ມອບ-ຮັບໜ້າທີ່ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫົວພັນ.

  ພິທີມອບ-ຮັບໜ້າທີ່ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຫົວພັນລະຫວ່າງທ່ານ ຄຳສິງ ລາດດາວົງ ຫົວໜ້າຜູ້ເກົ່າ ທີ່ອອກພັກຜ່ອນຮັບເບ້ຍບຳນານຕາມນະໂຍ ບາຍ ແລະ ທ່ານນາງ ໝັ້ນ ເພັງຄະຕິຍະ ຫົວໜ້າຜູ້ໃໝ່ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຕາມຂໍ້ຕົກລົງຂອງເຈົ້າແຂວງຫົວພັນ.

  ໃນໂອກາດນີ້, ທ່ານປະທານແນວລາວສ້າງຊາດແຂວງ, ໄດ້ຕາງໜ້າອົງການປົກຄອງແຂວງຂຶ້ນມີຄໍາເຫັນຕໍ່ພິທີ, ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຫົວໜ້າ ຖວທ ຜູ້ເກົ່າຍາດມາໄດ້, ພ້ອມທັງຮຽກຮ້ອງໃຫ້ຫົວໜ້າຜູ້ໃໝ່ ແລະ ໝູ່ຄະນະ, ພ້ອມດ້ວຍພະນັກງານມີຄວາມສາມັກຄີຮັກແພງໜັກແໜ້ນກວ່າເກົ່າ, ຊ່ວຍເຫລືອເຊິ່ງກັນ ແລະ ກັນໃນການປະຕິບັດໜ້າທີ່ວຽກງານ, ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີ, ໂດຍສະເພາະເພີ່ມທະວີການຊີ້ນຳການຄຸ້ມຄອງວຽກງານສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວພາຍໃນແຂວງໃຫ້ມີປະສິດທິຜົນກວ່າເກົ່າ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ