ສປປ ລາວ ລົງນາມສົນທິສັນຍາ ອົງການສະຫະປະຊາຊາດ ວ່າດ້ວຍການຕ້ານອາຊະຍາກຳທາງໄຊເບີ
ລະຫວ່າງວັນທີ 25-26 ຕຸລາ 2025 ທີ່ ນະຄອນຫລວງຮ່າໂນ້ຍ, ສສ ຫວຽດນາມ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ເຂົ້າຮ່ວມພິທີລົງນາມໃນ ສົນທິສັນຍາ ອົງການສະຫະປະຊາຊາດ ວ່າດ້ວຍການຕ້ານອາຊະຍາກຳທາງໄຊເບີ ແລະ ກອງປະຊຸມສາກົນລະດັບສູງ ພິທີລົງນາມດັ່ງກ່າວ ຈັດຂຶ້ນໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ທ່ານ ອັນໂຕນີໂອ ກູເຕເຣສ ເລຂາທິການໃຫຍ່ ສປຊ ທ່ານ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ຂຶ້ນກ່າວເປີດພິທີ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍສໍາຄັນຂອງ ສົນທິສັນຍາ ສປຊ ວ່າດ້ວຍການຕ້ານອາຊະຍາກຳທາງໄຊເບີ, ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມສາມັກຄີເປັນເອກະພາບກັນ ຂອງບັນດາປະເທດສະມາຊິກ ສປຊ ໃນການສ້າງສະ ພາບແວດລ້ອມທາງໄຊເບີ ທີ່ມີຄວາມປອດໄພ ມີສະຖຽນລະພາບ ແລະ ຮັບໃຊ້ຜົນປະໂຫຍດດ້ານການພັດທະນາທີ່ຍືນຍົງ.
ພິທີລົງນາມທີ່ຈັດຂຶ້ນ ຢູ່ ສສ ຫວຽດນາມ ໃນຄັ້ງນີ້ ມີຫລາຍກວ່າ 110 ປະເທດ ເຂົ້າຮ່ວມ ເຊິ່ງໃນໂອກາດນີ້ ມີ 63 ປະເທດ ແລະ ສະຫະພາບເອີຣົບ ໄດ້ຮ່ວມລົງນາມໃນສົນທິສັນຍາດັ່ງກ່າວ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງມາດປາດຖະໜາ ຂອງວົງຄະນະຍາດສາກົນ ໃນການຮ່ວມມືກັນ ເພື່ອສະກັດກັ້ນ ແລະ ຕ້ານອາຊະຍາກໍາທາງໄຊເບີ.
ໃນພິທີຄັ້ງນີ້ ທ່ານ ພົອ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ຕາງໜ້າລັດຖະບານ ສປປ ລາວ ລົງນາມໃນສົນທິສັນຍາດັ່ງກ່າວ, ພ້ອມທັງຂຶ້ນກ່າວຄໍາເຫັນໃນກອງປະຊຸມຂັ້ນສູງ ໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ລັດຖະບານ ສສ ຫວຽດນາມ ທີ່ເປັນເຈົ້າການໃນຕະຫລອດຂະບວນຮ່າງສົນທິສັນຍາສະບັບນີ້, ເຊິ່ງເລີ່ມແຕ່ປີ 2019 ເປັນຕົ້ນມາ ທັງເປັນເຈົ້າພາບຈັດພິທີລົງນາມ ເຊິ່ງເປັນເຄື່ອງມືດ້ານກົດຫມາຍສາກົນ ເພື່ອຕ້ານກັບອາຊະຍາກໍາທາງໄຊເບີ ເຫດການດັ່ງກ່າວ ຍັງເປັນການພິສູດໃຫ້ເຫັນເຖິງຄວາມເຊື່ອ ໝັ້ນຂອງວົງຄະນະຍາດສາກົນ ທີ່ມີຕໍ່ປະເທດເພື່ອນມິດອາຊຽນ ເຊິ່ງສອດຄ່ອງກັບຍຸດທະສາດ ວ່າດ້ວຍການຫັນເປັນດິຈິຕອນຂອງພາກພື້ນ ແລະ ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຮ່ວມ ກັນຂອງວົງຄະນະຍາດສາກົນ ໃນການສົ່ງເສີມການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ທີ່ມີຄວາມປອດໄພ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ພ້ອມທັງຮ່ວມກັນສະກັດກັ້ນ ອາຊະຍາກຳທາງໄຊເບີ ແລະ ຮັບປະກັນຄວາມໝັ້ນຄົງ ຂອງບັນດາປະເທດໃນພາກພື້ນ ແລະ ໃນໂລກ.
ສົນທິສັນຍາ ອົງການສະຫະປະຊາຊາດ ວ່າດ້ວຍການຕ້ານອາຊະຍາກໍາທາງໄຊເບີ (United Nations Convention against Cybercrime) ແມ່ນເປັນຜົນຂອງການເຈລະຈາແບບເປີດກວ້າງຂອງຄະນະກຳມະການ ລະຫວ່າງ ລັດຖະບານ ເພື່ອສ້າງສົນທິສັນຍາສາກົນ ໂດຍພາຍໃຕ້ຂອບ ສະມັດຊາໃຫຍ່ ສປຊ ໂດຍການເຂົ້າຮ່ວມຂອງບັນດາປະເທດສະມາຊິກທັງໝົດຂອງອົງການ ສປຊ ລວມທັງ ສປປ ລາວ ໂດຍຈັດຕັ້ງການເຈ ລະຈາທາງການລວມທັງໝົດ 8 ຄັ້ງ ຈົນສາມາດຮັບຮອງເອົາເນື້ອໃນຂອງສົນທິສັນຍາ ຢ່າງເປັນເອກະສັນ ໃນປີ 2024.
ການເຂົ້າຮ່ວມໃນພິທີລົງນາມ ສົນທິສັນຍາ ສປຊ ວ່າດ້ວຍການຕ້ານອາຊະຍາກຳທາງໄຊເບີ ແລະ ກອງປະຊຸມສາກົນລະດັບສູງ ຂອງການນໍາສູງສຸດຂອງ ສປປ ລາວ ໃນຄັ້ງນີ້ ແມ່ນສະແດງໃຫ້ເຫັນເຖິງເຈດຕະນາລົມທາງການເມືອງ ເພື່ອສ້າງພື້ນຖານດ້ານກົດຫມາຍທີ່ສໍາຄັນ ເພື່ອຮັບປະກັນໃຫ້ການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ຮັບໃຊ້ຜົນປະໂຫຍດທາງດ້ານເສດຖະກິດ ການຄ້າ ການລົງທຶນ ສົ່ງເສີມການທ່ອງທ່ຽວ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ.
ພ້ອມນີ້ ຍັງເປັນການສົ່ງເສີມຄວາມສຳຄັນຂອງວຽກງານຫັນເປັນດິຈິຕອນ ເຊິ່ງເປັນໜຶ່ງໃນບຸລິມະສິດແຫ່ງຊາດ ເພື່ອຂັບ ເຄື່ອນການພັດທະນາເສດຖະກິດ-ສັງຄົມ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ລວມທັງການສ້າງສະພາບແວດ ລ້ອມທີ່ມີຄວາມປອດໄພ ຈາກອາຊະຍາກຳທາງໄຊເບີ ສປປ ລາວ ເປັນໜຶ່ງໃນບັນດາປະເທດສະມາຊິກ ສປຊ ທີ່ໄດ້ລົງນາມຕໍ່ສົນທິສັນຍາສະບັບນີ້ ເຊິ່ງຈະເປັນພື້ນຖານສໍາຄັນໃຫ້ແກ່ການສ້າງ ແລະ ປັບປຸງບັນດາລະບຽບການ ແລະ ກົດຫມາຍພາຍໃນປະ ເທດທີ່ມີຢູ່ ໃຫ້ສອດຄ່ອງເພື່ອສະໜັບສະໜູນຂອບການຮ່ວມມືໃນລະດັບພາກພື້ນ ແລະ ສາກົນ ແນໃສ່ໃຫ້ສາມາດປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນລາວ ຈາກໄພຂົ່ມຂູ່ທາງໄຊເບີ.
ທີ່ມາ: ຂ່າວສານປະເທດລາວ

