ທຣຳ ແຊງ ວິລລຽມ ຄວ້າແຊ໊ມສະນຸກເກີ ມາສເຕີ

ຈັດ ທຣຳ ສະແດງເພງຄິວ ກວາດ 3 ເຟຣມສຸດທ້າຍ ແຊງຊະນະ ມາກ ວິລລຽມ 10-8 ເຟຣມ ຄວ້າແຊ໊ມການແຂ່ງຂັນສະນຸກເກີ ຄາຊູ ມາສເຕີ 2023 ໄປຄອງເປັນສະໄຫມທີ 2 ເມື່ອວັນອາທິດທີ່ຜ່ານມາ.

ການແຂ່ງຂັນສະນຸກເກີ ລາຍການ ຄາຊູ ມາສເຕີ 2023 ໜຶ່ງໃນ 3 ລາຍການໃຫຍ່ລະດັບ ທຣິບເປິນ ຄຣາວ ທີ່ອາເລັກຊານດຣາ ພາເລດ ໃນນະຄອນຫລວງ ລອນດອນ ປະເທດອັງກິດ ເມື່ອວັນອາທິດທີ 15 ທີ່ຜ່ານມາ ເປັນການແຂ່ງຂັນໃນຮອບຊີງຊະນະເລີດ ໃຊ້ລະບົບຊະນະ 10 ໃນ 19 ເຟຣມ ໂດຍ ຈັດ ທຣຳ ຍອດນັກສະນຸກເກີຊາວອັງກິດ ອະດີດແຊ໊ມລາຍການນີ້ 1 ສະໄຫມໃນປີ 1998 ແລະ 2023 ແລະ ເຂົ້າຊີງຊະນະເລີດລາຍການນີ້ເປັນຄັ້ງທຳອິດໃນຮອບ 20 ປີ.

ໂດຍການແຂ່ງຂັນໃນເຊສຊັນທຳອິດ 8 ເຟຣມນັ້ນ ຜົນປາກົດວ່າ ທຣຳ ອອກຄິວໄດ້ດີກວ່າ ແລະ ຂຶ້ນນຳກ່ອນ 5-3 ເຟຣມ ຂະນະທີ່ໃນເຊສຊັນທີ 2 ການແຂ່ງຂັນເປັນໄປຢ່າງສີສູ ໂດຍ ວິລລຽມ ຮຶດແຊງກັບຂຶ້ນມານຳ 8-7 ເຟຣມ ແຕ່ຍອດນັກສະນຸກເກີຈາກອັງກິດ ສູ້ຄືນກັບ 3 ເຟຣມລວດ ໂດຍສະເພາະໃນເຟຣມສຸດທ້າຍທີ່ລາວໂຊຟອມເບຣກ 126 ແຕ້ມ ແຊງກັບມາເອົາຊະນະ 10-8 ເຟຣມ ຄວ້າແຊ໊ມໄປຄອງໄດ້ສຳເລັດ ໂດຍຖືເປັນແຊ໊ມລາຍການນີ້ເປັນສະໄຫມທີ 2.