ເລັ່ງແກ້ໄຂບັນຫາສາຍໄຟຟ້າຂາດ ຢູ່ເມືອງທົ່ງມີໄຊ ເນື່ອງຈາກຕົ້ນໄມ້ລົ້ມທັບ

ໄຟຟ້າລາວ ສາຂາແຂວງໄຊຍະບູລີລາຍງານວ່າ: ເວລາປະມານ 15:30 ໂມງ ວັນທີ 25 ພຶດສະພາ 2025 ນີ້ໄດ້ເກີດມີພາຍຸຝົນຕົກໜັກ ເຮັດໃຫ້ຕົ້ນໄມ້ໃຫຍ່ ລົ້ມທັບໃສ່ຕາຂ່າຍ 22 ກິໂລໂວນ ຢູ່ລະຫວ່າງ ເມືອງປາກລາຍ ຫາ ເມືອງ ທົ່ງມີໄຊ , ແຂວງໄຊຍະບູລີ ສົ່ງຜົນກະທົບຕໍ່ລະບົບຕາຂ່າຍ ເຮັດໃຫ້ຄອນເຫຼັກຫັກ 02 ຄອນ, ສາຍຕາຂ່າຍຂາດ ແລະ ຕົກດອກ ຈຳນວນ 4 ຫວ່າງເສົາ ເປັນເຫດເຮັດໃຫ້ໄຟຟ້າເຂດ ເມືອງທົ່ງມີໄຊ ດັບໝົດເມືອງ. ເນື່ອງຈາກ ພື້ນທີ່ດັ່ງກ່າວເປັນເຂດ ຮ່ອມຜາ ແລະ ບໍ່ມີທາງລົດໄປເຖິງ ຈຶ່ງເຮັດໃຫ້ການແກ້ໄຂ-ສ້ອມແປງ ພົບຄວາມຫຍຸ້ງຍາກ.
ປັດຈຸບັນ, ຫ້ອງການໄຟຟ້າ ເມືອງທົ່ງມີໄຊ ແລະ ເມືອງປາກລາຍ ເລັ່ງສ້ອມແປງ-ແກ້ໄຂ ໃຫ້ສຳເລັດວັນທີ 26 ພຶດສະພາ 2025 ຈະໃຫ້ສໍາເລັດໂດຍໄວ.

