ຊີວິດປົກກະຕິໃໝ່ຂອງຊາວອູຮັ່ນ

ນັບແຕ່ເດືອນພຶດສະພາເປັນຕົ້ນມາ, ອູຮັ່ນມີຜູ້ຕິດເຊື້ອໂຄວິດ-19 4 ກໍລະນີ, ທັງສີ່ ແມ່ນຕິດມາແຕ່ຕ່າງປະເທດ ແລະ ຖືກກັກແຍກຕົວທັນທີ. “ອູຮັ່ນເປັນບ່ອນທີ່ປອດໄພທີ່ສູດໃນຈີນ” – ທ່ານ Thomas Tong ກ່າວ.

ເປັນເວລາ 8 ເດືອນປາຍທີ່ພະຍາດໂຄວິດ-19 ໄດ້ລະບາດຂື້ນຢູ່ໃນເມືອງອຸດສາຫະກຳ 11 ລ້ານຄົນ. ປັດຈຸບັນ ອູຮັ່ນໄດ້ກັບມາສູ່ມີຊີວິດປົກກະຕິແບບໃໝ່ ພາຍຫຼັງໂຄວິດ-19. ການດຳເນີຊີວິດມີຫຼາຍແບບທີ່ແຕກຕ່າງກັນອອກໄປ. ບັນດາຮ້ານອາຫານ, ໂຮງຮູບເງົາ, ຫ້ອງຄາຣາໂອເກະ ໄດ້ເປີດໃຫ້ການບໍລິການເປັນປົກກະຕິ.

ແຕ່ແນ່ນອນແລ້ວວ່າ, ບັນດາມາດຕະການຂອງລັດຖະບານຈີນກໍຍັງມີຜົນບັງຄັບໃຊ້ໄດ້ຢ່າງຍາວນານ. ປະຊາຊົນຈຳເປັນຕ້ອງມີ  ID ແຫ່ງຊາດ ເພື່ອໃຫ້ໄດ້ຊື້ຢາຫຼຸດຜ່ອນອາການໄຂ້ ຫຼື ຢາດີໄຂ້. ຖ້າໃຜຫາກມີໄຂ້ຂຶ້ນສູງ ຕ້ອງໄດ້ລາຍງານໃຫ້ເຈົ້າໜ້າທີ່ກ່ຽວຂ້ອງຮັບຊາບທັນທີ, ທຸກຄົນຕ້ອງໃສ່ຜ້າອັດປາກ-ດັງຢູ່ບ່ອນສາທາລະນະ ແລະ ສ້າງຂໍ້ມູນການເຄື່ອນໄຫວຂອງຕົນ ເພື່ອໃຫ້ເຈົ້າໜ້າທີ່ຮັບຊາບ ແລະ ທຸກຄົນຕ້ອງປະຕິບັດມາດຕະການປ້ອງກັນພະຍາດຂອງລັດຖະບານວາງອອກຢ່າງເຄັ່ງຄັດ, ຖ້າບໍ່ດັ່ງນັ້ນຈະຖືກປັບໃໝຕາມລະບຽບກົດໝາຍ.

ຂ່າວ: ລູກເມືອງພວນ