ລັດຖະມົນຕີຕ່າງປະເທດ G7 ຮຽກຮ້ອງຟື້ນເຈລະຈານິວເຄຼຍອີຣານ

         ລັດຖະມົນຕີຕ່າງປະເທດກຸ່ມ G7 ຮຽກຮ້ອງໃຫ້ອີຣານກັບມາເຂົ້າຮ່ວມການເຈລະຈາໂຄງການນິວເຄຼຍອີກ ເພື່ອບັນລຸຂໍ້ຕົກລົງທີ່ຄວບຄຸມ, ກວດສອບໄດ້ ແລະ ຍືນຍົງ.

         ໃນຖະແຫລງການຮ່ວມກ່ຽວກັບອີຣານ ແລະ ຕາເວັນອອກກາງທີ່ເຜີຍແຜ່ໃນວັນທີ 30 ມິຖຸນາ ລັດຖະມົນຕີກະຊວງການຕ່າງປະເທດກຸ່ມ G7 ຮຽກຮ້ອງອີຣານໃຫ້ການຮ່ວມມືກັບອົງການປະລະມານູສາກົນ (IAEA) ຢ່າງເຕັມຮູບແບບໂດຍດ່ວນ ແລະ ຂໍໃຫ້ອີຣານສົ່ງມອບຂໍ້ມູນກ່ຽວກັບນິວເຄຼຍທັງໝົດ ລວມທັງການໃຫ້ສິດຜູ້ກວດສອບຂອງ IAEA ໃນການເຂົ້າເຖິງຂໍ້ມູນທີ່ກວດສອບໄດ້.

         ຖະແຫລງການລະບຸວ່າ: “ເຮົາເນັ້ນເຖິງຄວາມສໍາຄັນຂອງສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ໃນຖານະທີ່ເປັນຮາກຖານຂອງການບໍ່ແຜ່ຂະຫຍາຍອາວຸດນິວເຄຼຍທົ່ວໂລກ ຈໍາເປັນຢ່າງຍິ່ງທີ່ອີຣານຈະຕ້ອງຮັກສາສະຖານະພາຄີ ແລະ ປະຕິບັດຕາມພັນທະກໍລະນີພາຍໃຕ້ສົນທິສັນຍາສະບັບນີ້ໂດຍສົມບູນ”.

         ທັງນີ້, ລັດຖະມົນຕີກະຊວງການຕ່າງປະເທດກຸ່ມ G7 ເຊິ່ງປະກອບດ້ວຍການາດາ, ຝຣັ່ງ, ເຢຍລະມັນ, ອິຕາລີ, ຍີ່ປຸ່ນ, ອັງກິດ ແລະ ອາເມລິກາ ລວມທັງຜູ້ແທນລະດັບສູງຂອງສະຫະພາບເອີຣົບ (EU) ປະຊຸມຮ່ວມກັນຢູ່ນະຄອນຫລວງເຮັກ ປະເທດເນເທີແລນ ໃນວັນທີ 25 ມິຖຸນາ ເພື່ອຫາລືໃນບັນຫາຕ່າງໆ ເຊິ່ງລວມທັງສະຖານະການທີ່ເກີດຂຶ້ນໃນຕາເວັນອອກກາງ.