກ BaySavanh ໄດ້ໄປຮ່ວມແຂ່ງຂັນເຕະບານລະດັບນາໆຊາດໃນລາຍການ Happy Border Cup 2025 ທີ່ເມືອງຫລິນຊາງ ແຂວງຢຸນນານ ສປ. ຈີນ ກໍສາມາດຍາດໄດ້ແຊ້ມ ອັນເປັນການສ້າງຊື່ສຽງໃຫ້ສະໂມສອນຂອງຕົນ ແລະ ປະເທດຊາດຢ່າງພາກພູມໃຈ. ນີ້ກໍສະແດງໃຫ້ເຫັນວ່າມາຮອດປັດຈຸບັນປະເພດກິລາບານເຕະເຍົາວະຊົນລາວພວມຄຶກຄັກມາແຮງ ທັງສ້າງຊື່ສຽງໃຫ້ຕົນເອງ ແລະ ປະເທດຊາດຢ່າງໜ້າຊົມຊື່ນຍິນດີ.
ແນວໃດກໍຕາມ, ເມື່ອເອີ່ຍເຖິງປະເພດກິລາບານເຕະເຍົາວະຊົນໃນແຕ່ລະຮຸ່ນໃນປະເທດເຮົາປັດຈຸບັນ ໄດ້ມີຫລາຍສະໂມສອນໄດ້ຮັບການສ້າງຕັ້ງຂຶ້ນໃນທົ່ວປະເທດ ໃນນີ້ກໍມີທັງຢູ່ສູນກາງ ແລະ ທ້ອງຖິ່ນ, ທັງພາກລັດ ແລະ ເອກະຊົນ ໂດຍສະເພາະໃນໄລຍະສາມສີ່ປີມານີ້ ໄດ້ມີຫລາຍສະໂມສອນໄດ້ມີການພັດທະນາຢ່າງໂດດເດັ່ນ ເຊິ່ງໜຶ່ງໃນຕົ້ນແບບນັ້ນກໍຄືສະໂມສອນກິລາບານເຕະເຍົາວະຊົນ WIG NAGA ແລະ Bay Savanh ທີ່ພວມມາແຮງສາມາດເດີນທາງໄປແຂ່ງຂັນທີ່ຕ່າງປະເທດ. ຄາດວ່າໃນອະນາຄົດຕໍ່ໜ້າອາດຈະຍັງມີອີກຫລາຍໆທີມ ແລະ ຫລາຍສະໂມສອນປາກົດຕົວໂດດເດັ່ນ ທັງຢູ່ພາຍໃນ ແລະ ຕ່າງປະເທດ.
ຢ່າງໃດກໍດີ, ເພື່ອເຮັດໃຫ້ກິລາບານເຕະເຍົາວະຊົນລາວເຮົາກາຍເປັນທີມຊາດຊຸດໃຫຍ່ທີ່ເກັ່ງ ແລະ ແຂງແກ່ນໃນອະນາຄົດ ພວກເຮົາຕ້ອງໄດ້ພ້ອມກັນສົ່ງເສີມສ້າງເຂົາຕັ້ງແຕ່ຕອນຍັງນ້ອຍ ເພາະເຂົາຈະກາຍເປັນນັກກິລາທີມຊາດຊຸດໃຫຍ່ໃນອະນາຄົດ.
ໃນໂອກາດຄະນະນັກກິລາເຕະບານເຍົາວະຊົນ WIG NAGA ໄດ້ເຂົ້າພົບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຄັ້ງວັນທີ 18 ກໍລະກົດ 2025 ຜ່ານມາ ທ່ານໄດ້ມີຄໍາເຫັນຊີ້ນໍາບາງຕອນວ່າ: ໃຫ້ຄະນະນໍາສືບຕໍ່ສະໜັບສະໜູນນັກກິລາເຍົາວະຊົນຊຸດນີ້ໃຫ້ມີການຝຶກແອບຝຶກຊ້ອມຢ່າງເປັນລະບົບຕໍ່ເນື່ອງ, ໃຫ້ມີການພັດທະນາດ້ານເຕັກນິກ, ຍຸດທະວິທີໃຫ້ກາຍເປັນທີມຊາດໃນອະນາຄົດ, ຊອກຫາແຫລ່ງທຶນຈາກບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທາງສັງຄົມມາຊ່ວຍເຫລືອໃນເວລາຝຶກຊ້ອມ, ພ້ອມດ້ວຍທຶນການສຶກສາຂອງນັກກິລາ, ເນັ້ນການປະຕິບັດລະບຽບວິໄນຂອງທີມທີ່ມີຢູ່ແລ້ວໃຫ້ເຂັ້ມງວດ ມີການພົວພັນຮ່ວມມືກັບອົງການຈັດຕັ້ງທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງເງື່ອນໄຂໃຫ້ນັກກິລາບານເຕະຊຸດນີ້ໄດ້ໄປແຂ່ງຂັນໃຫ້ກັບສະໂມສອນທີ່ມີຄວາມຕ້ອງການ ເພື່ອພັດທະນານັກກິລາໃຫ້ໄດ້ລະດັບມາດຕະຖານສາກົນກາຍເປັນນັກກິລາອາຊີບທີ່ເກັ່ງ ແລະ ຍືນຍົງ.
ນອກຈາກນັ້ນ ກໍຖ່າຍທອດຄວາມຮູ້ປະສົບການ ແລະ ເຕັກນິກດ້ານຕ່າງໆໃຫ້ແກ່ສະໂມສອນອື່ນທີ່ມີຄວາມສົນໃຈຢາກມາຖອດຖອນແລກປ່ຽນບົດຮຽນ ແລະ ປະສົບປະການນໍາ. ສືບຕໍ່ພັດທະນາກິລາບານເຕະຢູ່ລາວເຮົາໃຫ້ກວ້າງຂວາງ ແລະ ເປັນຂະບວນຟົດຟື້ນ ປະກອບສ່ວນໃນການພັດທະນາຄົນລາວຮຸ່ນສືບທອດໃຫ້ໄດ້ຕາມ 3 ລັກສະນະ ແລະ 5 ຫລັກມູນການສຶກສາ ຄືດ້ານກາຍະສຶກສາໃຫ້ດີຂຶ້ນເລື້ອຍໆ, ປະຕິບັດໄດ້ຕາມການຊີ້ນໍາຂອງຜູ້ນໍາໄດ້ຊໍ່ານີ້ກໍຖືວ່າຂັ້ນສຸດຍອດແລ້ວ.

