ຈີນເປີດຕົວ “ພັດສະປອດວັກຊີນໂຄວິດ” ປະເທດທຳອິດໃນໂລກ

ຈີນເປີດຕົວ “ພັດສະປອດວັກຊີນໂຄວິດ” ແບບເອເລັກໂຕຣນິກເປັນປະເທດທຳອິດໃນໂລກ ຫວັງກະຕຸ້ນການເດີນທາງລະຫວ່າງປະເທດ.
ຜູ້ໃຊ້ “ພັດສະປອດວັກຊີນໂຄວິດ” ແບບເອເລັກໂຕຣນິກນີ້ຈະມີ “ຄິວອາຣໂຄ໊ດດ້ານສຸຂະພາບ” ປາກົດຢູ່ໃນແອັບພລິເຄຊັນວີແຊັດ ຫລື ໃນແອັບພລິເຄຊັນອື່ນໆຂອງຈີນ ເພື່ອໃຫ້ເຈົ້າໜ້າທີ່ສາມາດສະແກນອ່ານຂໍ້ມູນໄດ້ ເຊິ່ງຄິວອາຣໂຄ໊ດນີ້ຈະຖືກນຳໄປໃຊ້ໃນພື້ນທີ່ສາທາລະນະບາງແຫ່ງຂອງຈີນ.
ພັດສະປອດແບບດິຈິຕອນດັ່ງກ່າວ ຈະບອກຂໍ້ມູນສະຖານະການໃຫ້ວັກຊີນ ແລະ ຜົນກວດໄວຣັສໂຄວິດຂອງຜູ້ໃຊ້ ໂດຍແຕ່ລະແອັບພລິເຄຊັນທີ່ມີຜູ້ໃຊ້ “ພັດສະປອດວັກຊີນໂຄວິດ” ຈະເກັບຂໍ້ມູນໂລເຄຊັນຜູ້ໃຊ້ນຳວ່າ ໄດ້ມີການຕິດຕໍ່ໃກ້ຊິດກັບຜູ້ຕິດເຊື້ອ ຫລື ໄດ້ເດີນທາງໄປພື້ນທີ່ທີ່ມີການແຜ່ລະບາດມາ ຫລື ບໍ່.
ນອກຈາກນີ້, ພັດສະປອດດັ່ງກ່າວຍັງເຮັດຂຶ້ນເພື່ອຕ້ອງການໃຫ້ຊາວຈີນໃຊ້ໃນການເດີນທາງໄປຕ່າງປະເທດ, ແຕ່ຫລ້າສຸດ ຍັງບໍ່ມີຂໍ້ມູນລາຍງານວ່າ: ທາງການຈີນກຳລັງຕິດຕໍ່ປະສານປະເທດອື່ນໆ ເພື່ອໃຫ້ພັດສະປອດວັກຊີນໂຄວິດສາມາດນຳໃຊ້ໄດ້ ຖ້າຊາວຈີນເດີນທາງໄປຕ່າງປະເທດ.
ຂະນະດຽວກັນ, ຢູ່ສະຫະພາບເອີຣົບກຳລັງດຳເນີນການບັດທີ່ເອີ້ນວ່າ: “green pass” ເຊິ່ງອອກໃຫ້ແກ່ຜູ້ທີ່ໄດ້ຮັບການສັກວັກຊີນໂຄວິດແລ້ວ ເພື່ອໃຫ້ປະຊາຊົນໃນປະເທດສະມາຊິກໃຊ້ໃນການເດີນທາງໄປມາລະຫວ່າງກັນ.

