ປກສ ແຂວງບໍ່ແກ້ວ ກວດຍຶດເຄຕາມີນ 124 ກິໂລກຣາມ ຊຸກເຊື່ອງຢູ່ຫລັງຄາລົດຕູ້

ປກສ ແຂວງບໍ່ແກ້ວ ລາຍງານວ່າ: ວັນທີ 6 ມິຖຸນາ 2025 ເວລາປະມານ 11 ໂມງ 30 ນາທີ ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ກວດກາພາຫະນະຢູ່ຈຸດບ້ານກ້ອນຕື່ນ, ເມືອງປາກທາ, ແຂວງບໍ່ແກ້ວ ໄດ້ກວດກາລົດຕູ້ ຍີ່ຫໍ້ TOYOTA ລຸ້ນ HIACE ສີປອນເງິນ ເລກທະບຽນ ກບ 0158 ກຳແພງນະຄອນ.

ຜ່ານການກວດກາ ສົງໄສວ່າລົດຄັນດັ່ງກ່າວມີການດັດແປງສະພາບເຕັກນິກ, ທາງເຈົ້າໜ້າທີ່ໄດ້ມ້າງໄຂເບິ່ງຈຸດທີ່ສົງໄສແລ້ວພົບເຫັນຢາເສບຕິດປະເພດເຄຕາມີນ ຈໍານວນ 124 ຫໍ່, ນໍ້າໜັກ 124 ກິໂລກຣາມ ຊຸກເຊື່ອງຢູ່ຫລັງຄາລົດ (ບ່ອນດັດແປງສະພາບ), ຈິ່ງໄດ້ກັກຕົວຜູ້ຂັບຂີ່ຄື: ທ້າວ ຈະທໍ່ ອາຍຸ 35 ປີ, ອາຊີບແລ່ນລົດໂດຍສານ, ຢູ່ບ້ານດອນທາດ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ພ້ອມຂອງກາງຢາເສບຕິດ ເພື່ອດຳເນີນການສືບສວນ-ສອບສວນ.

ສໍາລັບເຄື່ອງຂອງກາງຄະດີ ແລະ ເຄື່ອງຕິດຕົວທີ່ຍຶດໄດ້ມີ:

1. ເຄຕາມີນ ຈຳນວນ 124 ຫໍ່, ນໍ້າໜັກ 124 ກິໂລກຣາມ.

2. ລົດຕູ້ 1 ຄັນ (ທະບຽນ ກບ 0158 ກຳແພງນະຄອນ).

3. ໂທລະສັບມືຖື 1 ໜ່ວຍ.

4. ໂມງໃສ່ແຂນ 1 ໜ່ວຍ.

ປະຈຸບັນ ທາງເຈົ້າໜ້າທີ່ວິຊາສະເພາະ ພວມດຳເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນ.

ທີ່ມາ: ປກສ ແຂວງບໍ່ແກ້ວ