ມຽນມາ-ບັງກະລາເທດ ຕັ້ງໜ່ວຍງານ ເບິ່ງແຍງການສົ່ງກັບຊາວໂຣຮິງຢາ

ມຽນມາ ແລະ ບັງກະລາເທດ ຕັ້ງໜ່ວຍງານຮ່ວມເພື່ອເບິ່ງແຍງການສົ່ງກັບຜູ້ອົບພະຍົບຊາວໂຣຮິງຢາ ເຊິ່ງມີທ່າອ່ຽງຊັກຊ້າ.
ລາຍງານລະບຸວ່າ: ທັງສອງປະເທດເຫັນພ້ອມໃຫ້ຕັ້ງໜ່ວຍງານຮ່ວມ ເຊິ່ງມີຈຳນວນ 30 ຄົນໃນລະຫວ່າງກອງປະຊຸມຢູ່ນະຄອນຫລວງທາກາ ຂອງບັງກະລາເທດ ໂດຍການສົ່ງກັບຜູ້ອົບພະຍົບຊາວໂຣຮິງຢາຈາກບັງກະລາເທດມີກຳນົດຈະເລີ່ມຂຶ້ນປະມານວັນທີ 21 ມັງກອນ 2018 ຕາມຂໍ້ຕົກລົງທີ່ມີຂຶ້ນໃນເດືອນຜ່ານມາ, ແຕ່ເຈົ້າໜ້າທີ່ຂອງກະຊວງການຕ່າງປະເທດບັງກະລາເທດທີ່ເຂົ້າຮ່ວມກອງປະຊຸມກ່າວວ່າ: ການສົ່ງກັບຜູ້ອົບພະຍົບອາດຊັກຊ້າອອກໄປປະມານ 2 ອາທິດ. ສ່ວນກຸ່ມພິທັກສິດທິມະນຸດກ່າວເຕືອນວ່າ: ຊາວໂຣຮິງຢາອາດຍັງຜະເຊີນຄວາມຮຸນແຮງຢ່າງຕໍ່ເນື່ອງ ຖ້າຖືກສົ່ງກັບ.
ທັງນີ້ ມີຊາວໂຣຮິງຢາກວ່າ 630.000 ຄົນ ອົບພະຍົບໜີໄປບັງກະລາເທດນັບແຕ່ກອງທັບມຽນມາເລີ່ມປະຕິບັດການກວາດລ້າງໃນເດືອນສິງຫາຜ່ານມາ.

