ກອງທັບອາກາດຂອງສະຫະລັດ ມີແຜນຈະປ່ຽນແທນເຮືອບີນຮົບ F-16 ດ້ວຍເຮືອບິນບໍ່ມີຄົນຂັບ(UACV)

ໜັງສືພິມກອງທັບ Defense News ອ້າງອີງແຫຼ່ງຂ່າວຈາກ ທຳນຽບ 5 ແຈ ໃຫ້ຮູ້ວ່າ: ກອງທັບອາກາດສະຫະລັດມີແຜນຈະປ່ຽນແທນເຮືອບິນ F-16 ດ້ວຍເຮືອບິນບໍ່ມີຄົນຂັບໃນປີ 2025 ເປັນການທົດລອງເບື້ອງຕົ້ນ.
(ໜັງສືພິມ ລາວພັດທະນາ)
ດ້ວຍເຕັກໂນໂລຢີທີ່ທັນສະໄໝໃນປັດຈຸບັນ, Skyborg ກຳລັງລໍ້າໜ້າຫຼາຍເທົ່າຖ້າທຽບໃສ່ເຮືອບິນທີ່ມີຄົນຂັບ. ການນຳໃຊ້ເຮືອບິນບໍ່ມີຄົນຂັບ UACV ກໍເພື່ອຫຼຸດຜ່ອນຄວາມສ່ຽງໃຫ້ແກ່ນັກບິນໃນການສູ້ຮົບ.
ຖ້າການປ່ຽນແທນ F-16 ທີ່ມີຄົນຂັບ ດ້ວຍເຮືອບິນບໍ່ມີຄົນຂັບ ຫາກມີປະສິດທິພາບສູງກວ່າ ແມ່ນຮອດປີ 2030 ກອງທັບອາກາດຂອງສະຫະລັດ ຈະມີການປ່ຽນແທນທັງໝົດ.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ qdnd)
(ໜັງສືພິມ ລາວພັດທະນາ)

