ຈົ່ງຮັກສາມູນເຊື້ອ ທີມເຕະບານເຍົາວະຊົນລາວ ຜູ້ສ້າງຊື່ສຽງໃຫ້ປະເທດຊາດ

ໂດຍ: ທິດກໍ່າ

ເມື່ອເອີ່ຍເຖິງທີມເຕະບານເຍົາວະຊົນລາວ ຕ້ອງຍົກໂປ້ໃຫ້ທີມ WIG NAGA ທີ່ພວມມາແຮງແຊງທີມອື່ນໆໃນ ສປປ ລາວ ຂອງພວກເຮົາ. ປັດຈຸບັນ ທີມດັ່ງກ່າວໄດ້ໄປສ້າງຜົນງານ ແລະ ຊື່ສຽງຢ່າງໂດດເດັ່ນໃນການເຂົ້າຮ່ວມແຂ່ງຂັນລາຍການຊີງແຊ້ມນາໆຊາດ IBER CUP 2025 ທີ່ປະເທດປ໋ອກຕຸຍການ ຫລື ໂປຣຕຸເກດ.

ຈາກຜົນງານໃນການແຂ່ງຂັນຊີງເຂົ້າຮອບທໍາອິດສາມາດຊະນະລວດ 3 ນັດຄື: ຊະນະທີມ GD Estoril Praia ເຈົ້າພາບປ໋ອກຕຸຍການ 3 ປະຕູຕໍ່ 1. ນັດທີ 2 ຊະນະ FC Nana Juniors ທີມຈາກຣູມານີ 13 ປະຕູຕໍ່ 0. ສ່ວນນັດທີ 3 ກໍສາມາດເອົາຊະນະທີມ Indy Eleven ຈາກສະຫະລັດອາເມລິກາ 14 ປະຕູຕໍ່ 0 ລວມມີ 9 ຄະແນນ ກາຍເປັນຈ່າຝູງທະລຸເພລອ໊ອບໂກລ ຫລື ຮອບດີວີຊັນ 1 ມີສິດສືບຕໍ່ແຂ່ງຂັນຮອບ 16 ທີມ ກໍສາມາດທະລຸເຂົ້າຮອບ 4 ທີມແລ້ວໄປຊີງຊະນະເລີດກັບທີມ Os Belenenses ເຈົ້າພາບປ໋ອກຕຸຍການ ກໍສາມາດເອົາຊະນະ 2 ປະຕູຕໍ່ 0 ເກັບໄຊຊະນະກາຍເປັນແຊ້ມໃນລາຍການ, ເປັນຜົນງານອັນໃຫຍ່ຫລວງ ສ້າງຊື່ສຽງກ້ອງໂລກມາໃຫ້ປະເທດຊາດ.

ຕະຫລອດໄລຍະຫລາຍປີຜ່ານມາ, ທີມບານເຕະເຍົາວະຊົນ WIG NAGA ເຄີຍໄປຮ່ວມແຂ່ງຂັນໃນຫລາຍລາຍການ ບໍ່ວ່າໃນລະດັບພາກພື້ນ ແລະ ສາກົນ ກໍສາມາດສ້າງຜົນງານ ແລະ ຊື່ສຽງມາໃຫ້ປະເທດຊາດຕະຫລອດມາ. ນອກຈາກນັ້ນ ກໍເປັນທີມບານເຕະເຍົາວະຊົນລາວທີ່ຫລາຍປະເທດເຂົາຍອມຮັບວ່າເປັນຕົວເຕັງທີ່ແຂງແກ່ນໃນລະດັບອາຊີ ແລະ ເອີຣົບທີ່ເຄີຍຜ່ານສັງວຽນມາແລ້ວຫລາຍສະໜາມໃນຫລາຍປະເທດເຊັ່ນ: ໄທ, ຈີນ, ແອັສປາຍ, ປ໋ອກຕຸຍການ ແລະ ປະເທດອື່ນໆ.

ຢ່າງໃດກໍດີ, ຕາມທິດກໍ່າວ່າ ເພື່ອໃຫ້ເຂົາກ້າວຂຶ້ນເປັນທີມຊາດຊຸດໃຫຍ່ທີ່ເກັ່ງໆສ້າງຊື່ສຽງໃຫ້ຊາດບ້ານເມືອງໃນອະນາຄົດ ສິ່ງທີ່ພວກເຮົາຕ້ອງໄດ້ພ້ອມໃຈກັນສານຕໍ່ນັ້ນ ກໍຄືການໃຫ້ກໍາລັງໃຈສະໜັບສະໜູນ ແລະ ຊຸກຍູ້ສົ່ງເສີມຢ່າງຈິງຈັງ ເປັນຕົ້ນພາກລັດກໍຕ້ອງຍ້ອງຍໍຊົມເຊີຍຫລຽນກາຫລຽນໄຊ ແລະ ທຶນຮອນເພື່ອຊົມເຊີຍຜົນງານທີ່ເຂົາເຮັດໄດ້. ນອກຈາກນັ້ນ ທັງບຸກຄົນ, ນິຕິບຸກຄົນກໍຕ້ອງຍ້ອງຍໍຊົມເຊີຍຜົນງານ ທັງສະໜັບສະໜູນເປັນເງິນ ແລະ ວັດຖຸຕາມສັດທາທີ່ເຮົາມີດັ່ງໜຶ່ງໃນຕົວຢ່າງໃນການໄປຮ່ວມແຂ່ງຂັນໃນຄັ້ງນີ້ ໄດ້ມີທ່ານນາງ EMILY CHANG ຄົນເຊື້ອຊາດລາວ ສັນຊາດອາເມລິກາ ຈາກລັດຟໍຣິດາ ໄດ້ສະໜັບສະໜູນຈໍານວນເງິນສ່ວນຕົວເຖິງ 1,000 ໂດລາສະຫະລັດ.

ນອກຈາກນັ້ນ ກໍມີທ່ານ ອຸທິດ ນັນທະວົງ ໃຫ້ເງິນໂບນັດ ນັດລະ 10,000,000 ກີບ, ທ່ານ ນາງ ປາດຸ ຈາກລັດແອັດແລນຕາ ສະຫະລັດອາເມລິກາ ຊຸກຍູ້ອຸປະຖຳ ຈໍານວນ 500 ໂດລາສະຫະລັດ ພ້ອມບານເຕະມູນຄ່າ 300 ໂດລາ ແລະ ສິ່ງສໍາຄັນຍັງໄດ້ເດີນທາງບິນຕົງມາຈາກສະຫະລັດອາເມລິກາ ເພື່ອໄປຮ່ວມຊົມຮ່ວມເຊຍທີມບານເຕະຫລານນ້ອຍ WIG NAGA ທີ່ປະເທດປ໋ອກຕຸຍການທີ່ຂອບສະໜາມ ແລະ ອີກສິ່ງໜຶ່ງທີ່ໜ້າຊົມເຊີຍຍົກຍ້ອງກໍຄືທ່ານ ວຽງໄຊ ວິໄລກຸນ ຜູ້ສ້າງຕັ້ງບຸກເບີກທີມບານເຕະເຍົາວະຊົນ WIG NAGA ທີ່ສະຫລະນໍ້າໃຈທັງເຫື່ອແຮງ, ກໍາລັງຊັບ, ກໍາລັງປັນຍາ ທັງເປັນຜູ້ກໍາກໍາເບິ່ງແຍງໃຫ້ກາຍເປັນທີມບານເຕະເຍົາວະຊົນທີ່ເກັ່ງກາດສາມາດສ້າງຊື່ສຽງໃຫ້ປະເທດຊາດ. ນໍ້າໃຈເສຍສະຫລະອົດທົນຂອງທ່ານກ່ອນຈະມາເຖິງຈຸດນີ້ຕ້ອງໄດ້ທຸ້ມເທເຫື່ອແຮງ ທັງກໍາລັງຊັບ, ກໍາລັງປັນຍາ, ທັງຄອບຄົວລູກເມຍ ແລະ ຍາດຕິພີ່ນ້ອງ, ເພື່ອນມິດສະຫາຍ, ທັງຄູຝຶກນັກວິຊາການທຸກຄົນ ເພື່ອກຽດສັກສີຂອງຕົນເອງ ແລະ ປະເທດຊາດ ເຊິ່ງສົມຄວນແລ້ວທ່ານຄືໜຶ່ງໃນນັກພັດທະນາທີ່ດີເດັ່ນ ເຊິ່ງປະເທດຊາດ ແລະ ປະຊາຊົນບໍ່ລືມບຸນຄຸນ.