ດອດມຸນ ເລັ່ງຄວ້າ ມູຣິນໂຢ ຄຸມທັບ

ບິລ ສື່ດັງຂອງເຢຍລະມັນ ລາຍງານວ່າ: ໂບຣຸສເຊຍ ດອດມຸນ ຍອດທີມແຫ່ງບຸນເດສລີກາ ເຢຍລະມັນ ຄິດການໃຫຍ່ເມື່ອເລັ່ງຄວ້າ ໂຊເຊ່ ມູຣິນໂຢ ອະດີດຜູ້ຈັດການທີມ ແມນເຊັສເຕີ ຢູໄນເຕັດ ເຂົ້າໄປເປັນຜູ້ຈັດການທີມຄົນໃໝ່.
ດອດມຸນ ຢາກໄດ້ ມູຣິນໂຢ ເຂົ້າໄປຄຸມທີມແທນ ລູຊຽງ ຟາບ ທີ່ຍັງບໍ່ສາມາດຊ່ວຍໃຫ້ ດອດມຸນ ມີຟອມການຫລິ້ນທີ່ສະໝ່ຳເໝີໄດ້. ຂະນະທີ່ ມູຣິນໂຢ ກໍມີທ່າອ່ຽງຈະສົນໃຈວຽກນີ້ເຊັ່ນກັນ ເນື່ອງຈາກ ດອດມຸນ ຖືເປັນທີມໃຫຍ່ ແລະ ອຸດົມໄປດ້ວຍດາວດັງຫລາຍຄົນ ອີກທັງການໂຄ່ນ ບາເຢິນ ມິວນິກ ລົງຈາກບັນລັງຍັງເປັນວຽກທີ່ທ້າທາຍນຳອີກ.
ເຖິງຢ່າງໃດກໍຕາມ ມູຣິນໂຢ ອາດຈະຕ້ອງຍອມຫລຸດຄ່າເມື່ອຍລົງຈາກທີ່ເຄີຍຮັບຢູ່ກັບ ແມນເຊັສເຕີ ຢູໄນເຕັດ ເຖິງ 24 ລ້ານປອນ ຖ້າຄິດຈະເຂົ້າໄປຮັບວຽກເປັນຜູ້ຈັດການທີມຄົນໃໝ່ຂອງ ດອດມຸນ. ��y[�I�

