ກອງກວດກາອາຫານ ແລະ ຢາ ກວດພົບຢາພື້ນເມືອງ ທີ່ບໍ່ຮັບປະກັນທາງດ້ານຄຸນນະພາບ

ວັນທີ 11 ກໍລະກົດ 2025 ນີ້, ກອງກວດກາອາຫານ ແລະ ຢາ ລາຍງານວ່າ: ວັນທີ 3 ກໍລະກົດ 2025 ເຈົ້າໜ້າທີ່ ກອງກວດກາອາຫານ ແລະ ຢາ ໄດ້ສົມທົບກັບເຈົ້າໜ້າທີ່ຕຳຫລວດ ລົງຕິດຕາມສະຖານທີ່ຈຳໜ່າຍຢາພື້ນເມືອງ 2 ແຫ່ງ, ພົບເຫັນບາງບັນຫາທີ່ບໍ່ສອດຄ່ອງກັບກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດຄື:
– ສະຖານທີ່ຈຳໜ່າຍຢາບໍ່ໄດ້ຮັບອະນຸຍາດ
– ບໍ່ມີໃບທະບຽນວິຊາຊີບເພສັດຊະກຳ
– ຢາບໍ່ໄດ້ຂຶ້ນທະບຽນ
– ບໍ່ມີໃບອະນຸຍາດນຳເຂົ້າ ແລະ ລັກລອບນຳເຂົ້າ
– ບໍ່ໄດ້ຮັບການກວດກາຈາກເຈົ້າໜ້າທີ່ ອຢ ປະຈຳດ່ານ
ເຈົ້າໜ້າທີ່ເຫັນວ່າຢາດັ່ງກ່າວເປັນຢາທີ່ບໍ່ຮັບປະກັນທາງດ້ານຄຸນນະພາບ ຈຶ່ງໄດ້ອາຢັດຢາດັ່ງກ່າວມາໄວ້ຢູ່ ກອງກວດກາອາຫານ ແລະ ຢາ ພ້ອມທັງເຊີນເຈົ້າຂອງຜະລິດຕະພັນຢາ ມາປະຕິບັດມາດຕະການຕາມກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ.
ທີ່ມາ: ກອງກວດກາອາຫານ ແລະ ຢາ

