ຄພລ ຊຸດທີ III ວາງແຜນທຸ້ມງົບ 5 ຕື້ກວ່າກີບ ພັດທະນາກິລາຄົນພິການລາວ ແຕ່ນີ້ເຖິງປີ 2020

ຄະນະບໍລິຫານງານ ຄະນະກໍາມະການພາລາແລັມປິກແຫ່ງຊາດ (ຄພລ) ຊຸດທີ III ວາງແຜນທຸ້ມງົບປະມານເຂົ້າໃນການພັດທະນາກິລາຄົນພິການລາວ ສົກປີ 2016-2020 ໃນຈໍານວນ 5,6 ຕື້ກີບ ໂດຍສະເພາະຈັດການແຂ່ງຂັນກິລາຄົນພິການນາໆຊາດຢ່າງໜ້ອຍ 3 ຄັ້ງຕໍ່ປີ ໂດຍຄາດໃຊ້ງົບເຖິງ 2 ຕື້ກວ່າກີບ.
ທ່ານ ສີທາດ ຈັນທະບູລີ ຫົວໜ້າກົມກິລາມວນຊົນ ກະຊວງສຶກສາທິການ ແລະ ກິລາ ເປີດເຜີຍວ່າ: ອີງຕາມແຜນການຄາດຄະເນ ປະກອບມີ 3 ແຜນໃຫຍ່, ແຜນການຄາດຄະເນໂຄງການບູລິມະສິດມີ 9 ໂຄງການ, ບັດດາວິທີການຕົ້ນຕໍ ເພື່ອບັນລຸເປົ້າໝາຍ 7 ວິທີການ, ແຜນການຂອງໄລຍະປະຕິບັດໃນ ແຜນການພັດທະນາກິລາຄົນພິການລາວ ແລະ ອີງຕາມສະພາບຄວາມເປັນຈິງຂອງການສ້າງນັກກິລາຄົນພິການລາວ. ດັ່ງນັ້ນ, ຄະນະບໍລິຫານງານພາລາແລັມປິກແຫ່ງຊາດລາວ ຈິ່ງໄດ້ຄົ້ນຄວ້າຮ່າງແຜນການດ້ານງົບປະມານຄາດຄະເນ ແລະ ຄາດໝາຍຫລັກ ໂດຍຄາດໃຊ້ງົບປະມານ 5,6 ຕື້ກີບ ລະຫວ່າງປີ 2016-2020 ດັ່ງນີ້:
- ຝຶກອົບຮົມຜູ້ບໍລິຫານວຽກງານກິລາຄົນພິການ ຈໍານວນ 155 ຄົນຕໍ່ປີ ໃຊ້ງົບປະມານ 280 ລ້ານກີບ.
- ຝຶກອົບຮົມຄູຝຶກກິລາບາງປະເພດຄົນພິການ 24 ຄົນຕໍ່ປີ ໃຊ້ງົບປະມານ 256 ລ້ານກີບ.
- ຝຶກອົບຮົມຄະນະກໍາມະການຕັດສິນ 205 ຄົນຕໍ່ປີ ໃຊ້ງົບປະມານ 276 ລ້ານກີບ.
- ຈັດການແຂ່ງຂັນກິລາຄົນພິການພາຍໃນປະເທດ ຈໍານວນ 3 ຄັ້ງຕໍ່ປີ ໃຊ້ງົບປະມານ 1.750 ຕື້ກີບ.
- ຈັດການແຂ່ງຂັນກິລາຄົນພິການນາໆຊາດ 3 ຄັ້ງຕໍ່ປີ ໃຊ້ງົບປະມານ 2.250 ຕື້ກີບ.
- ເຂົ້າຮ່ວມການແຂ່ງຂັນກິລາຄົນພິການຢູ່ຕ່າງປະເທດ ແລະ ເຂົ້າຮ່ວມກອງປະຊຸມສາກົນປະຈໍາປີ ຈໍານວນ 206 ຄົນຕໍ່ປີ ໃຊ້ງົບປະມານ 358 ລ້ານກີບ.
- ສ້າງຄະນະນັກກິລາທີມຊາດ ຈໍານວນ 260 ຄົນຕໍ່ປີ ໃຊ້ງົບປະມານ 157 ລ້ານກີບ.
- ປັບປຸງກໍ່ສ້າງສະໜາມກິລາ, ອຸປະກອນກິລາ ແລະ ຈ່າຍພັນທະ (APSF, APC ແລະ IPC) ປະຈໍາປີ ຈໍານວນ 3 ຄັ້ງຕໍ່ປີ ໃຊ້ງົບປະມານ 295 ລ້ານກີບ.

