ການປິດການສັນຈອນຊົ່ວຄາວ 7 ວັນ ແຕ່ວັນທີ 13 ຫາ 19 ມິຖຸນາ 2025 ສີ່ແຍກວັດອິນແປງ-ສາມແຍກ ສຳນັກງານປະທານປະເທດ

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ແຈ້ງໃຫ້ຮູ້ວ່າ: ຈະໄດ້ມີການປິດເສັ້ນທາງການສັນຈອນຊົ່ວຄາວ ຢູ່ຖະໜົນເສດຖາທິລາດ ເລີ່ມແຕ່ ສີ່ແຍກວັດອິນແປງ ຫາ ໄຟແດງສໍາ ນັກງານປະທານປະເທດ ໄລຍະທາງ 980 ແມັດ. ກຳນົດເວລາ 07 ວັນ, ເລີ່ມແຕ່ວັນທີ 13 ຫາ 19 ມິຖຸນາ 2025. ຊ່ວງເຊົ້າ ເວລາ 08:30 ຫາ 12:00 ໂມງ, ຊ່ວງບ່າຍ ເວລາ 13:30 ຫາ 16:30 ໂມງ.

ເນື່ອງຈາກວ່າ, ມີການກໍ່ສ້າງ ແລະ ຂະຫຍາຍໜ້າທາງຖະໜົນເສດຖາທິລາດ ໄດ້ມີການລົບກວນຕົ້ນໄມ້ຢູ່ ລຽບຕາມແຄມທາງ ເຊິ່ງຕົ້ນໄມ້ດັ່ງກ່າວເປັນຕົ້ນໄມ້ທີ່ມີອາຍຸຫຼາຍສິບປີ ແລະ ຂະໜາດໃຫຍ່ສູງ ອາດຈະມີຄວາມ ສ່ຽງລົ້ມ ໃນໄລຍະລະດູຝົນ.

ເພື່ອເປັນການປ້ອງກັນຄວາມປອດໄພ ແລະ ອຸບປະຕິເຫດທີ່ອາດຈະເກີດຂຶ້ນ ຈຶ່ງຈໍາເປັນຕ້ອງໄດ້ມີການຕັດຮອນກິ່ງຫງ່າໄມ້ຂອງຕົ້ນໄມ້ ຈໍານວນ 61 ຕົ້ນ. ໃນຊ່ວງວັນ ແລະ ເວລາ ທີ່ໄດ້ກ່າວມາຂ້າງ ເທິງນັ້ນ.

ຖ້າທ່ານໃດມີຈຸດປະສົງຈະເດີນທາງຜ່ານ ຫຼື ມີແຜນດໍາເນີນທຸລະກິດ, ກິດຈະກຳຕ່າງໆໃນເຂດດັ່ງກ່າວ ແມ່ນໃຫ້ເຂົ້າ-ອອກ ຖືກຕ້ອງຕາມໂມງເວລາທີ່ອະນຸຍາດ ແລະ ຂໍ້ແນະນໍາ ໃຫ້ເວັ້ນໄປນໍາໃຊ້ເສັ້ນທາງແຄມຂອງ (ຖະໜົນເຈົ້າອານຸວົງ), (ຖະໜົນເຈົ້າຟ້າງຸ່ມ) ແລະ ເສັ້ນທາງສີຫອມ (ຖະໜົນສາມແສນໄທ) ແທນ.

ສໍາລັບຜູ້ພັກ ອາໄສທຸລະກິດຮ້ານຂາຍເຄື່ອງ ແລະ ບ້ານພັກໂຮງແຮມຕ່າງໆ ທີ່ຢູ່ລຽບຕາມແຄມຖະໜົນເສດຖາທິລາດ ແມ່ນ ໃຫ້ນໍາໃຊ້ເສັ້ນທາງຮ່ອມຕ່າງໆ ທີ່ຕັ້ງຜ່ານຖະໜົນເສດຖາທິລາດ.

ສະນັ້ນ, ຈຶ່ງຂໍຄວາມຮ່ວມມືນໍາປະຊາຊົນ, ຜູ້ນໍາໃຊ້ລົດ ນໍາໃຊ້ຖະໜົນ ຈົ່ງມີຄວາມລະມັດລະວັງ ການຂັບຂີ່ ໃນເຂດກໍ່ສ້າງດັ່ງກ່າວ.

ມອບໃຫ້ ໂຄງການ ປະສານສົມທົບ ກັບ ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງ, ຫ້ອງການຈະລາຈອນເມືອງ, ອໍານາດການປົກຄອງເມືອງ, ບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ໂຄສະນາເຜີຍແຜ່ ເພື່ອອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດໃຫ້ສຳເລັດຕາມແຜນການ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຊາບ ແລະ ໃຫ້ຄວາມຮ່ວມມືດ້ວຍ.