ກອງປະຊຸມຄົບຄະນະບໍລິຫານງານ ສາມອົງການຈັດຕັ້ງມະຫາຊົນກະຊວງຍຸຕິທຳ

ກອງປະຊຸມຄົບຄະນະບໍລິ ຫານງານສາມອົງການຈັດຕັ້ງ ມະຫາຊົນກະຊວງຍຸຕິທໍາປະ ຈໍາໄຕມາດ1 ປີ 2018 ໄດ້ຈັດຂຶ້ນ ໃນຕອນເຊົ້າວັນທີ 28 ມີນານີ້ ທີ່ກະຊວງດັ່ງກ່າວ ໂດຍການ ເປັນປະທານຂອງ ສະຫາຍ ເສີມ ສຸກ ສິມພະວົງ ຮອງເລຂາຄະນະ ບໍລິຫານງານພັກກະຊວງ, ຮອງ ລັດຖະມົນຕີກະຊວງຍຸຕິທໍາ, ຜູ້ ຊີ້ນໍາວຽກງານອົງການຈັດຕັ້ງ ມະຫາຊົນກະຊວງຍຸຕິທໍາ, ມີຄະ ນະບໍລິຫານງານ ແລະ ສະມາ ຊິກສາມອົງການຈັດຕັ້ງມະຫາ ຊົນເຂົ້າຮ່ວມເປັນຈຳນວນຫລາຍ ເພື່ອເປັນການສະຫຼຸບຕີລາຄາ ຄືນການເຄື່ອນໄຫວວຽກງານ ຂອງອົງການຈັດຕັ້ງມະຫາຊົນ ກະຊວງຍຸຕິທໍາ ປະຈໍາໄຕມາດ 1 ແລະ ພ້ອມກັນກໍານົດທິດທາງ ແຜນການ ປະຈໍາໄຕມາດ 2 ປີ 2018. ຫຼັງຈາກນັ້ນ ຄະນະບໍລິ ຫານງານສາມອົງການຈັດຕັ້ງ ດັ່ງກ່າວ ກໍໄດ້ຜັດປ່ຽນກັນຜ່ານ ບົດສະຫຼຸບລາຍງານທີ່ພົ້ນເດັ່ນ ຂອງຕົນ, ພ້ອມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກທີ່ຈະຕ້ອງໄດ້ພ້ອມ ກັນແກ້ໄຂ ຊຶ່ງຜ່ານການເຄື່ອນ ໄຫວວຽກງານໃນໄລຍະ 3 ເດືອນຜ່ານມາ ຄະນະບໍລິຫານ ງານກໍຄືບັນດາສະມາຊິກຂອງ ສາມອົງການຈັດຕັ້ງມະຫາຊົນ ໄດ້ພ້ອມກັນເຄື່ອນໄຫວວຽກງານ ຂອງຕົນຢ່າງຕັ້ງໜ້າ ແລະ ເປັນ ຂະບວນການຟົດຟື້ນ ເປັນຕົ້ນ ການປະກອບສ່ວນໃນຂະບວນ ການແຂ່ງຂັນກິລາ, ການອອກ ແຮງງານລວມ ແລະ ຂະບວນ ການອື່ນໆເພື່ອຂໍ່ານັບຮັບຕ້ອນ ວັນສໍາຄັນຕ່າງໆຂອງພັກ ແລະ ຂອງຊາດ.
ໃນຕອນທ້າຍຂອງກອງປະ ຊຸມ, ສະຫາຍປະທານກອງປະຊຸມ ໄດ້ມີຄໍາເຫັນໂອ້ລົມ ເພື່ອສະແດງ ຄວາມຍ້ອງຍໍຊົມເຊີຍ ແລະ ເນັ້ນ ໜັ້ກໃຫ້ຄະນະບໍລິຫານງານທັງ ສາມອົງການ ຈົ່ງພ້ອມກັນ ເອົາໃຈ ໃສ່ສຶກສາອົບຮົມການ ເມືອງແນວ ຄິດໃຫ້ແກ່ສະມາຊິກຂອງຕົນ ຢ່າງເປັນປົກກະຕິ, ເຕົ້າໂຮມ ຄວາມສາມັກຄີເປັນປຶກແຜ່ນ ຂອງສະມາຊິກໃຫ້ນັບມື້ແໜ້ນ ແຟ້ນ ແລະ ເພີ່ມທະວີການຊີ້ ນໍາ-ນໍາພາການຈັດຕັ້ງປະຕິບັດ ວຽກງານວິຊາສະເພາະຂອງສະ ມາຊິກຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ມີຄວາມ ຖືກຕ້ອງ, ວ່ອງໄວ, ໂປ່ງໃສ ແລະ ຍຸຕິທໍາ.

 

+ ກອງປະຊຸມວິຊາການວຽກງານພິມຈຳໜ່າຍ

+ ກອງປະຊຸມຄົບຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ປະຈຳປີ 2017