ດ່ວນ ! ເຂື່ອນໄຟຟ້າເຊລະນອງ 1 ຈະມີການປ່ອຍນໍ້າ ໃຫ້ປະຊາຊົນ 9 ເມືອງຂອງແຂວງສະຫວັນນະເຂດມີສະຕິເຝົ້າລະວັງ

ປັດຈຸບັນ ເຂື່ອນໄຟຟ້າເຊລະນອງ 1 ລະດັບນໍ້າໜ້າອ່າງເກັບນໍ້າຂອງເຂື່ອນ ຢູ່ທີ່ EL206.00 masl, ປະລິມານນໍ້າໄຫຼເຂົ້າອ່າງແມ່ນ3000 m3/s ຕາມການຄາດຄະເນໃນ ຈະມີພະຍຸເຂົ້າມາຄາດວ່າຈະມີປະລິມານນໍ້າໄຫຼເຂົ້າອ່າງປະມານ 5000 m3/s ເພື່ອຄວາມປອດໄພຂອງເຂື່ອນ, ສະນັ້ນເຂື່ອນໄຟຟ້າເຊລະນອງ 1 ຈະໄດ້ປ່ອຍລະບາຍນໍ້າຜ່ານປະຕູນໍ້າລົ້ນ ໂດຍຈະເລີ່ມປ່ອຍແຕ່ວັນທີ 13 ມິຖຸນາ 2025, ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ປະຊາຊົນ ທີ່ອາໄສຢູ່ຕອນລຸ່ມຂອງເຂື່ອນ ມີ 9 ຕົວເມືອງຄື: ເມືອງເຊໂປນ, ເມືອງນອງດ ເມືອງພີນ, ເມືອງພະລານໄຊ, ເມືອງອາດສະພັງທອງ, ເມືອງຊົນນະບູລີ, ເມືອງຈຳພອນ, ເມືອງສອງຄອນ ແລະ ເມືອງທ່າປາງທອງ.
ສະນັ້ນ ຈຶ່ງໄດ້ແຈ້ງການມາຍັງບັນດາທ່ານເຈົ້າເມືອງ ເພື່ອອອກແຈ້ງການໃຫ້ບ້ານ ແລະ ປະຊາຊົນ ທີ່ເຮັດທຸລະກິດ, ທໍາການຜະລິດ ແລະກິດຈະກຳອື່ນໆ ແລະ ອາໄສຢູ່ຕາມແຄມແມ່ນໍ້າເຊຕອນລຸ່ມຂອງເຂື່ອນເຊິ່ງມີຄວາມສ່ຽງອາດຈະເກີດນໍ້າຖ້ວມ ໃຫ້ເອົາໃຈໃສ່ເກັບມ້ຽນຮັກສາ ແລະ ຄຸ້ມຄອງເຮືອ, ແພຊົນລະປະທານ, ເຮືອແພຮ້ານອາຫານ, ກະຊັງປາ,ສັດລ້ຽງ, ວັດຖຸ-ສິ່ງຂອງ ແລະ ອື່ນໆ ໃຫ້ມີຄວາມປອດໄພ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ໃຫ້ໄດ້ຮັບຜົນດີ.

