ປີທ່ອງທ່ຽວລາວ 2024 ມີນັກທ່ອງທ່ຽວເຂົ້າມາທ່ຽວລາວເກີນຄາດໝາຍ ກະຈາຍລາຍຮັບຫຼາຍກວ່າ 1.77 ຕື້ໂດລາ

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ລາຍງານການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ແລະ ທິດທາງແຜນການໃນຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 24 ມິຖຸນາ 2025 ນີ້ວ່າ: ປີ 2024 ມີນັກທ່ອງທ່ຽວພາຍໃນເກືອບ 4 ລ້ານເທື່ອຄົນ ເພີ່ມຂຶ້ນເຖິງ 102% ກະຈາຍລາຍຮັບໄດ້ 630 ລ້ານກວ່າໂດລາ; ນັກທ່ອງທ່ຽວສາກົນມີ 4 ລ້ານກວ່າເທື່ອຄົນ ເພີ່ມຂຶ້ນ 21% ກະຈາຍລາຍຮັບໄດ້ 1.1 ຕື້ກວ່າໂດລາ.

ສໍາລັບນັກທ່ອງທ່ຽວ 10 ອັນດັບຕົ້ນທີ່ມາທ່ຽວລາວ: 1. ໄທ, 2. ຈີນ (ເລື່ອນຈາກອັນດັບ 3), 3. ຫວຽດນາມ, 4. ສ.ເກົາຫຼີ, 5. ອາເມລິກາ, 6. ຝຣັ່ງ, 7. ລັດເຊຍ, 8. ອັງກິດ, 9 ເຢຍລະມັນ, 10. ຍີ່ປຸ່ນ. ນະໂຍບາຍຍົກເວັ້ນວີຊ່າໃຫ້ບາງປະເທດກຸ່ມເປົ້າໝາຍໄລຍະປີທ່ອງທ່ຽວລາວ 2024 (ເລີ່ມແຕ່ກໍລະກົດ-ທັນວາ) ເຫັນວ່ານັກທ່ອງທ່ຽວຈີນແມ່ນໄດ້ຮັບຜົນເກີນຄາດໝາຍທີ່ວາງໄວ້ ເຊິ່ງມີ 1 ລ້ານກວ່າເທື່ອຄົນ ເພີ່ມຂຶ້ນ 63%.

ສຳລັບທິດທາງແຜນການຕໍ່ໜ້າ:

  • ຈະສຸມໃສ່ປັບປຸງເສັ້ນທາງເຂົ້າເຖິງສະຖານທີ່ທ່ອງທ່ຽວບຸລິມະສິດ ແລະ ສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ, ການຄົມມະນາຄົມຂົນສົ່ງນັກທ່ອງທ່ຽວ ໃຫ້ມີຄວາມສະດວກ, ສະອາດ, ປອດໄພ, ປະທັບໃຈ, ໄດ້ມາດຕະຖານ ແລະ ມີຄວາມຍືນຍົງ.
  • ຊຸກຍູ້ຜູ້ພັດທະນາສະຖານທີ່ທ່ອງທ່ຽວ, ປັບປຸງກິດຈະກຳການທ່ອງທ່ຽວ ແລະ ການບໍລິການ ໃຫ້ມີຄວາມຫຼາກຫຼາຍ ໂດຍການມີສ່ວນຮ່ວມຂອງຊຸມຊົນທ້ອງຖິ່ນ ແລະ ພາກເອກະຊົນຜູ້ທີ່ມີບົດຮຽນ ແລະ ປະສົບການ
  • ປັບປຸງການບໍລິຫານ-ຄຸ້ມຄອງບັນດາເມືອງທ່ອງທ່ຽວ ທີ່ເປັນແມ່ເຫຼັກດຶງດູດນັກທ່ອງທ່ຽວ ໃຫ້ໄດ້ມາດຕະຖານຂອງ ສປປລາວ ແລະ ສາກົນ
  • ສຸມໃສ່ການປະເມີນ ແລະ ຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນ ແລະ ມາດຕະຖານການທ່ອງທ່ຽວຂອງ ສປປລາວ ເພື່ອຮັບປະກັນສ້າງຄວາມປະທັບໃຈ ແລະ ມີຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ
  • ໂຄສະນາການທ່ອງທ່ຽວທີ່ເປັນຈຸດເດັ່ນໃຫ້ມີຫຼາກຫຼາຍຮູບແບບຜ່ານສື່ຕ່າງໆ;
  • ພັດທະນາລະບົບການຊໍາລະຜ່ານລະບົບທະນາຄານ ເພື່ອໃຫ້ມີເງິນໝູນວຽນພາຍໃນປະເທດໃຫ້ຫຼາຍຂຶ້ນ
  • ຫັນເປັນທັນສະໄໝໃນການກວດກາເອກະສານຕ່າງໆຢູ່ບັນດາດ່ານ ເພື່ອຫຼຸດຜ່ອນຂັ້ນຕອນ, ສາມາດອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ແລະ ມີຖານຂໍ້ມູນທີ່ລະອຽດຢູ່ໃນລະບົບ
  • ຈັດກິດຈະກໍາປູກຈິດສຳນຶກໃນວຽກງານທ່ອງທ່ຽວ ແລະ ກິດຈະກຳສົ່ງເສີມການທ່ອງທ່ຽວ ໃຫ້ເປັນຂະບວນຟົດຟື້ນ ໂດຍຕິດພັນກັບງານເທດສະ ການ ແລະ ງານບຸນປະເພນີປະຈໍາຊາດ ແລະ ປະຈໍາທ້ອງຖິ່ນ ເພື່ອຈັດເຂົ້າໃນປະຕິທິນການທ່ອງທ່ຽວລາວ ປະຈໍາປີ 2025 ແລະ ປີຕໍ່ໆໄປ
  • ຊຸກຍູ້ສະມາຄົມຂະແໜງການທ່ອງທ່ຽວ ໃຫ້ມີການເຄື່ອນໄຫວຮ່ວມກັນກັບພາກທຸລະກິດຂອງບັນດາປະເທດໃກ້ຄຽງ ແນໃສ່ຂະຫຍາຍລາຍການທ່ອງທ່ຽວຮ່ວມກັນໃຫ້ຫຼາຍຂຶ້ນ
  • ປະສານສົມທົບກັບຂະແໜງການກ່ຽວຂ້ອງຂັ້ນສູນກາງ ເພື່ອຄົ້ນຄວ້ານະໂຍບາຍວີຊາໃຫ້ແກ່ນັກທ່ອງທ່ຽວກຸ່ມເປົ້າໝາຍ ໃຫ້ສອດຄ່ອງກັບນະໂຍບາຍຂອງປະເທດໃກ້ຄຽງ ກໍຄືພາກພື້ນ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາ ສປປລາວ ຫຼາຍຂຶ້ນ ແລະ ອື່ນໆ.