ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີປະກາດການແຕ່ງຕັ້ງ ຜູ້ພິພາກສາຊັ້ນສີ່ 23 ທ່ານ

ວັນທີ 11 ພຶດສະພາ 2022 ນີ້ ທີ່ ສປສສ ໄດ້ຈັດພິທີປະກາດການແຕ່ງຕັ້ງ ຜູ້ພິພາກສາຊັ້ນສີ່ ໃຫ້ກຽດປະດັບຊັ້ນທະນູບ່າ ແລະ ເສື້ອຄຸມຜູ້ພິພາກສາ ໂດຍທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີ ພະນັກງານ ຫຼັກແຫຼ່ງສານປະຊາຊົນສູງສຸດ ແລະ ສານປະຊາຊົນ ພາກ ແລະ ແຂວງເຂົ້າຮ່ວມ.

ການປະກາດແຕ່ງຕັ້ງຜູ້ພິພາກສາຊັ້ນສີ່ ໃນຄັ້ງນີ້ປະກອບໄປດ້ວຍສານປະຊາຊົນສູງສຸດ 6 ທ່ານ ແລະ ສານປະຊາຊົນທ້ອງຖິ່ນ 17 ທ່ານ ທີ່ໄດ້ຜ່ານການສອບເສັງ ແລະ ຜ່ານການຮັບຮອງຈາກຄະນະປະຈຳສະພາແຫ່ງຊາດ. ໃນໂອກາດດັ່ງກ່າວ ທ່ານ ນາງ ວຽງທອງ ສີພັນດອນ ໄດ້ໂອ້ລົມຜູ້ທີ່ໄດ້ຮັບການແຕ່ງຕັ້ງ ຜູ້ພິພາກສາຊັ້ນສີ່ ໃນຄັ້ງນີ້ວ່າ:

1. ພະນັກງານຂອງສານປະຊາຊົນທຸກຄົນ ຕ້ອງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນ, ຈັນຍາທໍາ ມີຄວາມຮູ້ຄວາມສາມາດ, ໃຫ້ນັບມື້ນັບສູງ, ພ້ອມນັ້ນ, ບັນດາທ່ານຜູ້ພິພາກສາຊັ້ນ ສີ່ ທີ່ໄດ້ຮັບການປະກາດໃນຄັ້ງນີ້ ກໍລ້ວນແຕ່ແມ່ນຄະນະນໍາ, ມີຕໍາແໜ່ງຫົວໜ້າກົມ, ຫົວໜ້າຫ້ອງການ, ປະທານຂອງສານປະຊາຊົນແຂວງ, ເຂດ ແລະ ເຄີຍເປັນຜູ້ພິພາກສາຊັ້ນສາມ ກໍໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ອ້າຍນ້ອງພະນັກງານສານ ໃຫ້ມີນໍ້າໃຈຮັກຊາດ ຮັບໃຊ້ປະຊາຊົນ, ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ ຕໍ່ລະບອບປະຊາທິປະໄຕ ປະຊາຊົນລາວ;

2. ເອົາໃຈໃສ່ຄົ້ນຄວ້າພິຈາລະນາຕັດສິນຄະດີໃຫ້ຖືກຕ້ອງ, ເປັນທໍາ, ເຮັດໃຫ້ສານປະຊາຊົນເປັນທີ່ເພິ່ງ ທີ່ໄວ້ເນື້ອເຊື່ອໃຈທີ່ສຸດຂອງປະຊາຊົນ ເພາະສານເຂດ, ສານແຂວງ ສານທະຫານພາກ ເຮັດໜ້າທີ່ຕັດສິນຄະດີເປັນຂັ້ນຕົ້ນ ຊຶ່ງແມ່ນຂັ້ນທໍາອິດ ເປັນປະຕູດ່ານທໍາອິດໃນການບໍລິການຮັບໃຊ້ປະຊາຊົນ ຊຶ່ງຕິດພັນກັບຫຼາຍເຫດການ ຫຼື ບັນຫາຂໍ້ຄັດແຍ່ງທີ່ເກີດຂຶ້ນ, ຕິດພັນກັບປະຊາຊົນ (ຄູ່ຄວາມ) ຕິດພັນກັບບ້ານ, ກຸ່ມບ້ານໂດຍກົງ, ສະນັ້ນ, ການແກ້ໄຂຄະດີຕ້ອງວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸຕິທໍາ, ສູ້ຊົນແກ້ໄຂຄະດີໃຫ້ໄດ້ 85% ຂຶ້ນໄປ ເຮັດໃຫ້ການຂໍອຸທອນບໍ່ເກີນ 15% ເລືອກໃຫ້ໄດ້ຜູ້ພິພາກສາດີເກັ່ງ ໃຫ້ໄດ້ 25% ຂຶ້ນໄປຂອງຜູ້ພິພາກສາທັງໝົດ ໃນສານປະຊາຊົນຂອງຕົນຕາມມາດຖານກໍານົດ ແລະ ຕາມແຜນການທີ່ສະພາຮັບຮອງໄວ້;

3. ເອົາໃຈໃສ່ພົວພັນປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງ ກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາ, 4. ເອົາໃຈໃສ່ຫັນລົງຮາກຖານຕາມສາຍຕັ້ງ ແລະ ສາຍຂວາງຮ່ວມກັບຂະບວນການຂອງແຂວງ, ເມືອງ ແລະ ຕິດພັນກັບການຕັດສິນຄະດີ 3 ຂັ້ນ ຂອງສານປະຊາຊົນ.

ລາຍຊື່ຜູ້ໄດ້ຮັບການແຕ່ງຕັ້ງມີດັ່ງນີ້:

ສານປະຊາຊົນສູງສຸດ
1. ທ່ານ ຂຸນສຸວັນ ສຸທຳມະວົງ ຜູ້ພິພາກສາ ຊັ້ນສາມ, ຫົວໜ້າກົມຈັດຕັ້ງ-ພະນັກງານ
2. ທ່ານ ແສງແກ້ວ ວິລະພົນເດດ ຜູ້ພິພາກສາ ຂັ້ນສາມ, ຫົວໜ້າຫ້ອງການ.
3. ທ່ານ ນາງ ສຸກສະຫວາດ ບຸນມາແສງ ຜູ້ພິພາກສາ ຊັ້ນສາມ, ຫົວໜ້າກົມຄຸ້ມຄອງວິຊາການ ແລະ ສະຖິຕິສານ.
4. ທ່ານ ບົວຄອງ ເພັງສືຫາພັດ ຜູ້ພິພາກສາ ຊັ້ນສາມ ຄະນະສານແຮງງານ.
5. ທ່ານ ທອງຄຳ ສະຫວັນເພັດ ຜູ້ພິພາກສາ ຊັ້ນສາມ ຄະນະສານເດັກ,
6. ທ່ານ ໃໝ່ເງິນ ຈັນທະນະຄອນ ຜູ້ພິພາກສາ ຊັ້ນສາມ ຄະນະສານການຄ້າ.

ສານປະຊາຊົນທ້ອງຖິ່ນ

1.ທ່ານ ສົມຜິດ ຊິນນະຈັກ ຜູ້ພິພາກສາ ຊັ້ນສາມ, ປະທານານປະຊາຊົນພາກໃຕ້.
2. ທ່ານ ນາງ ຈັນສຸກ ຂັ້ນດີສະຫວັດ ຜູ້ພິພາກສາ ຊັ້ນສາມ, ປະທານສານປະຊາຊົນພາກເໜືອ
3. ທ່ານ ພອນສຸກ ທອງສົມບັດ ຜູ້ພິພາກສາ ຂັ້ນສາມ ປະທານສານປະຊາຊົນແຂວງຫົວພັນ.
4. ທ່ານ ປັນຍາ ໄຊຍະແສງ ຜູ້ພິພາກສາ ຊັ້ນສາມ, ປະທານສານປະຊາຊົນແຂວງອັດຕະປື.
5. ທ່ານ ທະວີສຸກ ທິລະກຸນ ຜູ້ພິພາກສາ ຊັ້ນສາມ, ຮອງປະທານສານປະຊາຊົນພາກໃຕ້.
6.ທ່ານ ພູວຽງ ໃນລາ ຜູ້ພິພາກສາ ຊັ້ນສາມ, ຮອງປະທານສານປະຊາຊົນ
7. ທ່ານ ພອນປະເສີດ ຈັນທະພອນ ຜູ້ພິພາກສາ ຊັ້ນສາມ ສານປະຊາຊົນແຂວງຫຼວງພະບາງ.
8. ທ່ານ ນາງ ສຸກສະຫວັນ ພົມສະຫວັນ ຜູ້ພິພາກສາ ຊັ້ນສາມ, ຮອງປະທານສານປະຊາຊົນເຂດ I ແຂວງຈຳປາສັກ.
9. ທ່ານ ພ້ອ ບຸນເພັງ ແກ້ວນາທີ່ ຜູ້ພິພາກສາ ຊັ້ນສາມ, ປະທານສານທະຫານພາກກາງ,
10. ທ່ານ ຄຳພັນ ພົມມະລັດ ຜູ້ພິພາກສາ ຊັ້ນສາມ, ປະທານສານປະຊາຊົນເຂດ I ແຂວງຫຼວງພະບາງ
11. ທ່ານ ຊະນະຊົນ ຊະນະລັງສີ ຜູ້ພິພາກສາ ຊັ້ນສາມ ສານປະຊາຊົນພາກໃຕ້.
12. ທ່ານ ຈິດຕະວັນ ວົງໄຊ ຜູ້ພິພາກສາ ຊັ້ນສາມ, ຮອງປະທານສານປະຊາຊົນນະຄອນຫຼວງວຽງຈັນ,
13. ທ່ານ ຈັນສະໄໝ ພະລາກອນ ຜູ້ພິພາກສາ ຊັ້ນສາມ ສານປະຊາຊົນແຂວງຫຼວງພະບາງ. 14. ທ່ານ ທອງເພັດ ຜຸຍຍະວົງ ຜູ້ພິພາກສາ ຊັ້ນສາມ ປະທານສານປະຊາຊົນເຂດ III ແຂວງວຽງຈັນ.
15. ທ່ານ ສົມຈິດ ແກ້ວມະນີໄລ ຜູ້ພິພາກສາ ຊັ້ນສາມ ສານປະຊາຊົນພາກໃຕ້.
16. ທ່ານ ວົງວິໄລ ຈັດປະເສີດ ຜູ້ພິພາກສາ ຊັ້ນສາມ, ຮອງປະທານສານປະຊາຊົນແຂວງສະຫວັນນະເຂດ.
17. ທ່ານ ສຸດດາວັນ ພັນພົນຕິ ຜູ້ພິພາກສາ ຊັ້ນຕາມ, ປະທານສານປະຊາຊົນເຂດ IV ນະຄອນຫຼວງວຽງຈັນ.