ອາເຈນຕິນາ ອະນຸມັດກົດໝາຍເກັບພາສີຄົນລວຍ ເພື່ອນຳເງິນມາໃຊ້ຈ່າຍສູ້ໂຄວິດ-19

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວຸດທິສະພາຂອງອາເຈນຕິນາລົງມະຕິ 42 ຕໍ່ 26 ສຽງເຫັນພ້ອມເກັບ “ພາສີຄົນລວຍ” ເຊິ່ງເປັນການເກັບພາສີພຽງເທື່ອດຽວ ເພື່ອໃຊ້ເປັນກອງທຶນໃຫ້ລັດຖະບານໃນການຕໍ່ສູ້ກັບໂຄວິດ-19.
ກົດໝາຍນີ້ມີຜົນບັງຄັບໃຊ້ກັບຄົນລວຍທົ່ວປະເທດຈຳນວນ 12.000 ຄົນທີ່ມີຊັບສິນເກືອບ 2,5 ລ້ານໂດລາສະຫະລັດ ໂດຍການເກັບພາສີນີ້ຈະມີປະຊາຊົນຜູ້ເສຍພາສີທົ່ວປະເທດປະມານ 0,8% ໄດ້ຮັບຜົນກະທົບ ໂດຍຜູ້ເຂົ້າເກນເສຍພາສີສຳລັບຜູ້ອາໄສພາຍໃນປະເທດຕ້ອງຈ່າຍພາສີ ໃນອັດຕາກ້າວໜ້າສູງສຸດເຖິງ 3,5%, ສ່ວນຕ່າງປະເທດຕ້ອງເສຍພາສີໃນອັດຕາກ້າວໜ້າສູງສຸດເຖິງ 5,25%.
ທ່ານ ອັລແບຣໂຕ ເຟີນັນເດດ ປະທານາທິບໍດີອາເຈນຕິນາ ຫວັງວ່າມາດຕະການເກັບພາສີຄົນລວຍອາດຊ່ວຍເພີ່ມການຈັດເກັບເງິນພາສີໄດ້ປະມານ 3,7 ພັນລ້ານໂດລາສະຫະລັດ ທ່າມກາງສະພາບເສດຖະກິດຕົກຕໍ່າຈາກການລະບາດໂຄວິດ-19.
ທັງນີ້ ກອງທຶນຈາກພາສີຄົນລວຍນີ້ຈະນຳໄປຊ່ວຍບັນເທົາຜົນກະທົບຈາກໂຄວິດ-19 ໂດຍແບ່ງເປັນ ສະໜັບສະໜູນການຈັດຫາອຸປະກອນທາງການແພດ 20%, ຊ່ວຍເຫລືອທຸລະກິດຂະໜາດນ້ອຍ ແລະ ກາງ 20%, ໃຫ້ທຶນສະໜັບສະໜູນການສຶກສານັກຮຽນ 20%, ສະໜັບສະໜູນໂຄງການທາງສັງຄົມ 15% ແລະ ສະໜັບສະໜູນໂຄງການທຸລະກິດແກັສທຳມະຊາດ 25%.
ສ່ວນມະຫາວິທະຍາໄລຈອນ ຮອບກິ້ນ ລະບຸວ່າ: ປະເທດອາເຈນຕິນາມີປະຊາກອນພຽງ 44 ລ້ານຄົນ, ແຕ່ພົບຜູ້ຕິດເຊື້ອຫລາຍກວ່າ 1,45 ລ້ານຄົນ ແລະ ມີຜູ້ເສຍຊີວິດຫລາຍກວ່າ 3,9 ພັນຄົນ ນັບແຕ່ມີການລະບາດ. ຫລ້າສຸດ ອາເຈນຕິນາມີຜູ້ຕິດເຊື້ອໂຄວິດ-19 ຢູ່ອັນດັບ 9 ຂອງໂລກ.
ທັງນີ້, ການລະບາດຂອງໂຄວິດ-19 ສົ່ງຜົນກະທົບຕໍ່ເສດຖະກິດພາຍໃນອາເຈນຕິນາຢ່າງໜັກ ເຮັດໃຫ້ອັດຕາການວ່າງງານ ແລະ ຄວາມທຸກຍາກພາຍໃນປະເທດທະວີຄວາມຮຸນແຮງ ແລະ ຊ້ຳຕື່ມປະເທດ ເຊິ່ງຜະເຊີນສະພາບເສດຖະກິດຫລຸດຖອຍມາແຕ່ປີ 2018.

