ລມຕ ກະຊວງສາທາ ລົງກວດກາຄວາມພ້ອມຂອງໂຮງໝໍມິດຕະພາບ 150 ຕຽງ ເພື່ອຮັບມື


ລັດຖະບານລາວໄດ້ກໍານົດເອົາບັນດາໂຮງໝໍສູນກາງ
ເປັນບ່ອນຮັງຮັບ ແລະ ປິ່ນປົວ ຖ້າຫາກມີກໍລະນີພົບຜູ້ຕິດເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່
(Novel Corona Virus). ດັ່ງນັ້ນ, ໃນວັນທີ 6 ກຸມພາ
ນີ້, ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ລົງຕິດຕາມກວດກາຄວາມພ້ອມຮັບມືກ່ຽວກັບເຊື້ອພະຍາດດັ່ງກ່າວ
ຢູ່ທີ່ໂຮງໝໍມິດຕະພາບ (150 ຕຽງ). ຊຶ່ງທ່ານ
ຄໍາສະໜອງ ທອງສະນະ ຜູ້ອໍານວຍການໂຮງໝໍດັ່ງກ່າວ ໄດ້ລາຍລາຍງານສະພາບລວມ
ໃນການກະກຽມເງື່ອນໄຂຕ່າງໆຂອງໂຮງໝໍ ວ່າ: ປັດຈຸບັນທາງໂຮງໝໍໄດ້ສຸມໃສ່ ກະກຽມສະຖານທີ່,
ໂດຍໄດ້ເອົາຕຶກແຍກປ່ຽວຂອງໂຮງໝໍເປັນຫ້ອງຕິດຕາມ ແລະ ປິ່ນປົວ ຊຶ່ງລວມມີທັງໝົດ 10 ຫ້ອງ
ແລະ ໄດ້ມີການຝຶກອົບອົບບຸກຄະລາກອນ ກ່ຽວກັບການນໍາໃຊ້ອຸປະກອນເຄື່ອງມື, ວິທີການນໍາໃຊ້ຊຸດປ້ອງກັນ
ແລະ ໄດ້ກຽມຄວາມພ້ອມດ້ານອຸປະກອບການແພດຂັ້ນພື້ນຖານ ແລະ ອື່ນໆເສັດສົມບູນແລ້ວ 100%.
ສ່ວນສິ່ງທີ່ຍັງຕ້ອງການຫຼາຍຄື ຊຸດປ້ອງກັນເຊື້ອພະຍາດດັ່ງກ່າວ, ປັດຈຸບັນມີພຽງ 600
ກວ່າຊຸດ. ທ່ານອໍານວຍການໃຫ້ຮູ້ອີກວ່າ: ຊຶ່ງຜ່ານມານີ້ໄດ້ມີກໍລະນີທີ່ສົງໄສເຂົ້າມາຕິດຕາມອາການທັງໝົດ
12 ກໍລະນີ, ໃນນັ້ນມີ (ຄົນລາວ 9 ກໍລະນີ ແລະ ຄົນຈີນ 3 ຄົນ),
ຫຼັງຈາກກວດພໍບໍ່ພົບເຊື້ອກໍໃຫ້ກັບບ້ານ ແລະ ໃນປັດຈຸບັນກໍາລັງຕາມຕິດຢູ່ 2 ກໍລະນີ.


ໃນໂອກາດນີ້, ທ່ານ ບຸນກອງ ສີຫາວົງ ໄດ້ເນັ້ນວ່າ: ຖ້າບຸກຄົນໃດມີຄວາມສົງໄສທີ່ເຂົ້າກັບນິຍາມ ເຊັ່ນ: ມີອາການໄຂ້, ໄອ, ຫາຍໃຈຝືດ ແລະ ເຈັບຫົວ ໃຫ້ໄປພົບແພດໝໍ ເພື່ອຕິດຕາມອາການ ແລະ ຮັບການປິ່ນປົວທັນທີ. ພ້ອມໄດ້ແນະນໍາໃຫ້ໂຮງໝໍດັ່ງກ່າວ ເພີ່ມທະວີກະກຽມຄວາມພ້ອມໃຫ້ດີທີ່ສຸດນັບທັງເຄື່ອງມືການແພດ, ຢາປິ່ນປົວພະຍາດທີ່ຈໍາເປັນ ແລະ ຄວາມຮູ້ຄວາມສາມາດ, ພ້ອມດ້ວຍຈັນຍາບັນຂອງແພດໝໍໃນການບໍລິການຄົນເຈັບຜູ້ເຂົ້າມາໃຊ້ບໍລິການໃຫ້ມີຄຸນນະພາບດີຂຶ້ນ.


