5 ເດືອນຕົ້ນປີ ຫລວງພະບາງ ເກັບລາຍຮັບໄດ້ເກືອບ 700 ຕື້ກີບ

ທ່ານ ຄໍາມ່ວນ ຄໍາບຸນມີ ຫົວໜ້າສ່ວຍສາອາກອນປະຈໍາແຂວງຫລວງພະບາງ ໄດ້ໃຫ້ສໍາພາດຕໍ່ຂ່າວສານຫລວງພະບາງ ວັນທີ 16 ມິຖຸນາ 2025 ຜ່ານມານີ້ວ່າ: ໄລຍະ 5 ເດືອນຕົ້ນປີ 2025, ການຈັດຕັ້ງປະຕິບັດ-ຄຸ້ມຄອງການຈັດເກັບລາຍຮັບ ຢູ່ແຂວງຫລວງພະບາງ ປະຕິບັດໄດ້ 691.72 ຕື້ກວ່າກີບ, ເທົ່າກັບ 60.02%. ໃນນັ້ນ, ຮັບຈາກສ່ວຍສາ 617.12 ຕື້ກີບ ແລະ ຮັບຈາກຊັບສິນ 74.60 ຕື້ກີບ ເຊິ່ງທ່າແຮງພື້ນຖານໃນການສ້າງລາຍຮັບຫລັກ ແມ່ນການບໍລິການດ້ານການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ. ເຊິ່ງເປັນແຂວງໜຶ່ງທີ່ໄດ້ທົດລອງຫັນເປັນແຂວງກຸ້ມຕົນເອງທາງດ້ານງົບປະມານ ໃນປີ 2025.

ຜ່ານການຈັດຕັ້ງປະຕິບັດໄລຍະ 5 ເດືອນຕົ້ນປີ ເຫັນວ່າ ການຈັດເກັບລາຍຮັບເຂົ້າງົບປະມານແມ່ນເກີນແຜນການທີ່ກໍານົດ, ປັດຈຸບັນກໍາລັງສຸມໃສ່ເອົາຫົວໜ່ວຍທຸລະກິດເຂົ້າສູ່ລະບົບ TaxRis, ຄຸ້ມຄອງຫົວໜ່ວຍທຸລະກິດດ້ວຍລະບົບທັນໄໝ ແລະ ອໍານວຍຄວາມສະດວກໃຫ້ແກ່ພາກທຸລະກິດ, ອົງການຈັດຕັ້ງລັດໃນການຈັດເກັບ ຫລື ການແຈ້ງມອບຜ່ານລະບົບອອນລາຍຊ່ອງທາງ ຫລາຍຮູບແບບເຮັດໃຫ້ມີການສະດວກສະບາຍ. ພ້ອມນີ້, ໄດ້ໂຄສະນາບັນດາລະບຽບການ, ນິຕິກໍາກົດໜາຍ ຕໍ່ພາກທຸລະກິດ, ຕໍ່ສັງຄົມ ແລະ ສື່ຕ່າງໆດ້ວຍຫລາຍຮູບແບບ ແລະ ໄດ້ເຊີນເອົາພາກທຸລະກິດທີ່ເປັນຕົ້ນຕໍຂອງແຂວງ ເພື່ອຫັນເຂົ້າມາສູ່ລະບົບອາກອນມູນຄ່າເພີ່ມ ໃຫ້ຖືບັນຊີນໍາໃຊ້ເກັບເງິນເພີ່ມຂຶ້ນ.
ສໍາລັບ ທິດທາງຕໍ່ໜ້າ 7 ເດືອນທ້າຍປີ ຄາດຄະເນ ຈັດເກັບລາຍຮັບໃຫ້ໄດ້ 466.56 ຕື້ກີບ. ໃນນັ້ນ, ລາຍຮັບອາກອນ 358.58 ຕື້ກີບ ແລະ ລາຍຮັບຊັບສິນ 106.98 ຕື້ກີບ. ເພື່ອເຮັດໃຫ້ບັນລຸຕາມແຜນການດັ່ງກ່າວ, ສ່ວຍສາອາກອນແຂວງຫລວງພະບາງ ໄດ້ມີຫລາຍມາດຕະການ ເປັນຕົ້ນ:
- ສືບຕໍ່ໃກ້ຊິດຕິດແທດກັບທຸກແຫລ່ງລາຍຮັບ ເພື່ອເກັບກໍາຂໍ້ມູນລະອຽດ, ຊັດເຈນ, ຊຸກຍູ້ການຄຸ້ມຄອງການຈັດເກັບລາຍຮັບຢ່າງລວມສູນ, ເປັນລະ ບົບທີ່ທັນສະໄໝຢ່າງແຂງແຮງ.
- ສືບຕໍ່ເຜີຍແຜ່ໂຄສະນາ, ນິຕິກໍາ, ກົດໝາຍຜ່ານສື່ຕ່າງໆຕໍ່ສັງຄົມ ຕໍ່ພາກທຸລະກິດໃຫ້ຫລາຍຂຶ້ນ.
- ຈະແຕ່ງຄະນະຮັບຜິດຊອບ ລົງເດີນສໍາຫລວດຫົວໜ່ວຍທຸລະກິດຕື່ມ ຢູ່ນະຄອນຫລວງພະບາງ ແລະ ເມືອງນໍ້າບາກ, ພາຍຫລັງສໍາຫລວດຖານຂໍ້ມູນລະອຽດແລ້ວ ຄາດວ່າຈະສ້າງຖານລາຍຮັບທີ່ໝັ້ນຄົງ, ຈະເຮັດໃຫ້ເກັບລາຍຮັບເພີ່ມຂຶ້ນ ໂດຍສະເພາະຢູ່ 2 ຈຸດດັ່ງກ່າວຄື: ນະຄອນຫລວງພະບາງ ແລະ ເມືອງນໍ້າບາກ ເພື່ອຫັນຫົວໜ່ວຍຈຸນລະວິສາຫະກິດ ເຂົ້າສູ່ລະບົບ ລວມທັງຫົວໜ່ວຍສ້າງຕັ້ງໃໝ່ທີ່ມີເງື່ອນໄຂ ໃຫ້ຖືບັນຊີນໍາໃຊ້ໃບເກັບເງິນແຈ້ງມອບອາກອນດ້ວຍຕົນເອງ ໃຫ້ຫລາຍຂຶ້ນ.
- ສຸມໃສ່ເກັບອາກອນມູນຄ່າເພີ່ມ, ອາກອນຊົມໃຊ້ ເຊັ່ນ: ເຮືອນພັກ, ໂຮງແຮມ, ຮ້ານອາ ຫານ, ຮ້ານບັນເທີງ ແລະ ແຫລ່ງທ່ອງທ່ຽວຕ່າງໆ.
ທີ່ມາ: ຂ່າວສານປະເທດລາວ

