ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງສາທາລະນະສຸກ ລະຫວ່າງຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ລັດຖະມົນຕີກະຊວງສາທາລະນະສຸກ ລະຫວ່າງ ຜູ້ເກົ່າ-ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 19 ມິຖຸນາ ຜ່ານ ທີ່ກະຊວງດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ, ມີບັນດາສະຫາຍຄະນະປະຈໍາພັກ, ກໍາມະການຄະນະພັກກະຊວງ, ຮອງລັດຖະມົນຕີ, ເລຂາໜ່ວຍພັກ, ຄະນະກົມ, ພະນັກງານຫຼັກແຫຼ່ງຈາກກະຊວງສາທາລະນະສຸກ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເຂົ້າຮ່ວມເປັນສັກຂີພິຍານ.

ສະຫາຍ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມະຕິຄໍາສັ່ງຂອງກົມການເມືອງສູນກາງພັກ ຈຳນວນ 5 ສະບັບຄື: ມະຕິຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 10, ລົງວັນທີ 11/6/2025; ລັດຖະດໍາລັດຂອງປະທານປະເທດສະບັບເລກທີ 107 ລົງວັນທີ 3/6/2025 ວ່າດ້ວຍການອະນຸມັດພະນັກງານການນໍາຂັ້ນສູງອອກພັກການ-ຮັບອູດໜູນບໍານານ ໂດຍຕົກລົງໃຫ້ ສະຫາຍ ບຸນແຝງ ພູມມະໄລສິດ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງສາທາລະນະສຸກ (ຜູ້ເກົ່າ) ອອກພັກການ-ຮັບອູດໜູນບໍານານ; ຄໍາສັ່ງຍົກຍ້າຍສະບັບເລກທີ 05 ລົງວັນທີ 11/6/2025; ລັດຖະດໍາລັດຂອງປະທານປະເທດສະບັບເລກທີ 103 ລົງວັນທີ 13/6/2025 ວ່າດ້ວຍການຍົກຍ້າຍພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່ ໂດຍເຫັນດີຍົກຍ້າຍ ສະຫາຍ ນາງ ໃບຄໍາ ຂັດທິຍະ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ເປັນລັດຖະມົນຕີກະຊວງສາທາລະນະສຸກຜູ້ໃໝ່; ຜ່ານມະຕິຕົກລົງກົມການເມືອງສູນກາງພັກສະບັບເລກທີ 16 ລົງວັນທີ 11/6/2025 ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກກະຊວງສາທາລະນະສຸກ. ຈາກນັ້ນ, ສະຫາຍ ບຸນແຝງ ພູມມະໄລສິດ ໄດ້ຂຶ້ນລາຍງານການເຄື່ອນໄຫວຊີ້ນໍາ-ນໍາພາວຽກງານຮອບດ້ານສາທາລະນະສຸກ ໃນໄລຍະ 5 ປີຜ່ານມາ.

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມບາງຕອນວ່າ: ໂດຍຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ໄດ້ຕົກລົງຈັດວາງ-ສັບຊ້ອນ ພະນັກງານການນໍາຂັ້ນສູງບາງຕຳແໜ່ງຄືນໃໝ່ ເພື່ອຮອງຮັບໃຫ້ແກ່ການສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງການເມືອງ ທີ່ວາງອອກໃນແຕ່ລະໄລຍະໃຫ້ມີຜົນສໍາເລັດ. ຜ່ານມາ, ກໍໄດ້ດໍາເນີນການສັບປ່ຽນໝູນວຽນໜ້າທີ່ວຽກງານຂອງພະນັກງານການນໍາໃນລະບົບການຈັດຕັ້ງຂອງພັກ, ລັດ ແລະ ອົງການຈັດຕັ້ງມະຫາຊົນ ຊຶ່ງເປັນວຽກງານປົກກະຕິ ແລະ ແມ່ນຫຼັກການອັນໜຶ່ງຂອງພັກເຮົາໃນວຽກງານພະນັກງານ ກໍຄືຫຼັກການ “ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ”ເພື່ອປັບປຸງໃຫ້ດີຂຶ້ນ, ທັງເປັນການຍົກລະດັບພະນັກງານ ການນໍາໃຫ້ມີຄວາມຮູ້, ຄວາມສາມາດນໍາພາຮອບດ້ານ… ພາຍໃຕ້ການນໍາພາ-ຊີ້ນໍາ ຂອງສະຫາຍ ບຸນແຝງ ພູມມະໄລສິດ ໃນຕະຫຼອດໄລຍະເວລາ ທີ່ເປັນລັດຖະມົນຕີກະຊວງສາທາລະນະສຸກ ຊຶ່ງສະຫາຍເປັນຜູ້ນໍາໜ້າໃນການນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນຂະແໜງສາທາລະນະສຸກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກກະຊວງ ສາທາລະນະສຸກ ເຮັດໃຫ້ຂະແໜງສາທາລະນະສຸກ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ ແລະ ມີຜົນງານອັນພົ້ນເດັ່ນຫຼາຍດ້ານ, ຂໍໃຫ້ບັນດາສະຫາຍຈົ່ງສືບຕໍ່ຮັກສາ ແລະ ເສີມຂະຫຍາຍ ໃຫ້ກ້າວໄປຢ່າງບໍ່ຢຸດຢັ້ງ. ສໍາລັບ ສະຫາຍ ນາງ ໃບຄໍາ ຂັດທິຍະ ມາເປັນລັດຖະມົນຕີກະຊວງສາທາລະນະສຸກ ຊຶ່ງສະຫາຍແມ່ນການນໍາຍຸດທະສາດຜູ້ໜຶ່ງຂອງພັກ-ລັດ ທີ່ມີຄວາມບຸກບືນສູ້ຊົນ ໂດຍຜ່ານຂະບວນຝຶກຝົນຫຼໍ່ຫຼອມ ແລະ ເຕີບໃຫຍ່ຈາກຂະບວນການວຽກງານຕົວຈິງ. ມີຄວາມເຊື່ອໝັ້ນວ່າ: ດ້ວຍຄວາມຮູ້ – ຄວາມສາມາດ ແລະ ບົດຮຽນປະສົບການ ທີ່ສະຫາຍ​ມີນັ້ນ, ຈະເປັນພື້ນຖານສໍາຄັນໃນການນໍາພາປະຕິບັດວຽກງານສາທາລະນະສຸກ ແລະ ພ້ອມໝູ່ຄະນະຊຸກຍູ້ຂະບວນການວຽກງານດ້ານຕ່າງໆ ຂອງຂະແໜງສາທາລະນະສຸກ ໃຫ້ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ບັນດາຜົນສໍາເລັດ, ເຮັດໃຫ້ຂະແໜງສາທາລະນະສຸກ ມີຄວາມໜັກແໜ້ນ-ເຂັ້ມແຂງ, ສາມາດປະຕິບັດວຽກງານການກັນພະຍາດສົ່ງເສີມສຸຂະພາບ ເປັນຕົ້ນຕໍ, ການປິ່ນປົວ ແລະ ຟື້ນຟູໜ້າທີ່ການ ໃຫ້ທົ່ວເຖິງມີຄຸນນະພາບ ແລະ ຍຸຕິທໍາ ກໍຄືການພັດທະນາຍົກລະດັບແພດໝໍ ໃຫ້ສົມຄູ່ກັບເງື່ອນໄຂສະພາບການພັດທະນາ ໃນປັດຈຸບັນ ແລະ ວຽກງານອື່ນໆ ໃຫ້ດີຂຶ້ນກວ່າເກົ່າ.

ທີ່ມາ: ໜັງສືພິມປະຊາຊົນ