ເລບານອນ ປະກາດພາວະສຸກເສີນໃນນະຄອນຫຼວງ ເບຣູດ

ຂ່າວຕ່າງປະເທດໃຫ້ຮູ້ວັນທີ 5 ສິງຫານີ້ວ່າ: ລັດຖະບານເລບານອນໄດ້ປະກາດພາວະສຸກເສີນຢູ່ໃນນະຄອນ ເບຣູດ ເປັນເວລາ 2 ອາທິດ, ພາຍຫຼັງທີ່ມີການລະເບີດຄັ້ງໃຫ່ຍໃນວັນທີ 4 ສິງຫາ, ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບເປັນຈຳນວນຫຼວງຫຼາຍ.

ພ້ອມດຽວກັນນັ້ນ, ລັດຖະບານຍັງໄດ້ກັກຕົວບັນດາເຈົ້າໜ້າທີ່ທີ່ເຮັດວຽກຢູ່ໃນທ່າເຮືອ ເບຣູດ ໄວ້ເພື່ອສືບສວນສອບສວນ ໃນການລະເບີດຄັ້ງໃຫ່ຍເທື່ອນີ້, ເປັນຫຍັງຈຶ່ງປະໃຫ້ທາດ Amoni Nitrat ຈຳນວນຫຼວງຫຼາຍບັນຈຸໄວ້ໃນສາງດັ່ງກ່າວເປັນເວລາຫຼາຍປີຜ່ານມາ.

ໜັງສືພິມ Guardien ໃຫ້ຮູ້ວ່າ: ລັດຖະບານເລບານອນ ໄດ້ອະນຸມັດງົບປະມານ 100 ຕຶ້(ເງິນເລບານອນ) ເພື່ອຟື້ນຟູການເສຍຫາຍຈາກການລະເບີດຄັ້ງນີ້.

ຂ່າວ: ລູກເມືອງພວນ