ມອບ-ຮັບໜ້າທີ່ ແລະ ປະກາດການຈັດຕັ້ງພະນັກງານນໍາພາຄຸ້ມຄອງ ຂອງກະຊວງການເງິນ

ວັນທີ 25 ມິຖຸນາ 2025, ກະຊວງການເງິນ ໄດ້ຈັດກອງປະຊຸມ ມອບ-ຮັບ ໜ້າທີ່ ລະຫວ່າງ ຫົວໜ້າກົມຜູ້ເກົ່າ ແລະ ຜູ້ໃໝ່ ພ້ອມທັງປະກາດ ພະນັກງານອອກພັກການ ຮັບອຸດໜູນບໍານານ ແລະ ແຕ່ງຕັ້ງພະນັກງານນໍາພາ ຄຸ້ມຄອງ ຂອງກະຊວງການເງິນ ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ; ມີບັນດາຮອງລັດຖະມົນຕີ, ຄະນະກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອຸບັນ ສຸພິດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານ ມະຕິຕົກລົງຂອງຄະນະ ເລຂາທິການສູນກາງພັກ ແລະ ດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານ ອອກພັກການ-ຮັບອຸດໜູນບໍານານຂັ້ນຫົວໜ້າກົມ 9 ທ່ານ ເຊິ່ງປະກອບມີ:

  1. ທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກງ
  2. ທ່ານ ບຸນມີ ວິໄລຈິດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງແຜນການ ແລະ ການລົງທຶນ (ກຜທ)
  3. ທ່ານ ນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມື ກຜທ
  4. ທ່ານ ພູວົງ ພີມມະສອນ ຫົວໜ້າກົມກວດກາ ກຜທ
  5. ທ່ານ ນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ກຜທ
  6. ທ່ານ ຄໍາພັນ ຈະເລີນຜົນ ຫົວໜ້າກົມສະຖິຕິເສດຖະກິດ ສູນສະຖິຕິແຫ່ງຊາດ ກຜທ
  7. ທ່ານ ພອນໄຊ ວິໄລສັກ ຫົວໜ້າກົມປະເມີນຜົນ ກຜທ
  8. ທ່ານ ວຽງຊັນ ຈັນທາ ຫົວໜ້າຫ້ອງການ ຄະນະກໍາມະທິການຮ່ວມມື ລາວ-ຫວຽດນາມ ກຜທ
  9. ທ່ານ ນາງ ທິລະຄາ ຈັນທະລານຸວົງ ຫົວໜ້າກົມສະຖິຕິສັງຄົມ ສູນສະຖິຕິແຫ່ງຊາດ ກຜທ ແລະ
    ພະນັກງານຂັ້ນ ຮອງຫົວໜ້າກົມ ອີກຈໍານວນໜຶ່ງ.

ພ້ອມນັ້ນ, ຍັງໄດ້ຜ່ານດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງການເງິນ ຈຳນວນ 3 ທ່ານຄື:

  • ແຕ່ງຕັ້ງ ທ່ານ ນາງ ພອນວັນ ອຸທະວົງ
  • ແຕ່ງຕັ້ງ ທ່ານ ພູວົງ ກິດຕະວົງ
  • ແຕ່ງຕັ້ງ ທ່ານ ສຸລິວັດ ສຸວັນນະຈູມຄໍາ

ຜ່ານ ດໍາລັດ ແລະ ຂໍ້ຕົກລົງ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງຂັ້ນຮອງຫົວໜ້າກົມພາຍຫລັງທີ່ໂຮມສອງກະສອງເຂົ້າກັນ ມີດັ່ງລຸ່ມນີ້:

  1. ແຕ່ງຕັ້ງ ຮອງຫົວຫນ້າຫ້ອງການ 5 ທ່ານຄື:
  • ທ່ານ ດວງປະເສີດ ທິພົມມະຈັນ
  • ທ່ານ ວິໄລພອນ ປຸ້ຍດວງແກ້ວ
  • ທ່ານ ນາງ ນວນລະອອງ ທໍາມະວົງ
  • ທ່ານ ນາງ ພອນທິບ ພານິພົງ
  • ທ່ານ ພົງສະຫວັນ ລາດທີຈັກ
  1. ແຕ່ງຕັ້ງ ຮອງຫົວຫນ້າກົມຈັດຕັ້ງ ແລະ ພະນັກງານ 4 ທ່ານ
  • ທ່ານ ນາງ ວຽງແກ້ວ ສິດທິວົງ
  • ທ່ານ ປອ ນິດຖາ ບຸບຜາ
  • ທ່ານ ນາງ ສາລີກາ ຈັນທະລາວົງ
  • ທ່ານ ພູວັນ ໄຊຍະວົງ
  1. ແຕ່ງຕັ້ງ ຮອງຫົວຫນ້າງົບປະມານແຫ່ງລັດ 4 ທ່ານ
  • ທ່ານ ປອ ສຸວັນຄໍາ ຊຸມພົນພັກດີ
  • ທ່ານ ສຸພາວັນ ພັນທະວິໄລ
  • ທ່ານ ນາງ ວຽງຄອນ ຈິນດາວົງ
  • ທ່ານ ສຸຂີວັນ ດວງດີ
  1. ແຕ່ງຕັ້ງ ຮອງຫົວຫນ້າກົມເສດຖະກິດ ແລະ ການເງິນ 4 ທ່ານ
  • ທ່ານ ພະນົມພອນ ແກ້ວວົງວິຈິດ
  • ທ່ານ ດວງໃຈ ແກ້ວມີໄຊ
  • ທ່ານ ນາງ ສີສະຫວັນ ດີດາຣາວົງ
  • ທ່ານ ປອ ນາງ ແສງໄພວັນ ແສງອາພອນ
  1. ແຕ່ງຕັ້ງ ຮອງຫົວຫນ້າກົມພາສີ 4 ທ່ານ
  • ທ່ານ ວົງວັນເພັງ ພູມສະຫວັນ
  • ທ່ານ ກໍລະກັນ ສະຣິດທິລາດ
  • ທ່ານ ພຸດທະນິກອນ ເຄນນາວົງ
  • ທ່ານ ພົມມະຈັກ ສີພັນດອນ
  1. ແຕ່ງຕັ້ງ ຮອງຫົວຫນ້າກົມສ່ວຍສາອາກອນ 5 ທ່ານ
  • ທ່ານ ຄໍາພັນ ພັນທຸລັກ
  • ທ່ານ ສຸພັນ ວິລະວົງ
  • ທ່ານ ສາຍມະໂນລິນ ສິນບັນດິດ
  • ທ່ານ ອານຸວົງ ບົວພັນ
  • ທ່ານ ເອກກະໄຊ ພູທອນສີ
  1. ແຕ່ງຕັ້ງ ຮອງຫົວຫນ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ 4 ທ່ານ
  • ທ່ານ ສົມບູນ ແກ່ນປະເສີດ
  • ທ່ານ ທອງປັກ ມະຫາຫິງ
  • ທ່ານ ວິລະພັນ ດວງທອງຄໍາ
  • ທ່ານ ນາງ ອຸດາລອນ ສີໂພວົງ
  1. ແຕ່ງຕັ້ງ ຮອງຫົວຫນ້າກົມຮ່ວມມື ແລະ ການເງິນສາກົນ 3 ທ່ານ
  • ທ່ານ ນາງ ແພງຄ່ຽມ ໄຊຍະແກ້ວ
  • ທ່ານ ກູ່ທອງ ສົມມາລາ
  • ທ່ານ ສີສົມພອນ ເພັດດາເຮືອງ
  1. ແຕ່ງຕັ້ງ ຮອງຫົວຫນ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ 3 ທ່ານ
  • ທ່ານ ປະສົມເພັດ ຄໍາຕັນ
  • ທ່ານ ສົມໄຊ ແກ້ວວັນດີ
  • ທ່ານ ນາງ ນິດຕາ ສຸກຂະເສີມ
  1. ແຕ່ງຕັ້ງ ຮອງຫົວຫນ້າກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ 4 ທ່ານ
  • ທ່ານ ນາງ ບາງທອງ ທິບສົມພັນ
  • ທ່ານ ນາງ ໄຜ່ຄໍາ ຕຸນາລົມ
  • ທ່ານ ພູສະຫວັນ ຈັນທະສົມບັດ
  • ທ່ານ ວຽງຊໍາ ວິໄລສຸກ
  1. ແຕ່ງຕັ້ງ ຮອງຫົວຫນ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ 3 ທ່ານ
  • ທ່ານ ນາງ ອານຸທິບ ວັນນະບຸບຜາ
  • ທ່ານ ອານຸສັກ ສີສະອາດ
  1. ແຕ່ງຕັ້ງທ່ານ ຮອງຫົວຫນ້າກົມຄຸ້ມຄອງໜີ້ສິນສາທາລະນະ 2 ທ່ານ
  • ນາງ ມະນີວອນ ພົນອາມາດ
  • ທ່ານ ເທີດທູນ ສຸກອາລຸນ
  1. ແຕ່ງຕັ້ງ ຮອງຫົວຫນ້າກົມຄຸ້ມຄອງຊັບສິນແຫ່ງລັດ 3 ທ່ານ
  • ທ່ານ ຍົມມາລາ ວໍລະຈິດ
  • ທ່ານ ວົງພະສິດ ສີລາວົງ
  • ທ່ານ ວຽງທາ ຈິດດາລາ
  1. ແຕ່ງຕັ້ງ ຮອງຫົວຫນ້າຄັງເງິນແຫ່ງລັດ 3 ທ່ານ
  • ທ່ານ ນິເວດ ຟອງແສງແກ້ວ
  • ທ່ານ ນາງ ບົວເລີງຄິນ ດວງສະຫວັນ
  • ທ່ານ ວັນເພັງ ກ້ານ
  1. ແຕ່ງຕັ້ງ ຮອງຫົວຫນ້າສະຖາບັນເສດຖະກິດ-ການເງິນ 3 ທ່ານ
  • ທ່ານ ທອງລິດ ກິ່ງແກ້ວອຸດົມ
  • ທ່ານ ນາງ ເກສອນ ເທບພະວົງ
  • ທ່ານ ວຽງຄອນ ບົວພະຈັນ
  1. ແຕ່ງຕັ້ງ ທ່ານ ນາງ ແສງເດືອນ ໄຊຍະສອນ ເປັນຮອງປະທານຄະນະກໍາມະການຮ່ວມມື ລາວ-ຈີນ, ທັງເປັນຜູ້ປະຈໍາການ ແລະ ຄວບຕໍາແໜ່ງເປັນຫົວໜ້າຫ້ອງການຄະນະກໍາມະການຮ່ວມມື ລາວຈີນ

  1. ແຕ່ງຕັ້ງ ທ່ານ ດາວອນ ວົງອ່ອນຈັນ ຮອງຫົວໜ້າຫ້ອງການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ເປັນຮັກສາການຫົວໜ້າຫ້ອງການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ

  1. ແຕ່ງຕັ້ງ ຮອງຫົວຫນ້າກົມກວດກາລັດ 5 ທ່ານ
  • ທ່ານ ບຸນເກີດ ສຸວັນນະເສນ
  • ທ່ານ ສຸລິນພອນ ເພັດໄຊສີ
  • ທ່ານ ປະຫວັດ ພິລາວົງ
  • ທ່ານ ນາລັດ ບົວດອກທອງ
  • ທ່ານ ນະຄອນໄຊ ພິມມະຈັນ
  1. ແຕ່ງຕັ້ງ ຮອງຫົວຫນ້າກົມແຜນການ 3 ທ່ານ
  • ທ່ານ ອຸລາ ສົມຈັນມະວົງ
  • ທ່ານ ປອ ຈັນຕະນາພອນ ວົງໄຊ
  • ທ່ານ ກາລຸນາ ນັນທະວົງດວງສີ
  1. ແຕ່ງຕັ້ງ ຮອງຫົວຫນ້າກົມຫົວໜ້າກົມຄຸ້ມຄອງການບັນຊີ 2 ທ່ານ
  • ທ່ານ ປອ ນາງ ພິລານີ ພິດສະໄໝ
  • ທ່ານ ປອ ວິລະໄພ ອຸບົນປະເສີດ
  1. ແຕ່ງຕັ້ງ ຮອງຫົວຫນ້າກົມສະຖິຕິເສດຖະກິດ ແລະ ສັງຄົມ 4 ທ່ານ
  • ທ່ານ ນາງ ຄໍາເມີງ ບັນນາລາດ
  • ທ່ານ ວິໄລສຸກ ສີສຸລາດ
  • ທ່ານ ເພັດສະຫວັນ ບຸດລາສີ
  • ທ່ານ ນາງ ສຸດຈະລິດ ໜໍ່ແກ້ວ
  • ທ່ານ ກິ່ງເພັດ ອາສະນາວົງ
  1. ແຕ່ງຕັ້ງ ທ່ານ ສຸບັນ ເພຍສັກຂາ ເປັນຮັກສາການຜູ້ອໍານວຍການ ບໍລິສັດລັດ ວິສາຫະກິດຫວຍພັດທະນາ

  1. ແຕ່ງຕັ້ງ ທ່ານ ນາງ ສີຟົງ ອຸມາວົງ ຮອງຫົວໜ້າກົມ ກະຊວງການເງິນ ເປັນຮອງຜູ້ອໍານວຍການ ລັດວິສາຫະກິດ ລາວສາກົນ ໂລຈິສຕິກ.

ຈາກນັ້ນ, ໃນກອງປະຊຸມ ກໍໄດ້ມີພິທີມອບ-ຮັບ ໜ້າທີ່ ລະຫວ່າງຫົວໜ້າກົມ ຜູ້ເກົ່າ ແລະ ຜູ້ໃໝ່ ເຊິ່ງປະກອບມີດັ່ງນີ້:

  1. ກົມຈັດຕັ້ງ ແລະ ພະນັກງານ ລະຫວ່າງ ທ່ານ ກົງຄຳ ສິດທິວໍລະດາ ແລະ ທ່ານ ອຸບັນ ສຸພິດາ
  2. ⁠ກົມກວດກາລັດ ລະຫວ່າງ ທ່ານ ອຸບັນ ສຸພິດາ ແລະ ທ່ານ ຂັນຄຳ ໄຊຍະວົງ
  3. ⁠ກົມຄຸ້ມຄອງການບັນຊີ ລະຫວ່າງ ທ່ານ ນາງ ດາວອນ ທອງຈັນ ແລະ ທ່ານ ອຸດອນ ທຳມະວົງສາ
  4. ⁠ກົມຄຸ້ມຄອງຊັບສິນແຫ່ງລັດ ລະຫວ່າງ ທ່ານ ພຸດທະສິນ ເຮືອງທະວົງ ແລະ ທ່ານ ທຳມະລົດ ຣາຊະພົນ
  5. ⁠ກົມນະໂຍບາຍເສດຖະກິດ ແລະການເງິນ ລະຫວ່າງ ທ່ານ ທຳມະລົດ ຣາຊະພົນ ແລະ ທ່ານ ສິດທິຣົດ ຣາຊະພົນ
  6. ⁠ກົມແຜນການ ລະຫວ່າງ ທ່ານ ໄພເລີດ ພົນບູລົມ ແລະ ທ່ານ ສີຈັນທາ ທຳມະວົງ
  7. ⁠ກົມປະເມີນ ແລະ ຈັດຊື້-ຈັດຈ້າງ ລະຫວ່າງ ປອ ພອນໄຊ ວິໄລສັກ ແລະ ທ່ານ ອຸຕະແກ້ວ ແກ້ວດວງສິນ
  8. ⁠ກົມສະຖິຕິເສດຖະກິດ ແລະ ສັງຄົມ ລະຫວ່າງ ທ່ານ ຄຳພັນ ຈະເລີນຜົນ, ທ່ານ ນາງ ທີລະຄາ ຈັນທະລານຸວົງ ແລະ ທ່ານ ລຽນທອງ ສຸພາມີ.

ທີ່ມາ: ກະຊວງການເງິນ