ການນຳໃຊ້ແຮງງານ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳ ຍັງບໍ່ສອດຄ່ອງກັບກົດໝາຍ

ການນຳໃຊ້ແຮງງານລາວ ແລະ ຕ່າງປະເທດ ຫລາຍສິບພັນຄົນ ຫລື ອາດເຖິງແສນຄົນໃນອະນາຄົດອັນໃກ້, ແຕ່ການນຳໃຊ້ແຮງງານເຫລົ່ານີ້ຍັງບໍ່ທັນຖືກຕ້ອງ ແລະ ສອດຄ່ອງກັບກົດ ໝາຍ ແລະ ລະບຽບການທີ່ກ່ຽວຂ້ອງໄດ້ກຳນົດ ໂດຍຍັງບໍ່ສາມາດເກັບກໍາຕົວເລກຕົວຈິງຂອງຜູ້ອອກ ແຮງງານລາວ ແລະ ຜູ້ອອກແຮງງານຕ່າງປະເທດ ທີ່ເຮັດວຽກຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳ ລວມທັງຈຳນວນທີ່ຖືກກົດໝາຍ, ຜິດກົດໝາຍ, ສັນຊາດຂອງຜູ້ອອກແຮງງານ ແລະ ອື່ນໆ.
ຄຽງຄູ່ກັນນັ້ນ, ບໍ່ສາມາດຕິດຕາມ ແລະ ຄຸ້ມຄອງຜູ້ອອກແຮງງານ ໂດຍສະເພາະແມ່ນສັນຍາແຮງງານ, ລາຍຮັບ, ສະຫວັດດີການສັງຄົມ ແລະ ການປົກປ້ອງທາງສັງຄົມຕ່າງໆ, ທ່ານ ນາງ ໃບຄຳ ຂັດທິຍະ ລັດ ຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ກ່າວໃນກອງປະຊຸມ ປຶກສາຫາ ລືກ່ຽວກັບການຂຶ້ນທະບຽນແຮງງານ ແລະ ກວດສຸຂະພາບແຮງງານ ຢູ່ເຂດເສດຖະກິດພິເສດສາມ ຫລ່ຽມຄຳ, ແຂວງບໍ່ແກ້ວ ໃນວັນທີ 23 ຕຸລາ 2021 ຜ່ານລະບົບທາງໄກ.
ເຖິງຢ່າງໃດກໍຕາມ, ການຂຶ້ນທະບຽນແຮງງານ ຈະເຮັດໃຫ້ສາມາດເກັບກຳຂໍ້ມູນຂອງຜູ້ອອກ ແຮງງານທີ່ກຳລັງເຮັດວຽກ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳ, ແຂວງບໍ່ແກ້ວ ຢ່າງລະອຽດ ເຊັ່ນ: ຈຳນວນຜູ້ຫວ່າງງານ, ຜູ້ບໍ່ມີຫົວໜ່ວຍແຮງງານສັງກັດ, ຜູ້ຕ້ອງການຝຶກສີມືແຮງງານ, ຜູ້ອອກແຮງງານທີ່ຖືກກົດໝາຍ, ຜິດກົດໝາຍ, ຜູ້ຕ້ອງການສືບຕໍ່ເຮັດວຽກ ແລະ ຜູ້ຕ້ອງການກັບຄືນປະເທດ, ຊຶ່ງຈະຊ່ວຍໃຫ້ສາມາດກຳນົດກົນໄກ ໃນການແກ້ໄຂບັນຫາໄດ້ຢ່າງຖືກຕ້ອງ ລວມທັງການຮ່ວມມືສອງຝ່າຍເພື່ອແກ້ໄຂບັນຫາຕໍ່ກັບຜູ້ອອກແຮງງານ ທີ່ເຮັດວຽກແບບຜິດກົດໝາຍ.
ທ່ານລັດຖະມົນຕີ ກະຊວງ ຮສສ ກ່າວຕື່ມວ່າ: ການຂຶ້ນທະບຽນແຮງງານ ແມ່ນຈະໄດ້ຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ ເພື່ອເຮັດໃຫ້ຜູ້ອອກແຮງງານລາວ ແລະ ຜູ້ອອກແຮງງານຕ່າງປະເທດທີ່ເຮັດວຽກຢູ່ໃນວິສາຫະກິດ, ໂຄງການ ແລະ ການຈັດຕັ້ງຕ່າງໆທັງໝົດ ຖືກບັນທຶກເຂົ້າໃນລະບົບຖານຂໍ້ມູນແຮງງານ ເພື່ອສະໜອງໃຫ້ຂະແໜງການເງິນ ໄດ້ນຳໃຊ້ເປັນຂໍ້ມູນພື້ນຖານໃນການຄິດໄລ່ອາກອນລາຍໄດ້ໃຫ້ຖືກຕ້ອງຕາມກົດໝາຍ ວ່າດ້ວຍແຮງງານ ແລະ ກົດໝາຍ ວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍອາກອນລາຍໄດ້ ແລະ ກົດໝາຍວ່າດ້ວຍອາກອນຊົມໃຊ້ ໃຫ້ຖືກຕ້ອງ ແລະ ໂປ່ງໃສ.

ຂໍ້ມູນ: ກະຊວງ ຮສສ