ດ້ານຜົນເສຍ, ຂໍ້ຫຍຸ້ງຍາກ ແລະ ຄວາມສ່ຽງ ໂຄງການບໍ່ແຮ່ໃນຮູບແບບທົດລອງ

ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຊີ້ແຈງຕໍ່ກອງປະ ຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 28 ມິຖຸນາ 2023 ຜ່ານມານີ້ວ່າ: ໃນໄລຍະຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແຕ່ປີ 2021-2023, ລັດຖະບານ ໄດ້ອະນຸຍາດທົດລອງຂຸດຄົ້ນແຮ່ທາດແບບທົດລອງທັງໝົດ 91 ບໍລິສັດ, ໃນນີ້: ແຮ່ເຫຼັກ 38 ບໍລິສັດ, ແຮ່ຄໍາຕົກຂ້ອນ 31 ບໍລິສັດ, ແຮ່ຫາຍາກ 12 ບໍລິສັດ, ແຮ່ຄຳເຄົ້າ 8 ບໍລິສັດ ແລະ ຫີນມາໂບ 2 ບໍລິສັດ.
ບັນດາໂຄງການທົດລອງຂຸດຄົ້ນແຮ່ທາດທີ່ໄດ້ຮັບອະນຸຍາດທັງໝົດໄດ້ມອບພັນທະງົບປະມານແລ້ວ ປະມານ 959,68 ຕື້ກີບ ແລະ 177,17 ລ້ານໂດລາສະຫະລັດ.
ຢ່າງໃດກໍຕາມ ຜ່ານການປະເມີນການຈັດຕັ້ງປະຕິບັດວຽກງານຂອງບັນດາບໍລິສັດທີ່ດຳເນີນໂຄງການບໍ່ແຮ່ໃນຮູບແບບທົດລອງ ສາມາດສັງເກດຕີລາຄາດ້ານດີ-ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຄວາມສ່ຽງ ແລະ ທິດທາງແກ້ໄຂ, ໃນນີ້ ເວົ້າສະເພາະດ້ານຜົນເສຍ, ຂໍ້ຫຍຸ້ງຍາກ ແລະ ຄວາມສ່ຽງ ແມ່ນດ້ານຄວາມເປັນມືອາຊີບຂອງບໍລິສັດສຳປະທານ ຄື:
1). ບໍລິສັດທີ່ໄດ້ຮັບອະນຸຍາດສ່ວນຫຼາຍ ບໍ່ໄດ້ສົ່ງບົດສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ.
2). ການຂຸດຄົ້ນແຮ່ທາດ ໂດຍສະເພາະແຮ່ເຫຼັກແບບທົດລອງ ສ່ວນໃຫຍ່ບໍ່ຜ່ານການສຳຫຼວດ, ເວລາຈັດຕັ້ງປະຕິບັດວຽກງານຕົວຈິງຖ້າຫາກບໍ່ພົບແຫຼ່ງແຮ່ທີ່ເປັນເສດຖະກິດ (ມີແຮ່ໜ້ອຍແລະຄຸນນະພາບຕໍ່າ) ບໍ່ສາມາດປະຕິບັດວຽກງານໄດ້, ມີການສະເໜີຂໍປ່ຽນເຂດໃໝ່, ບາງບໍລິສັດພົບແຫຼ່ງແຮ່ອື່ນ ແລະ ສະເໜີຂໍເພີ່ມແຮ່ເຂົ້າໃນສັນຍາ.
3). ບາງບໍລິສັດ ບໍ່ໄດ້ເປີດບັນຊີ (ບັນຊີສະເພາະບໍລິສັດທີ່ເຮັດໂຄງການທົດລອງ) ຢູ່ທະນາຄານທຸລະກິດທີ່ຕັ້ງຢູ່ ສປປ ລາວ.
4). ການສົ່ງອອກແຮ່ເຫຼັກຕົວຈິງ ບໍ່ປະຕິບັດຕາມແຜນທີ່ກຳນົດໄວ້ ເນື່ອງຈາກບັນຫາດ້ານລາຄາແຮ່, ຕົ້ນທຶນຂົນສົ່ງສູງ ແລະ ຄຸນນະພາບແຮ່ຕໍ່າ.
5). ຍັງມີຫຼາຍບໍລິສັດ ບໍ່ທັນໄດ້ມອບພັນທະງົບປະມານຕາມສັນຍາກໍານົດໄວ້.
6). ບາງໂຄງການທົດລອງຂຸດຄົ້ນແຮ່ທາດ ເປັນຕົ້ນ ການຂຸດຄົ້ນຄຳຕົກຂ້ອນ ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ທາງອາກາດ ເປັນຕົ້ນ: ບໍ່ມີມາດຕະການກຳຈັດສິ່ງເສດເຫຼືອຈາກການຂຸດຄົ້ນ, ບໍ່ມີອ່າງດັກຕະກອນ ກ່ອນທີ່ຈະປ່ອຍນໍ້າຈາກເຂດຂຸດຄົ້ນອອກສູ່ສາຍນໍ້າທໍາມະຊາດ.
7). ບາງໂຄງການ ຍັງບໍ່ທັນມີວິຊາການສະເພາະດ້ານ ແລະ ມີປະສົບການໃນການຄຸ້ມຄອງການຂຸດຄົ້ນ-ປຸງແຕ່ງແຮ່ທາດ.

