ພຸດທະວົງ ສັງວິໄລ ແບັກຊ້າຍທີມຊາດລາວ ໄດ້ຖືກ ບີຈີ ປະທຸມ ຢູໄນເຕັດ (BG Pathum United) ຢືມໂຕ ໄປເສີມທັບ ໃນລະດູການ 2025/26

ພຸດທະວົງ ສັງວິໄລ ນັກເຕະແບັກຊ້າຍທີມຊາດລາວ ອາຍຸ 20 ປີ ຖືກ BG Pathum United ທີມອັນດັບ 3 ຂອງໄທລີກດຶງໄປເສີມທັບ ດ້ວຍສັນຍາແບບຢືມໂຕຢ່າງເປັນທາງການ ໃນລະດູການ 2025/26
.
ປັດຈຸບັນ ພຸດທະວົງ ສັງວິໄລ ອາຍຸ 20 ປີ ໄດ້ເຂົ້າມາຢູ່ກັບສະໂມສອນ ເອສະຣາ ໃນປີ 2015 ເມື່ອອາຍຸໄດ້ 11 ປີ ຈົນກ້າວຂຶ້ນຕິດທີມຊາດລາວຊຸດໃຫຍ່ ເປັນກຳລັງຫລັກໃຫ້ສະໂມສອນເອສະຣາຕະຫລອດມາ ໂດຍສະເພາະ ລະດູການລ້າສຸດ 2024/25 ມີບົດບາດສຳຄັນ ໃນການຊ່ວຍໃຫ້ທີມມີຜົນງານທີ່ໂດດເດັ່ນໃນການພາທິມບັນລຸເປົ້າໝາຍ ສ້າງປະຫວັດສາດຄວ້າແຊ້ມລີກສູງສຸດຂອງລາວ ແລະ ແຊ້ມຊີງຂັນພະນະທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ຄັ້ງທຳອິດ.
ພຸດທະວົງ ສັງວິໄລ ເກີດຢູ່ທີ່ບ້ານຫົວແຊ ເມືອງບາຈຽງ ແຂວງຈຳປາສັກ ສູງ 170 ຊັງຕີແມັດ, ນໍ້າຫນັກ 70 ກິໂລກຣາມ, ເປັນກຳລັງສຳຄັນຂອງທີມຊາດລາວ ແລະ ເຄີຍຫລິ້ນໃຫ້ກັບທີມຊາດລາວມາແຕ່ຊຸດ U14, U16, U19, U23 ແລະ ທີມຊາດຊຸດໃຫຍ່ໃນປັດຈຸບັນ.
ຜົນງານຫລ້າສຸດ ແມ່ນແອດຊີດໄປ 2 ຄັ້ງ ໃນນັດ ທີມຊາດລາວ ເອົາຊະນະ ທີມຊາດເນປານ ໄປ 2-1 ໃນລາຍການບານເຕະຊີງແຊ້ມອາຊີ ຄັບ 2027 ຮອບຄັດເລືອກ ນັດທີ 2 ຂອງກຸ່ມ F.
#PhoutthavongSangvilay #Laos #BGPathumUnited

