ທຸກ 1 ນາທີ Apple ຈະມີເງິນເຂົ້າບໍລິສັດ 558.088 ໂດລາ ຊງ Samsung ຂຶ້ນເປັນ ເຈົ້າຕະຫລາດມືຖື ໄດ້ແລ້ວ

ຫລັງຈາກ Apple ໄດ້ເປີດເຜີຍຜົນການດຳເນີນງານຂອງບໍລິສັດໃນຊ່ວງໄຕມາດ 4 ຂອງປີ 2020 ອອກມາ (ກົງກັບໄຕມາດ 1 ປີງົບການເງິນ 2021 ຂອງບໍລິສັດ) ເຮັດໃຫ້ພວກເຮົາພໍຈະຮູ້ແລ້ວວ່າ: iPhone12 ທັງ 4 ແບບມີອານຸພາບໃນການດັນຍອດຂາຍ ແລະ ລາຍໄດ້ບໍລິສັດໃຫ້ເຕີບໃຫຍ່ຂຶ້ນຊໍ່າໃດ.
ສຳລັບປີ 2020 ຜ່ານມາ Apple ມີລາຍໄດ້ລວມສູງເຖິງ 294.135 ລ້ານໂດລາສະຫະລັດ ເຊິ່ງພາຍຫລັງເອົາຂໍ້ມູນຕົວເລກດັ່ງກ່າວມາຄິດໄລ່ພົບວ່າ: ໃນທຸກໆ 1 ນາທີ Apple ຈະມີລາຍຮັບຈາກການຈຳໜ່າຍສິນຄ້າ ແລະ ບໍລິການເຂົ້າກະເປົາສູງເຖິງ 558.088 ໂດລາ (ປີ 2020 ມີຈຳນວນນາທີ 527.040 ນາທີ (366 ວັນ)).
ບໍ່ພຽງເທົ່ານັ້ນ IDC ຍັງເປີດເຜີຍຂໍ້ມູນທີ່ໜ້າສົນໃຈອີກວ່າ: ຈາກຜົນສຳເລັດຂອງ iPhone12 ເຊິ່ງເຮັດໃຫ້ Apple ມີຍອດຂາຍ iPhone ຫລາຍກວ່າ 90,1 ລ້ານໜ່ວຍ ໃນໄຕມາດ 4 ຜ່ານມາ ເພີ່ມຂຶ້ນຈາກປີ 2019 ຈຳນວນ 22,2% ຈຶ່ງເຮັດໃຫ້ພວກເຂົາສາມາດກ້າວຂຶ້ນມາເປັນເຈົ້າຕະຫລາດສະມາດໂຟນໃນອັນດັບໜຶ່ງໄດ້ເປັນທີ່ຮຽບຮ້ອຍແລ້ວ ໂດຍມີສ່ວນແບ່ງການຕະຫລາດ 23,4% ແຊງແຊ້ມເກົ່າຜູ້ຄອງຕຳແໜ່ງມາຍາວນານຄື Samsung ເຊິ່ງມີສ່ວນແບ່ງຕະຫລາດ 19,1%.
ເຖິງຢ່າງໃດກໍດີ, ຖ້ານັບໝົດປີ 2020 Samsung ຍັງເປັນເບີກໜຶ່ງໃນຕະຫລາດສະມາດໂຟນຢູ່ ໂດຍມີສ່ວນແບ່ງຕະຫລາດ 20,6% ດ້ວຍຍອດຈຳໜ່າຍສະມາດໂຟນທັງໝົດ 266,7 ລ້ານໜ່ວຍ, ສ່ວນ Apple ຢູ່ລຳດັບສອງຈາກຈຳນວນການຈຳໜ່າຍສະມາດໂຟນທັງໝົດ 206,1 ລ້ານໜ່ວຍ ຄອງສ່ວນແບ່ງ 15,9%, ສ່ວນອັນດັບສາມຕົກເປັນຂອງ Huawei ທີ່ມີຍອດຈຳໜ່າຍສະມາດໂຟນ 189 ລ້ານໜ່ວຍ ຄອງສ່ວນແບ່ງຕະຫລາດ 14,6%.
ຂໍ້ມູນຈາກ Brand Finance ໃນການຈັດອັນດັບຍີ່ຫໍ້ທີ່ມີມູນຄ່າຫລາຍທີ່ສຸດໃນປີ 2021 ຈຳນວນ 500 ອັນດັບ ຫລື Brand Finance Global 500 ແລະ ພົບວ່າ: Apple ມີມູນຄ່າຍີ່ຫໍ້ທັງໝົດ 263.375 ລ້ານໂດລາສະຫະລັດ ຂຶ້ນມາຢູ່ອັນດັບໜຶ່ງໄດ້ສຳເລັດເປັນຄັ້ງທຳອິດໃນຮອບ 5 ປີ ແຊງແຊ້ມເກົ່າໃນປີຜ່ານມາຄື Amazon ທີ່ມີມູນຄ່າຍີ່ຫໍ້ໃນປີນີ້ 254.188 ລ້ານໂດລາສະຫະລັດ.
ດັ່ງນັ້ນ, ພາບລວມໃນປີ 2020 ຜ່ານມາ ຈຶ່ງອາດຈະເປັນປີທີ່ດີທີ່ສຸດຂອງ Apple ກໍວ່າໄດ້ ຖ້າເບິ່ງໃນທາງການດຳເນີນທຸລະກິດ ຜົນໄດ້ຮັບຕົວເລກລາຍໄດ້, ຜົນປະກອບການ ແລະ ພາບພົດຂອງຍີ່ຫໍ້ທີ່ຍັງເປັນຈຸດສົນໃຈ, ມັກຂອງຜູ້ບໍລິໂພກທົ່ວໂລກ ເຊິ່ງໃນປີ 2021 ພວກເຮົາຈະຍັງຮັກສາມາດຕະຖານເກົ່າຂອງຕົນເອງໄວ້ໄດ້ໜຽວແໜ້ນຊໍ່າໃດ.

