ລາວເປີດໃຫ້ນໍາໃຊ້ສັນຍານອິນເຕີເນັດບໍ່ເສຍຄ່າຫລາຍຈຸດໃນຕົວເມືອງ

ສປປ ລາວ, ໄດ້ເປີດທົດລອງໃຫ້ມວນຊົນຊົມໃຊ້ສັນຍາອິນເຕີເນັດໂດຍບໍ່ເສຍຄ່າຢູ່ຫລາຍເຂດໃນນະຄອນຫລວງວຽງຈັນ, ພາຍຫລັງໄດ້ຮັບການສະໜັບສະໜູນຈາກອົງການໂທລະຄົມມະນາຄົມອາຊີ-ປາຊີຟິກ (Asia-Pacific Telecommunkty) ໃນໂຄງການນໍາໃຊ້ລະບົບອິນເຕີເນັດຟຣີວາຍຟາຍເພື່ອສົ່ງເສີມການທ່ອງທ່ຽວ ແລະ
ການສຶກສາຢູ່ລາວເປັນເວລາ 1 ປີ,
ໂດຍກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ
ການສື່ສານ ໄດ້ຕິດຕັ້ງອຸປະກອນປ່ອຍສັນຍານອິນເຕີເນັດເພື່ອໃຫ້ປະຊາຊົນກໍຄືນັກທ່ອງທ່ຽວໄດ້ນໍາໃຊ້ໂດຍບໍ່ເສຍຄ່າຢູ່ສະໜາມບິນສາກົນວັດໄຕ,
ສວນສາທາລະນະນໍ້າພຸ ແລະ ຫໍພິພິທະພັນຫໍພະແກ້ວ.


ທ່ານຮອງລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃຫ້ຮູ້ໃນພິທີເປີດໂຄງການດັ່ງກ່າວໃນວັນທີ 3 ກັນຍານີ້ວ່າ: ປັດຈຸບັນ, ອິນເຕີເນັດ ໄດ້ມີບົດບາດສໍາຄັນໃນການດໍາລົງຊີວິດຂອງຄົນໃນສັງຄົມ, ໂດຍສະເພາະແມ່ນເຮັດໃຫ້ການສື່ສານ, ການຊອກຫາຂໍ້ມູນຂ່າວສານ, ການພົວພັນວຽກງານ, ການດໍາເນີນທຸລະກິດຕ່າງໆ ມີຄວາມສະດວກ ແລະ ທັນສະໄໝຫລາຍຂຶ້ນ. ນອກນີ້ມັນຍັງສາມາດຊ່ວຍຊຸກຍູ້ສົ່ງເສີມອຸດສາຫະກໍາການທ່ອງທ່ຽວໃນໂລກ ກໍຄືຢູ່ ສປປ ລາວເຮົາຂະຫຍາຍຕົວດີຂຶ້ນ.
ປັດຈຸບັນ, ປະເທດລາວ ມີເຄືອຂ່າຍໂທລະສັບມືຖືກວມປະມານ 94% ແລະ ສັນຍາອິນເຕີເນັດກວມ 78% ຂອງພື້ນທີ່ທົ່ວປະເທດ. ຂະນະທີ່ຕົວເລກຜູ້ຊົມໃຊ້ອິນເຕີເນັດກວມເກືອບເຄິ່ງໜຶ່ງຂອງປະຊາກອນໃນປະເທດ.

