ກອງກຳລັງຝ່າຍອາຣັບບີ ຊາອຸດິດ ຍອມເປີດທ່າກຳປັ່ນເຢເມນຕໍ່ໄປອີກ 1 ເດືອນ

ກອງກຳລັງພັນທະມິດອາຣັບບີ ຊາອຸດິດ ລາຍງານວ່າ: ກອງກຳລັງນຳໂດຍ ອາຣັບບີ ຊາອຸດິດ ໃນເຢເມນ ຕັດສິນໃຈຮັກສາການເປີດທ່າກຳປັ່ນໂຮເດດາອອກໄປອີກ 1 ເດືອນ, ເຖິງວ່າຈະມີລູກສອນໄຟຍິງໂຈມຕີຈາກກຸ່ມກະບົດຊາວຮູທີມານະຄອນຫລວງຣິຍາດກໍຕາມ.
ກອງກຳລັງຝ່າຍອາຣັບບີ ຊາອຸດິດ ເຊິ່ງຄວບຄຸມນ່ານຟ້າ ແລະ ການເຂົ້າສູ່ທ່າກຳປັ່ນຕ່າງໆໃນເຢເມນ ນັບແຕ່ເຂົ້າປິດລ້ອມຈຸດເຊື່ອມຕໍ່ທັງໝົດໃນເຢເມນ ພາຍຫລັງມີລູກສອນໄຟຍິງໂຈມຕີມາຍັງສະໜາມບິນສາກົນໃນນະຄອນຫລວງຣິຍາດຂອງອາຣັບບີ ຊາອຸດິດ. ເຈົ້າໜ້າທີ່ອາຣັບບີ ຊາອຸດິດ ກ່າວວ່າ: ສາມາດກວດສະກັດລູກສອນໄຟທັງສອງລູກໄວ້ໄດ້ໂດຍຍັງບໍ່ມີເຫດຮ້າຍ. ຖະແຫລງການຂອງກອງກຳລັງຮ່ວມລະບຸວ່າ: ຈະຍອມເປີດທ່າກຳປັ່ນໂຮເດດາເພື່ອການຊ່ວຍເຫລືອດ້ານມະນຸດສະທຳ ແລະ ຈັດສົ່ງເຄື່ອງຂອງບັນເທົາທຸກໄປອີກ 30 ວັນ ລວມທັງດຳເນີນການຂໍ້ສະເໜີຂອງຜູ້ແທນສະຫະປະຊາຊາດໃນເຢເມນນຳອີກ, ແຕ່ບໍ່ໄດ້ລະບຸໃນລາຍລະອຽດ.

