ນາຍົກລັດຖະມົນຕີ ໄດ້ເນັ້ນໜັກ 13 ບັນຫາສຳຄັນ ໃຫ້ແຂວງເຊກອງເອົາໃຈໃສ່ໃນຕໍ່ໜ້າ

ວັນທີ 1 ກໍລະກົດ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມ ການນຳ ແລະ ພະນັກງານຫລັກແຫລ່ງຂອງແຂວງເຊກອງ ໂດຍມີ ທ່ານ ບຸນຫຼາຍ ບຸດທິ ຮັກສາການເຈົ້າແຂວງໆເຊກອງ ນຳພາຄະນະເຂົ້າຮັບຟັງ.

ການພົບປະໂອ້ລົມ ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ໃນຕໍ່ໜ້າເປັນຕົ້ນ:
- ໃຫ້ສືບຕໍ່ເພີ່ມທະວີການປັບປຸງກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດຮອບດ້ານ,
ການກໍ່ສ້າງພັກ-ພະນັກງານ ຕາມທິດກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. - ເດັດດ່ຽວແກ້ໄຂບັນດາປະກົດການຫຍໍ້ທໍ້ທາງດ້ານສັງຄົມໃຫ້ຫຼຸດລົງ ເປັນຕົ້ນ ການຄ້າຂາຍລົດເຖື່ອນ, ການພະນັນຜິດກົດໝາຍ, ການຕົວະຍົວະຫຼອກລວງຜ່ານລະບົບໂທລະຄົມ (ຄໍເຊັນເຕີ), ອັກຄີໄພ ແລະ ອື່ນໆ ໃຫ້ໄດ້ຮັບການແກ້ໄຂຢ່າງເດັດຂາດ
- ຍົກລະດັບຄຸນນະພາບວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ
- ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນວຽກງານພັກ-ພະນັກງານ ໂດຍສຸມໃສ່ສ້າງ ແລະ ປະຕິບັດແຜນກໍານົດພະນັກງານຢ່າງເປັນລະບົບ, ປັບປຸງລະບອບເລືອກເຟັ້ນ ແລະ ຊັບ ຊ້ອນພະນັກງານໃຫ້ຖືກຕ້ອງ, ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່, ປັບປຸງລະບົບການຈັດຕັ້ງ, ກົງ ຈັກການຈັດຕັ້ງແຕ່ລະຂັ້ນໃຫ້ເຂັ້ມແຂງ ແລະ ມີປະສິດທິພາບ, ມີພາລະບົດບາດຈະແຈ້ງ ແລະ ຮັດກຸມ
- ເພີ່ມທະວີການຄຸ້ມຄອງ ແລະ ແກ້ໄຂສື່ສັງຄົມອອນລາຍ, ການຕອບໂຕ້, ການແກ້ໄຂເປົ້າໝາຍ ທີ່ກໍ່
ຄວາມບໍ່ສະຫງົບຜ່ານສື່ອອນລາຍ, - ເພີ່ມທະວີຄວາມເປັນເຈົ້າການ, ຄວາມຕື່ນຕົວ ແລະ ຄວາມເປັນແບບຢ່າງຂອງສະມາຊິກພັກ,
- ພະນັກງານທຸກຂັ້ນ, ຕັ້ງໜ້າປະຕິ ບັດແນວທາງຍຸດທະສາດ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,
- ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແລະ ບໍລິການພາຍໃນ ໃຫ້ເຂັ້ມແຂງ,
- ຮັບປະກັນການພັດທະນາແບບຍືນຍົງ,
- ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍທິດຊີ້ນຳຂອງພັກ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຕາມມະຕິ 04/ກມສພ ແລະ ມະຕິ 05/ລບ, ໂດຍໃຫ້ສຸມໃສ່ຂຸດຄົ້ນທ່າແຮງຕົ້ນຕໍຂອງແຂວງ,
- ສຸມໃສ່ປັບປຸງພື້ນຖານໂຄງລ່າງ ເສັ້ນທາງຄົມມະນາຄົມຂົນສົ່ງ ໃຫ້ມີຄວາມສະດວກ,
- ເພີ່ມທະວີຄວາມເອົາໃຈໃສ່ແກ້ໄຂ ບັນຫາຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ,
- ສືບຕໍ່ຕິດຕາມກວດກາບັນດາໂຄງການລົງທຶນ ທີ່ໄດ້ຮັບອະນຸມັດ, ໂຄງການໃດ ບໍ່ມີຄວາມຄືບໜ້າ ຫຼື ມີຄວາມຊັກຊ້າ, ບໍ່ປະຕິບັດຕາມສັນຍາ, ສົ່ງຜົນກະທົບໜັກໜ່ວງ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແມ່ນໃຫ້ປະຕິບັດມາດຕະການກ່າວເຕືອນ (ກຳນົດເວລາໃນການແກ້ໄຂ ຢ່າງຈະແຈ້ງ), ຖ້າຫາກຍັງບໍ່ໄດ້ຮັບການແກ້ໄຂ ແມ່ນໃຫ້ກ້າວເຂົ້າສູ່ຂັ້ນຕອນການຂໍຍົກເລີກ ຫຼື ຖອນເອົາໂຄງການຄືນ.

ທີ່ມາ: ກົມປະຊາສຳພັນ, ຫສນຍ

