ວັນທີ 29 ຕຸລາ 2022 ນີ້, ທີ່ນະຄອນຫລວງວຽງຈັນ ໄດ້ມີພິທີເປີດໂຄງການຂຸດຄົ້ນ ແຮ່ການາລາຍ 4 ລ້ານໂຕນ/ປີ ແລະປຸງແຕ່ງເປັນໂປຕາສຊຽມ ຄລໍໄຣ 5 ແສນໂຕນ/ປີ ຂອງບໍລິສັດ ບໍ່ແຮ່ ປຸຍກາລີ ລາວ-ຈີນ ຈໍາກັດຜູ້ດຽວໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຈ້າວເວິນຢູ ທີ່ປຶກສາເສດຖະກິດການຄ້າຂອງສະຖານທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ຫຼີຢູນເວີນ ປະທານບໍລິສັດ ພັດທະນາລົງທຶນບໍ່ແຮ່ ລາວ-ຈີນ ຢຸນນານຈໍາກັດ ກຸ່ມບໍລິສັດ ຢຸດທຽນຮວາ.
ທ່ານ ດາວວົງ ພອນແກ້ວ ໄດ້ກ່າວວ່າ: ໂຄງການຂຸດຄົ້ນແຮ່ການາລາຍ ແລະການປຸງແຕ່ງເປັນໂປຕາສ໌ຊຽມອໍລາຍ ທີ່ພວກເຮົາໄດ້ຈັດພິທີວາງສີລາເລີກ ແລະເລີ່ມຕົ້ນດໍາເນີນງານຢ່າງເປັນທາງການໃນມື້ນີ້ແມ່ນມີຄວາມສໍາຄັນຫຼາຍ, ຍ້ອນວ່າໂຄງການນີ້ໄດ້ລິເລີ່ມການສຶກສາສຳຫຼວດມາດົນສົມຄວນແລ້ວ ແລະຖືກກໍານົດໄວ້ແຜນຍຸດທະສາດ ການພັດທະນາວຽກງານປຸງແຕ່ງບໍ່ແຮ່ ແຕ່ນີ້ຮອດປີ 2025, ໂຄງການນີ້ແມ່ນໂຄງການນຳໃຊ້ເຕັກນິກທີ່ທັນສະໄໝ, ນຳໃຊ້ທຶນກໍ່ສ້າງສູງ, ມີລັກສະນະຄົບວົງຈອນ ແລະເປັນມິດກັບສິ່ງແວດລ້ອມ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ການດໍາເນີນກິດຈະການຂອງໂຄງການນີ້ຈະເປັນເງື່ອນໄຂທີ່ສໍາຄັນເຂົ້າໃນການພັດທະນາອຸດສາຫະກໍາແຮ່ທາດ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດໃນສະເພາະໜ້າ ແລະຍາວນານ.

ສປປ ລາວ ໄດ້ກໍານົດເອົາການພັດທະນາວຽກງານພະລັງງານ ແລະບໍ່ແຮ່ ແມ່ນໜຶ່ງໃນທ່າແຮງທີ່ສໍາຄັນຂອງປະເທດຊາດເພື່ອເປັນພື້ນຖານໃຫ້ແກ່ການສ້າງລາຍຮັບເຂົ້າງົບປະມານ, ໂດຍການຈັດສັນ ແລະນຳໃຊ້ແຫຼ່ງຊັບພະຍາກອນຂອງຊາດ ໃຫ້ມີປະສິດທິຜົນສູງ, ຕາມທິດພັດທະນາແບບຍືນຍົງ ແລະເປັນມິດກັບສິ່ງແວດລ້ອມ ຊຶ່ງຜົນສໍາເລັດໃນການພັດທະນາອຸດສາຫະກໍາພະລັງງານ ແລະອຸດສາຫະກໍາບໍ່ແຮ່ຢູ່ ສປປ ລາວ ໄລຍະຜ່ານມາແມ່ນຂະຫຍາຍຢ່າງວ່ອງໄວ, ໜັກແໜ້ນ ແລະຕໍ່ເນື່ອງ.