ລະດົມຄວາມຄິດຕໍ່ 3 ຮ່າງນິຕິກຳ ຂອງ ຄະນະປະຈໍາສະພາແຫ່ງຊາດ

ໃນລະຫວ່າງວັນທີ 4-6 ຕຸລາ 2023 ກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ຈັດກອງປະຊຸມລະດົມຄວາມຄິດຕໍ່ 3 ຮ່າງນິຕິກໍາຂອງ ຄະນະປະຈໍາສະພາແຫ່ງຊາດ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ຜູ້ຊີ້ນໍາວຽກງານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ, ຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ ( 9 ແຂວງພາກເໜືອ ແລະ ພາກກາງ ) ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການຮ່າງປຶ້ມຄູ່ມື ການເລືອກຕັ້ງສະມາຊິກສະພາ(ສ້າງໃໝ່); ຮ່າງມະຕິ ຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການປະກອບຄໍາເຫັນ ແລະ ຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະພາແຫ່ງຊາດ (ສ້າງໃໝ່) ແລະ ຮ່າງມະຕິ ຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການປະເມີນຜົນ ການປະຕິບັດໜ້າທີ່ຂອງສະມາຊິກສະພາແຫ່ງຊາດ(ສ້າງໃໝ່). ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນຕາມຄໍາເຈາະຈີ້ມຂອງປະທານກອງປະຊຸມ ເພື່ອປະກອບໃສ່ຮ່າງນິຕິກໍາດັ່ງກ່າວ.

ທ່ານ ຄໍາໃບ ດໍາລັດ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມວ່າ: ກອງປະຊຸມລະດົມແນວຄິດຄັ້ງນີ້ ຈັດຂຶ້ນໃນທ່າມກາງບັນຍາກາດ ທີ່ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ທົ່ວປະເທດ ກໍາລັງຢູ່ໃນໄລຍະດໍາເນີນຈັດຕັ້ງຜັນຂະຫຍາຍ, ໂຄສະນາເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ເປັນຂະບວນຟົດຟື້ນ ແລະ ເລີ່ມສຸມໃສ່ກະກຽມວຽກງານຮອບດ້ານ ໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາ ມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX. ໃນນີ້, ວຽກງານໜຶ່ງທີ່ສໍາຄັນ ແມ່ນຈະໄດ້ດໍາເນີນການປະເມີນຄວາມໄວ້ວາງໃຈ ໃນການປະຕິບັດໜ້າທີ່ ຂອງບຸກຄະລາກອນທີ່ສະພາແຫ່ງຊາດ ເລືອກຕັ້ງ ແລະ ຮັບຮອງການແຕ່ງຕັ້ງ ແຜນການກອງປະຊຸມລະດົມແນວຄິດໃສ່ 3 ຮ່າງນິຕິກໍາຂອງຄະນະປະຈໍາສະພາແຫ່ງຊາດ ເຊິ່ງໄດ້ຈັດເປັນ 2 ຈຸດຄື: ຈຸດທີ 1 ຢູ່ ເມືອງວັງວຽງ ແຂວງວຽງຈັນ, ລະຫວ່າງວັນທີ 4-6 ຕຸ ລາ 2023 ສະເພາະ 9 ແຂວງພາກເໜືອ ແລະ ຢູ່ເມືອງທ່າພະບາດ ແຂວງບໍລິຄໍາໄຊ ລະຫວ່າງວັນທີ 24-26 ຕຸລາ 2023 ສະເພາະ 9 ແຂວງພາກໃຕ້. ໃນ 3 ຫົວຂໍ້ຂ້າງເທິງນີ້, ວຽກງານປະເມີນສະມາຊິກສະພາແຫ່ງຊາດ ແມ່ນມີຄວາມທ້າທາຍຫລາຍ ເນື່ອງຈາກວ່າ ສະມາຊິກສະພາແຫ່ງຊາດ ແມ່ນກ່ຽວຂ້ອງກັບຫລາຍພາກສ່ວນ, ເນື້ອໃນການປະເມີນ ແລະ ວິທີການປະເມີນ ຄວນຈະກໍານົດໃຫ້ມີຄວາມເໝາະສົມ. ສະນັ້ນ, ໃນຕໍ່ໜ້າ ຍັງຈະເຮັດວຽກໜັກໃນການສຶກສາ ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ລະອຽດຮອບດ້ານ ເພື່ອຫລີກລ່ຽງບັນຫາຕ່າງໆ ທີ່ຕາມມາ ພາຍຫລັງມີການປະເມີນຜົນການເຄື່ອນໄຫວ ຂອງສະມາຊິກສະ ພາແຫ່ງຊາດ.

อาจเป็นรูปภาพของ 3 คน, การจัดแสง, ตาราง และ แท่นบรรยาย