ແຕ່ງຕັ້ງ ທ່ານ ສິລິລາດທົງສິນ ທອງເພັງ ເປັນຮອງເຈົ້າຄອງ ນະຄອນຫລວງວຽງຈັນ ຄົນໃໝ່

ວັນທີ 16 ກຸມພາ 2024, ພິທີປະກາດພະນັກງານການນໍານະຄອນຫຼວງວຽງຈັນ (ນວ) ອອກພັກການ-ຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຮອງເລຂາຄະນະພັກ ຮອງເຈົ້າຄອງ ແລະ ຄະນະປະຈໍາພັກ ນວ.
ການປະກາດການຈັດຕັ້ງຄັ້ງນີ້ ໄດ້ອະນຸມັດໃຫ້ ພົນຈັດຕະວາ ສີພອນ ຈັນສົມວົງ ຮອງເລຂາຄະນະບໍລິຫານງານພັກ ນວ ແລະ ທ່ານ ພູຂົງ ບັນນະວົງ ກໍາມະການປະຈໍາພັກ ຮອງເຈົ້າຄອງ ນວ ອອກພັກການ-ຮັບອຸດໜູນບໍານານ.
ແຕ່ງຕັ້ງ ທ່ານ ຊົງເລົາ ຢົງນູ ເປັນຮອງເລຂາຄະນະພັກ ນວ, ທ່ານ ໂພຄໍາ ໄຊຍະສອນ ແລະ ທ່ານ ຄໍາມາ ແສງມີໄຊ ເປັນກໍາມະການປະຈໍາພັກ ນວ ແລະ ແຕ່ງຕັ້ງ ທ່ານ ສິລິລາດທົງສິນ ທອງເພັງ ເປັນຮອງເຈົ້າຄອງ ນວ.

