ຄະນະປະຈຳສະພາແຫ່ງຊາດ ປະກອບຄວາມຕໍ່ບົດລາຍງານຂອງລັດຖະບານ

ວັນທີ 9 ມິຖຸນາ 2025 ນີ້ ທ່ານສົມມາດ ພົລເສນາ ຮອງປະທານຄະນະປະຈຳສະພາແຫ່ງຊາດ ປະກອບຄຳຄິດເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບ ກ່ຽວກັບການຄາດຄະເນຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍ ປີ 2025 ຕິດພັນກັບ ການຈັດຕັ້ງ ປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງເສດຖະກິດ ດັ່ງນີ້:
1. ຕໍ່ພາກຕີລາຄາຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ໄລຍະ 5 ເດືອນຕົ້ນປີ, ຄາດຄະເນ 6 ເດືອນ ຕົ້ນປີ 2025
ຄະນະປະຈຳສະພາແຫ່ງຊາດ ສະແດງຄວາມຊົມເຊີຍ ລັດຖະບານ ທີ່ໄດ້ເອົາໃຈໃສ່ ແລະ ມີຄວາມ ພະຍາຍາມ ຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບ ການຄາດຄະເນການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ໄລຍະ 5 ເດືອນຕົ້ນປີ, ຄາດຄະເນ 6 ເດືອນຕົ້ນປີ 2025 ຕິດພັນ ກັບການປະຕິບັດ 2 ວາລະແຫ່ງຊາດ ພາຍໃຕ້ສະພາບການຂອງ ພາກພື້ນ ແລະ ສາກົນ ມີການຜັນແປຢ່າງສັບສົນ, ລວມທັງ ຄວາມຫຍຸ້ງຍາກ ຈາກປັດໄຈພາຍໃນ ເຊັ່ນ: ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງສູນກາງພັກຢ່າງໃກ້ຊິດແທດເຖີງ, ຜ່ານການຕິດຕາມກວດກາ ຂອງສະພາແຫ່ງຊາດ, ລັດຖະບານ ໄດ້ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ໃນ 6 ເດືອນ ຕົ້ນປີ 2025, ຊຶ່ງສາມາດຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນ ບາງດ້ານ ເປັນຕົ້ນ:
1. ຮັບປະກັນ ແລະ ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນ ລະບຽບຮຽບຮ້ອຍໃນສັງຄົມໂດຍພື້ນຖານ, ໄດ້ສຸມໃສ່ແກ້ໄຂບັນຫາ ຢາເສບຕິດ, ການລັກລອບປູກຝິ່ນ, ນໍາເອົາເປົ້າໝາຍຜູ້ເສບຢາເສບຕິດ (ຜູ້ຖືກເຄາະຮ້າຍ) ເຂົ້າສູນບຳບັດ-ປິ່ນປົວ, ຟື້ນຟູສຸຂະພາບ, ປິ່ນປົວດີ ແລະ ກັບຄືນບ້ານແລ້ວ ໄດ້ເປັນຈໍານວນຫຼາຍ;
2. ການເຕີບໂຕຂອງເສດຖະກິດມະຫາພາກ ຄາດຄະເນ 6 ເດືອນຕົ້ນປີ ຈະປະຕິບັດໄດ້ 4.5%, ບາງຂະ ແໜງການ ເຫັນວ່າ ຈະສາມາດປະຕິບັດໄດ້ລື່ນຄາດໝາຍໃນມະຕິກອງປະຊຸມສະພາແຫ່ງຊາດ ເປັນ ຕົ້ນ ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4.7% (ມະຕິສະພາ 4.3%);
3. ໄດ້ຄຸ້ມຄອງ ແລະ ດຶງດູດການລົງທຶນ ມູນຄ່າທັງໝົດ 1.26 ຕື້ ໂດລາສະຫະລັດ ເພີ່ມຂຶ້ນ 52% ທຽບໃສ່ປີຜ່ານມາ, ໂດຍສະເພາະ ການລົງທຶນໃນນິຄົມອຸດສາຫະກຳ ໄດ້ສົ່ງເສີມ ແລະ ຊຸກຍູ້ ການຜະລິດ ສິນຄ້າກະສິກຳ, ອຸດສາຫະກຳປຸງແຕ່ງ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ;
4. ການຈັດເກັບລາຍຮັບ ຮອດຕົ້ນເດືອນ ມິຖຸນາ 2025 ປະຕິບັດໄດ້ 32,599 ຕື້ກີບ ເທົ່າກັບ 48% ຂອງແຜນການປີ ຫຼື ເທົ່າກັບ 8.70% ຂອງ GDP (ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 39% ເປັນເງິນປະມານ 9,142 ຕື້ກີບ) ແລະ ຄາດຄະເນ 6 ເດືອນຕົ້ນປີ ຈະປະຕິບັດໄດ້ 37,100 ຕື້ກີບ ເທົ່າກັບ 54.42% ຂອງແຜນປີ ຫຼື ເທົ່າກັບ 9.88% ຂອງ GDP ແລະ ໝົດປີ 2025 ຈະປະຕິບັດໄດ້ຕາມແຜນ ຫຼື ອາດສາມາດລື່ນແຜນການທີ່ສະພາແຫ່ງຊາດຮັບຮອງ;
5. ການປະຕິບັດລາຍຈ່າຍສາມາດຮັບປະກັນລາຍຈ່າຍທີ່ເປັນບູລິມະສິດຂອງລັດຖະບານ ເປັນຕົ້ນ ການລົງທຶນໃສ່ໂຄງການລົງທຶນຈໍານວນໜຶ່ງ, ການເບີກຈ່າຍເງິນເດືອນ, ເງິນອຸດໜູນຄ່າຄອງຊີບ ໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ພະນັກງານບຳນານ, ຜູ້ເສຍອົງຄະ ແລະ ລາຍຈ່າຍ ອື່ນໆ ທີ່ຈໍາເປັນ;
6. ການປະຕິບັດນະໂຍບາຍເງິນຕາໄດ້ດໍາເນີນໄປຢ່າງຮັດກຸມຂຶ້ນກວ່າເກົ່າ ສາມາດຮັກສາໄດ້ ສະຖຽນ ລະພາບດ້ານລາຄາ ແລະ ອັດຕາແລກປ່ຽນໃຫ້ມີຄວາມໝັ້ນທ່ຽງ ເຮັດໃຫ້ອັດຕາເງິນເຟີ້ ໃນຕົ້ນປີ 2025 ມີທ່າອ່ຽງຫຼຸດລົງຢ່າງຕໍ່ເນື່ອງ, ຊຶ່ງສາມາດກ້າວໄປເຖິງຕົວເລກດຽວ ຕາມມະຕິ ຂອງສະພາແຫ່ງຊາດ;
7. ການປະຕິບັດຄາດໝາຍໃນຂົງເຂດວັດທະນະທໍາ-ສັງຄົມ: ເຫັນວ່າ ໃນຈໍານວນ 41 ຄາດໝາຍ ມີບາງຄາດໝາຍສາມາດປະຕິບັດໄດ້ເກີນແຜນການ ແລະ ຫຼາຍຄາດໝາຍ ມີຄວາມຄືບໜ້າດີ ແລະ ຄາດວ່າຈະບັນລຸໃນທ້າຍ ປີ 2025 ເປັນຕົ້ນ ອັດຕາປະລະການຮຽນ ຊັ້ນປໍ 1 ແລະ ຊັ້ນມັດທະຍົມຕົ້ນ, ອັດຕາເລື່ອນຊັ້ນ ປ5 ຂຶ້ນ ມ1, ຄູ ຊັ້ນປະຖົມ ແລະ ມັດທະຍົມ ໄດ້ຮັບການຝຶກອົບຮົມຫຼາຍຂຶ້ນ, ເອົາໃຈໃສ່ແກ້ໄຂບັນ ຫາການຂາດແຄນຄູດ້ວຍຫຼາຍຮູບການ; ໂຄງລ່າງພື້ນຖານສາທາລະນະສຸກ ໄດ້ມີການ ປັບປຸງດີຂຶ້ນເທື່ອລະກ້າວ, ໄດ້ອຳນວຍຄວາມສະດວກ ໃຫ້ປະຊາຊົນໃນການເຂົ້າເຖິງ ບໍລິການປິ່ນປົວ ທີ່ມີຫຼາຍທາງເລືອກ, ການຊົມໃຊ້ວິດຖ່າຍມີຈໍານວນຫຼາຍຂຶ້ນ; ເອົາໃຈໃສ່ປັບປຸງລະບົບປົກປ້ອງສັງຄົມ, ການພັດທະນາສີມືແຮງງານໃຫ້ຜູ້ອອກແຮງງານທີ່ຈະເຂົ້າສູ່ຕຳແໜ່ງງານໃໝ່ ແລະ ໄດ້ສົ່ງເສີມ ການຈັດຫາວຽກເຮັດງານທໍາເຂົ້າສູ່ຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດ; ຄາດໝາຍ ດ້ານການທ່ອງທ່ຽວ ນັບແຕ່ປີທ່ອງທ່ຽວລາວ 2024 ມາຮອດ ໄຕມາດ ທີ 1 ປີ 2025 ແມ່ນ ສາມາດ ປະຕິບັດໄດ້ລື່ນຄາດໝາຍ ມີຈໍານວນນັກທ່ອງທ່ຽວ ທັງພາຍໃນ ແລະ ສາກົນ 10 ລ້ານກວ່າເທື່ອຄົນ, ສ້າງລາຍຮັບໄດ້ ປະມານ 2 ຕື້ກວ່າໂດລາສະຫະລັດ;
8. ດ້ານການຄຸ້ມຄອງໂຄງການບໍ່ແຮ່ ລັດຖະບານໄດ້ສຸມໃສ່ຄຸ້ມຄອງ, ຕິດຕາມ ແລະ ກວດກາໂຄງການ ແຮ່ທາດ ທີ່ໄດ້ອະນຸມັດຜ່ານມາ ໂດຍໄດ້ອອກຄຳສັ່ງ ຢຸດຕິຖາວອນການອອກໃບອະນຸຍາດ ການຂຸດຄົ້ນ ແຮ່ຄໍາຕົກຂ້ອນ ຕາມສາຍນໍ້າ, ຮ່ອງຫ້ວຍ ແລະ ການຄຸ້ມຄອງການຂຸດ ຄົ້ນແຮ່ທາດຕ່າງໆ ໃນຂອບເຂດທົ່ວປະເທດ, ໄດ້ສືບຕໍ່ໂຈະການພິຈາລະນາໂຄງການໃໝ່ພັດທະນາແຮ່ໂລຫະ ແລະ ຫັນບັນດາໂຄງການທົດລອງ ທີ່ໄດ້ອະນຸມັດຜ່ານມາ ເຂົ້າສູ່ໂຄງການປົກກະຕິ ໂດຍຈັດປະເພດ ອອກຢ່າງຈະແຈ້ງ ແລະ ປະຕິບັດຕາມກົດໝາຍໃຫ້ເຂັ້ມງວດກ່ວາເກົ່າ;
9. ໄດ້ປະຕິບັດຕາມມະຕິຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຮັບຮູ້ສິດນໍາໃຊ້ທີ່ດິນ ໃນເຂດທີ່ດິນ ປ່າໄມ້ ຂອງປະຊາຊົນ ເພື່ອຂຶ້ນທະບຽນອອກໃບຕາດິນ ໃຫ້ປະຊາຊົນທີ່ອາໄສ ແລະ ທຳການຜະລິດ ຢູ່ໃນ 3 ປະເພດປ່າ, ພ້ອມທັງໄດ້ສຸມໃສ່ການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນການບຸກລຸກທີ່ດິນ ແລະ ທຳລາຍປ່າໄມ້.
ຄະນະປະຈຳສະພາແຫ່ງຊາດ ເປັນເອກະພາບຕໍ່ການຕີລາຄາຂໍ້ຄົງຄ້າງ ແລະ ບັນດາສາເຫດ ຕາມບົດລາຍງານຂອງລັດຖະບານ, ຜ່ານການຕິດຕາມກວດກາ ສະພາແຫ່ງຊາດ ເຫັນວ່າ ບາງຄາດໝາຍ ມີຄວາມຄືບໜ້າໜ້ອຍ ແລະ ມີຄວາມສ່ຽງທີ່ຈະບໍ່ບັນລຸໄດ້ຕາມມະຕິສະພາແຫ່ງຊາດ, ການເກັບກຳ ຂໍ້ມູນຕົວເລກສະຖິຕິ ແລະ ການຄົ້ນຄວ້າວິໄຈ ເພື່ອຮັບໃຊ້ການປະເມີນ ການຈັດຕັ້ງປະຕິບັດ ບັນດາ ຄາດໝາຍຂອງ ແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບ 2 ວາລະແຫ່ງຊາດ ຍັງມີຂໍ້ຈຳກັດ ແລະ ບໍ່ທັນຈະແຈ້ງເທົ່າທີ່ຄວນ, ມອບໃຫ້ລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິບັດໃນໄລຍະ 6 ເດືອນທ້າຍປີ ໃຫ້ມີຜົນສໍາເລັດຕາມຄາດໝາຍ ດັ່ງນີ້:
1. ການຈັດຕັ້ງປະຕິບັດພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນກັບ ບັນດາ ຫຼັກການ, ຄາດໝາຍ ແລະ ວຽກຈຸດສຸມ ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກເສດຖະກິດ-ການເງິນ ຍັງບໍ່ທັນເຫັນໄດ້ ຜົນງານອັນພົ້ນເດັ່ນ, ການປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາ ເສບຕິດ ຍັງບໍ່ທັນເຂັ້ມງວດ, ເດັດຂາດ, ຍັງມີສະພາບການລັກລອບຄ້າຂາຍຢາເສບຕິດ, ການເສບຕິດ ແລະ ປະກົດການຫຍໍ້ທໍ້ເກີດຂຶ້ນໃນສັງຄົມ ຍ້ອນຕິດພັນກັບບັນຫາຢາເສບຕິດ;
2. ອັດຕາການເຕີບໂຕຂອງເສດຖະກິດມະຫາພາກ ຂະຫຍາຍຕົວ 4.5%, ແຕ່ ການພັດທະນາ ເສດຖະກິດ-ສັງຄົມ ໃນໄລຍະປະຈຸບັນ ຍັງບໍ່ທັນໄປຕາມທິດ ສີຂຽວ ແລະ ຍືນຍົງ, ເຖິງແມ່ນວ່າເສດຖະກິດ ມີການເຕີບໂຕ, ແຕ່ຍັງອາໄສຂະແໜງການຂຸດຄົ້ນຊັບພະຍາກອນທຳມະຊາດຂາຍວັດຖຸດິບເປັນຫຼັກ, ເຮັດໃຫ້ສິ່ງແວດລ້ອມທຳມະຊາດຖືກທໍາລາຍຢ່າງໜັກໜ່ວງ, ສ້າງຜົນກະທົບຮ້າຍແຮງດ້ານສັງຄົມ ເຮັດໃຫ້ປະຊາຊົນຍັງມີຫາງສຽງຈົ່ມວ່າຫຼາຍ, ເງື່ອນໄຂການທຳມາຫາກິນຂອງປະຊາຊົນ ໄດ້ຮັບຜົນກະທົບ ບໍ່ໜ້ອຍ;
3. ການປະຕິບັດນະໂຍບາຍ ແລະ ມາດຕະການຊຸກຍູ້ສົ່ງເສີມການລົງທຶນພາຍໃນ ແລະຕ່າງປະເທດ ຍັງບໍ່ທັນແຂງແຮງ ແລະ ບໍ່ທັນດຶງດູດໄດ້ ໂຄງການລົງທຶນຂະໜາດໃຫຍ່ ທີ່ມີປະສິດທິຜົນສູງ, ໂຄງການສໍາປະທານຕ່າງໆທີ່ໄດ້ຮັບອະນຸຍາດໄປແລ້ວ ຍັງຊັກຊ້າແກ່ຍາວ, ຕໍ່ອາຍຸໂຄງການຫຼາຍເທື່ອ ແລະ ມີຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ໂດຍສະເພາະ ໂຄງການພັດທະນາແຮ່ທາດ;
4. ການຂຸດຄົ້ນແຮ່ທາດໄດ້ຫຼາຍ, ມີການສົ່ງອອກ ແຕ່ການເກັບລາຍຮັບເຂົ້າລັດ ຍັງບໍ່ທັນໄດ້ດີ ມີການຮົ່ວໄຫຼ ຫຼາຍ, ມູນຄ່າຄັງສໍາຮອງຍັງບໍ່ທັນເພີ່ມຂຶ້ນ, ຍັງມີການຍົກເວັ້ນ ຄ່າຊັບພະຍາກອນທຳມະຊາດ, ພາສີສົ່ງອອກ, ອາກອນກຳໄລ, ການຖອກມອບພັນທະ ເຂົ້າງົບປະມານ ກໍຍັງຊັກຊ້າ ແລະ ບໍ່ທັນໄດ້ ຄົບຖ້ວນ;
5. ການປະຕິບັດນະໂຍບາຍ ຕໍ່ການຜະລິດເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກ ເປັນສິນຄ້າ ຂອງຂະແໜງກະສິກຳຍັງບໍ່ທັນເຂັ້ມແຂງ ແລະ ຍັງບໍ່ສາມາດຕອບສະໜອງ ຕໍ່ກັບຄວາມຕ້ອງການ ຕົວຈິງ, ໂດຍສະເພາະ ການສົ່ງເສີມດ້ານ ທຶນຮອນ, ແນວພັນ, ຝຸ່ນ, ປຸ໋ຍ ຊຶ່ງຍັງມີການນໍາເຂົ້າ ຈໍານວນຫຼາຍ; ການສຸມທຶນພັດທະນາ ແລະ ປົກປັກຮັກສາຊົນລະປະທານ ຍັງບໍ່ທັນເຮັດໄດ້ດີ ເທົ່າທີ່ຄວນ;
6. ສະພາບພື້ນຖານໂຄງລ່າງຊຸດໂຊມ ການບູລະນະສ້ອມແປງເສັ້ນທາງ ມີຄວາມຄືບໜ້າຊ້າ, ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ການ ຂົນສົ່ງສິນຄ້າ, ການສັນຈອນຂອງປະຊາຊົນ ແລະ ນັກທ່ອງທ່ຽວ, ພາຫະນະຍັງບັນທຸກນໍ້າໜັກເກີນ ມາດຕະຖານຂອງເສັ້ນທາງ, ການບຳລຸງຮັກສາ ບໍ່ໄປຕາມລະບຽບການ, ການແບ່ງຄວາມຮັບຜິດຊອບ ໃນການຄຸ້ມຄອງເສັ້ນທາງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນ ລະອຽດຈະແຈ້ງ;
7. ການປະຕິບັດແຜນງົບປະມານແຫ່ງລັດ ເຫັນວ່າ ມີຄວາມຄືບໜ້າຊ້າ ທຽບໃສ່ຖານລາຍຮັບ GDP ໄດ້ 9,89%, ການຈັດເກັບລາຍຮັບຍັງບໍ່ທັນຄົບຖ້ວນ, ການຂຸດຄົ້ນແຫຼ່ງລາຍຮັບໃໝ່ ຍັງບໍ່ທັນມີ ຄວາມຫຼາກຫຼາຍ, ການຫັນເປັນທັນສະໄໝ ໃນການຈັດເກັບລາຍຮັບ ແລະ ການເກັບອາກອນທີ່ດິນ ຜ່ານລະບົບທະນາຄານ ຍັງມີຄວາມຫຍຸ້ງຍາກ ແລະ ບໍ່ທັນລວມສູນ, ບໍ່ທັນສ້າງຄວາມສະດວກ ໃຫ້ແກ່ປະຊາຊົນ. ການປະຕິບັດແຜນລາຍຈ່າຍ ຍັງມີຄວາມຄືບໜ້າຊ້າ (ໄດ້ 31%), ການຈັດສັນ ງົບປະມານໃຫ້ ບ້ວງກອງທຶນທາງໃສ່ບັນຊີໂຄງການ ຍັງບໍ່ທັນສໍາເລັດ, ການແກ້ໄຂບັນຫາໜີ້ສິນ ໂຄງການລົງທຶນຂອງລັດທີ່ສໍາເລັດ 100% ແຕ່ຍັງຄ້າງຊຳລະມາດົນ ຍັງຄືບໜ້າໜ້ອຍ;
8. ການປະຕິບັດບາງຄາດໝາຍດ້ານເງິນຕາ ຍັງມີຄວາມຫຍຸ້ງຍາກ ເປັນຕົ້ນ ບັນຫາເງິນເຟີ້, ເງິນກີບອ່ອນຄ່າ ທຽບໃສ່ສະກຸນເງິນຕ່າງປະເທດ ຍັງບໍ່ມີສະຖຽນລະພາບ, ການຄ້າຕ່າງປະເທດເກີນດຸນ ແຕ່ຄັງແຮ່ສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າໄດ້ແຕ່ 5 ເດືອນ, ປະລິມານເງິນ M2 ໂດຍສະເພາະ ການປ່ອຍສິນເຊື່ອຍັງປະຕິບັດໄດ້ໜ້ອຍ ໃຫ້ແກ່ປະຊາຊົນຜູ້ທີ່ມີຄວາມຈຳເປັນ ໃນການທໍາການຜະລິດ ໂດຍສະເພາະ ການສະໜອງທຶນໃຫ້ແກ່ຜູ້ປະກອບການ MSMEs ຊຶ່ງບໍ່ທັນກ້ວາງຂວາງ ແລະ ທົ່ວເຖິງ;
9. ການປະຕິບັດຄາດໝາຍໃນຂົງເຂດວັດທະນະທຳ-ສັງຄົມຍັງບໍ່ທັນໄດ້ຕາມມະຕິສະພາ ແຫ່ງຊາດ, ເຖິງວ່າການປະຕິບັດຫຼາຍຄາດໝາຍມີຄວາມຄືບໜ້າ ແລະ ທ່າອ່ຽງທີ່ດີ, ແຕ່ກໍເຫັນວ່າ ຍັງມີຫຼາຍດ້ານ ທີ່ມີຄວາມຫຍຸ້ງຍາກ ເປັນຕົ້ນ ບັນຫາຂາດແຄນຄູ ອານຸບານ ແລະ ຊັ້ນປະຖົມ, ການລາອອກຂອງຄູ ຫຼື ຄູອາສາສະໝັກ ຢູ່ເຂດຊົນນະບົດ, ການປະລະການຮຽນຊັ້ນມັດທະຍົມ; ຄຸນນະພາບ ການບໍລິການປິ່ນປົວ, ລະບົບປະກັນສຸຂະພາບຍັງບໍ່ທັນຄ່ອງຕົວທາງດ້ານການເງິນ, ລະບົບການບໍລິການ ຝາກທ້ອງ ແລະ ການເກີດລູກ ທີ່ ມີ ແພດຊ່ວຍ, ການຂາດແຄນແພດ, ການສັກວັກຊິນ ກັນພະຍາດ ບໍ່ສາມາດລົງເຄື່ອນໄຫວໄດ້ຕາມແຜນການ, ເຄື່ອງມື, ອຸປະກອນການແພດ ແລະ ຢາປິ່ນປົວພະຍາດ ບໍ່ພຽງພໍ, ວຽກງານ ອສບ (ອາສາສະໝັກສາທາລະນະສຸກຂັ້ນບ້ານ) ມີແຕ່ຜູ້ອາຍຸສູງ, ການສ້າງກອງທຶນ ຄຸ້ມຄອງໄພພິບັດ ແລະ ການໂຮມກັນຂອງ ອົງການປະກັນສັງຄົມ ແລະ ຫ້ອງການປະກັນສຸຂະພາບຍັງບໍ່ທັນໄດ້ ຈັດຕັ້ງປະຕິບັດ; ການບູລະນະ, ປົກປັກຮັກສາ, ພັດທະນາພື້ນຖານໂຄງລ່າງ, ການປົກປັກ ຮັກສາສິ່ງແວດລ້ອມເພື່ອການທ່ອງທ່ຽວ ໃນແຕ່ລະທ້ອງຖິ່ນ ຍັງເຮັດບໍ່ທັນໄດ້ດີ, ປະກົດການຫຍໍ້ທໍ້ດ້ານ ສັງຄົມ ຍັງມີແຜ່ຫຼາຍ ເປັນຕົ້ນ ການໃຊ້ຢາສູບໄຟຟ້າ, ຄູ່ລາເຈນທີ່ປະສົມສານ ອັນຕະລາຍຕໍ່ສຸຂະພາບ, ການແຜ່ເຊື້ອພະຍາດ ເອດສ໌ໄອວີ-ເອດສ໌, ບັນຫາການຄຸ້ມຄອງຮ້ານບັນເທິງ ແລະ ອື່ນໆ.
II. ຕໍ່ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຕິດພັນກັບການສືບຕໍ່ປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ
ຄະນະປະຈຳສະພາແຫ່ງຊາດ ເຫັນດີຕໍ່ທິດທາງ ແລະ ແຜນວຽກງານຈຸດສຸມ 6 ເດືອນທ້າຍປີ 2025 ຂອງລັດຖະບານ, ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດ, ສະເໜີ ໃຫ້ ລັດຖະບານ ເອົາໃຈໃສ່ບາງມາດຕະການເພີ່ມເຕີມດັ່ງນີ້:
1. ເພີ່ມທະວີຄວາມເອົາໃຈໃສ່ ໃນການຜັນຂະຫຍາຍ ມະຕິຂອງກົມການເມືອງສູນກາງພັກ ກ່ຽວກັບ ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ມະຕິກອງປະຊຸມ ຄົບຄະນະບໍລິຫານງານ ສູນກາງພັກ ຄັ້ງທີ 9 ສະໄໝທີ XI, ມະຕິຂອງສະພາແຫ່ງຊາດ ແລະ 2 ວາລະແຫ່ງຊາດ ໃນໄລຍະປີມ້ວນທ້າຍ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX (2021-2025) ໃຫ້ມີຜົນສໍາເລັດ ຕາມຄາດໝາຍ;
2. ສືບຕໍ່ປະຕິບັດຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ແລະ 2 ວາລະແຫ່ງຊາດ ທີ່ຍັງມີຄວາມຄືບໜ້າໜ້ອຍໃຫ້ບັນລຸຕາມແຜນການ, ໃນນັ້ນ ສະເໜີໃຫ້ລັດຖະບານ ສຸມໃສ່ແກ້ໄຂບັນຫາທີ່ເຄັ່ງຮ້ອນ ດ້ານເສດຖະກິດ-ສັງຄົມ ໃນປະຈຸບັນ ເປັນຕົ້ນ:
1) ແກ້ໄຂບັນຫາເງິນເຟີ້ຄຸ້ມຄອງໃຫ້ບັນລຸໄດ້ໜຶ່ງຕົວເລກຕາມມະຕິສະພາແຫ່ງຊາດ, ຄຸ້ມຄອງອັດຕາແລກປ່ຽນ ແລະ ຄຸ້ມຄອງລາຄາສິນຄ້າ ທີ່ຈໍາເປັນ ເປັນຕົ້ນ ອາຫານ, ນໍ້າມັນເຊື້ອໄຟ, ໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກ ທີ່ກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ ບັນດາເຜົ່າ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ໂດຍສືບຕໍ່ຈັດຕັ້ງປະຕິບັດມາດຕະການ ໃຫ້ເປັນລະບົບຄົບຊຸດ ແລະ ເຂັ້ມງວດ ຕິດພັນກັບທຸກຂະແໜງການ;
2) ແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານວັດທະນາທໍາ-ສັງຄົມ ເປັນຕົ້ນ (1) ການສະໜອງຄູສອນ, ການອຸດໜູນຄູ-ແພດ ອາສາສະໝັກ; (2) ການພັດທະນາຍົກລະດັບສີມືແຮງງານ, ການສ້າງວຽກ ເຮັດງານທໍາ; (3) ການປັບປຸງກອງທຶນປະກັນສຸຂະພາບ ແລະ ການຍົກສູງຄຸນນະພາບ ການບໍລິການ ຮັກສາສຸຂະພາບ;
3) ເອົາໃຈໃສ່ແກ້ໄຂ ບັນຫາຢາເສບຕິດ, ການລັກລອບຄ້າຂາຍເຖື່ອນ ແລະ ປະກົດການ ຫຍໍ້ທໍ້ ດ້ານສັງຄົມໃຫ້ຫຼຸດນ້ອຍຖອຍລົງ, ມີຄວາມເຂັ້ມງວດ ແລະ ເດັດຂາດ ໃຫ້ບັນລຸຕາມ ຄາດໝາຍຂອງວາລະແຫ່ງຊາດ.
3. ເອົາໃຈໃສ່ຊຸກຍູ້ສົ່ງເສີມ ການຜະລິດເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ໃຫ້ແຂງແຮງ ຂຶ້ນກວ່າເກົ່າ ຕາມລາຍການສິນຄ້າ ທີ່ສາມາດ ຜະລິດພາຍໃນປະເທດ ແລະ ລາຍການສິນຄ້າ ທີ່ໄດ້ເຈລະຈາ ສົ່ງອອກໄປຕ່າງປະເທດ, ປະຕິບັດມາດຕະການ ຈຳກັດສິນຄ້ານໍາເຂົ້າ ທີ່ສາມາດຜະລິດຢູ່ພາຍໃນ ທົດແທນການນໍາເຂົ້າ ແລະ ສົ່ງເສີມການຜະລິດສົ່ງອອກ ໃຫ້ຫຼາຍຂຶ້ນ, ພ້ອມທັງ ສົ່ງເສີມ ແລະ ສ້າງຄ່ານິຍົມ ໃນການຊົມໃຊ້ ຜະລິດຕະພັນ ພາຍໃນ ໃຫ້ເປັນຮູບປະທຳ;
4. ຮີບຮ້ອນຈັດສັນງົບປະມານລົງທຶນລັດ, ບ້ວງກອງທຶນທາງ ປີ 2025 ໃຫ້ສໍາເລັດ ແລະ ສູ້ຊົນສ້ອມແປງ ເສັ້ນທາງທີ່ເປ່ເພ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ເພື່ອອໍານວຍຄວາມສະດວກ ການຂົນສົ່ງ ສິນຄ້າ, ການສັນຈອນຂອງປະຊາຊົນ ແລະ ການທ່ອງທ່ຽວ ໂດຍສະເພາະ ໃນລະດູຝົນ; ດຶງດູດການ ລົງທຶນຂອງທຸກພາກສ່ວນເສດຖະກິດໃນຮູບແບບຕ່າງໆ ເພື່ອກໍ່ສ້າງ ແລະ ບູລະນະໂຄງລ່າງພື້ນຖານ ໃຫ້ມີຄວາມສະດວກ, ຄວບຄຸມ ລົດບັນທຸກສິນຄ້ານໍ້າໜັກເກີນ ແລະ ມີມາດຕະການ ຕໍ່ຜູ້ລະເມີດຢ່າງ ເຂັ້ມງວດ, ຮີບຮ້ອນກໍ່ສ້າງຕາຝັ່ງເຈື່ອນ ທີ່ເປັນຈຸດຫຼໍ່ແຫຼມ ຕາມຊາຍແດນ ແລະ ຈຸດທີ່ມີການເຊາະເຈື່ອນ ຢ່າງຮ້າຍແຮງ ໃຫ້ສໍາເລັດ;
5. ເອົາໃຈໃສ່ຄຸ້ມຄອງ, ສ້ອມແປງ ບັນດາໂຄງການຊົນລະປະທານ ເພື່ອຮັບປະກັນການສະໜອງນໍ້າ ໃຫ້ແກ່ການຜະລິດ ຂອງຊາວກະສິກອນ ໃຫ້ໄດ້ຕາມແຜນການ ເພື່ອສົ່ງເສີມການຜະລິດກະສິກຳ ມີຕົ້ນທຶນຕໍ່າ ສາມາດແຂ່ງຂັນກັບຕ່າງປະເທດໄດ້, ພ້ອມທັງ ຄົ້ນຄວ້າສະໜອງສິນເຊື່ອ ແກ່ຊາວກະສິກອນ, ຫົວໜ່ວຍທຸລະກິດ ທີ່ຜະລິດ ຝຸ່ນ, ປຸຍ, ແນວພັນ, ຢາຂ້າສັດຕູພືດ, ອຸປະກອນ ແລະ ເຄື່ອງມືຮັບໃຊ້ການ ຜະລິດກະສິກຳ ຈໍາໜ່າຍພາຍໃນ ຫຼຸດຜ່ອນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ;
6. ນໍາໃຊ້ເຄື່ອງມື ແລະ ລະບົບທັນສະໄໝ ໃນການເກັບລາຍຮັບຢູ່ທຸກຂະແໜງການ ແລະ ຄຸ້ມຄອງລາຍຈ່າຍ ໃຫ້ເປັນລະບົບຄົບຊຸດ, ລວມສູນ ແລະ ສາມາດເຊື່ອມຕໍ່ກັບທຸກຂະແໜງການ, ເອົາໃຈໃສ່ເກັບລາຍຮັບ ຈາກຖານລາຍຮັບທີ່ເປັນທ່າແຮງໃຫ້ຄົບຖ້ວນ ຕາມກົດໝາຍ ແລະ ສັນຍາ ການລົງທຶນ ແລະ ເຊົ່າ-ສໍາປະທານ, ສືບຕໍ່ປະຕິຮູບລັດວິສາຫະກິດໃຫ້ມີປະສິດທິຜົນ, ມີກຳໄລ ສ້າງລາຍຮັບເຂົ້າງົບປະມານ, ສ້າງຖານລາຍຮັບໃໝ່ ຈາກ ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ, ອາກອນທີ່ດິນ, ການທ່ອງທ່ຽວ, ການຄ້າດິຈິຕອນ ແລະ ອື່ນໆ; ສະກັດກັ້ນ ບໍ່ໃຫ້ເກີດໜີ້ສິນເພີ່ມຂຶ້ນ ເພື່ອຮັບປະກັນ ໃຫ້ພື້ນຖານລະບົບ ການເງິນແຫ່ງຊາດ ມີຄວາມໝັ້ນຄົງ, ຮັກສາສະຖຽນລະພາບ ເສດຖະກິດມະຫາພາກ;
7. ສ້າງສະຖຽນລະພາບດ້ານເງິນຕາ, ຍົກສູງການນໍາໃຊ້ເງິນກີບ, ຄຸ້ມຄອງການຖືຄອງ ແລະ ໃຊ້ຈ່າຍ ເງິນຕາຕ່າງປະເທດ ໃຫ້ເຄັ່ງຄັດ ແລະ ຮັດກຸມເຂົ້າຕື່ມ, ບໍ່ໃຫ້ຜູກຂາດການນໍາໃຊ້ເງິນຕາ ຕ່າງປະເທດ ສະກຸນເງິນໃດໜຶ່ງ, ຄຸ້ມຄອງການນໍາເຂົ້າເງິນຕາຈາກການສົ່ງອອກໃຫ້ຜ່ານລະບົບທະນາຄານ ໃຫ້ໄດ້ 70% ຂຶ້ນໄປ ຕາມມະຕິກອງປະຊຸມສະພາແຫ່ງຊາດ ເພື່ອເພີ່ມຄັງສຳຮອງ ໃຫ້ກຸ້ມການນໍາເຂົ້າ 6-7 ເດືອນ ຂຶ້ນໄປ ແລະ ແກ້ໄຂການຂາດດຸນຊຳລະກັບຕ່າງປະເທດ (BOP) ໃຫ້ຫຼຸດລົງ;
8. ຄຸ້ມຄອງການນໍາໃຊ້ຊັບພະຍາກອນທຳມະຊາດໃຫ້ສອດຄ່ອງຕາມກົດໝາຍ ຢ່າງເຂັ້ມງວດ, ສ້າງ ສ້າງນິຄົມອຸດສະຫະກຳຕົວແບບ, ເຂດອຸດສະຫະກຳປຸງແຕ່ງແຮ່ທາດ ເປັນຜະລິດຕະພັນສໍາເລັດຮູບ ກ່ອນສົ່ງອອກ, ຄັດເລືອກ ນັກລົງທຶນທີ່ດີ, ມີຄຸນນະພາບ ແບບມືອາຊີບເຂົ້າມາພັດທະນາ; ຊຸກຍູ້ໂຄງການ ພັດທະນາພະລັງງານ ແສງຕາເວັນ, ພະລັງງານລົມ ເສີມໃສ່ ບັນດາ ສະຖານີ ຈຸດທີ່ຂາດແຄນໄຟຟ້າ ໃຫ້ສໍາເລັດຕາມແຜນໂດຍໄວ ເພື່ອສະໜອງໄຟຟ້າໃຫ້ພຽງພໍ ແລະ ເອົາໃຈໃສ່ຄຸ້ມຄອງລາຄາໄຟຟ້າ ໃຫ້ເໝາະສົມກັບສະພາບຕົວຈິງ ແລະ ບໍ່ກະທົບກະເທືອນຕໍ່ຊີວິດຂອງປະຊາຊົນ ແລະ ການຜະລິດ ກະສິກຳ;
9. ເອົາໃຈໃສ່ປະຕິບັດຄາດໝາຍດ້ານຊັບພະຍາກອນທຳມະຊາດ ແລະ ແກ້ໄຂບັນຫາສິ່ງແວດລ້ອມໃຫ້ໄດ້ ຕາມຄາດໝາຍ, ໂດຍສະເພາະ ການອອກໃບຕາດິນໃຫ້ໄດ້ຕາມມະຕິສະພາແຫ່ງຊາດໄດ້ຮັບຮອງ ເພື່ອເປັນຖານລາຍຮັບ ທີ່ໝັ້ນຄົງ ຂອງງົບປະມານແຫ່ງລັດ;
10. ເພີ່ມທະວີຄວາມສັກສິດໃນການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ, ເອົາໃຈໃສ່ປະຕິບັດ ກົດໝາຍ ຢ່າງຄວາມເຂັ້ມງວດ ແລະ ເດັດຂາດ, ຫຼຸດຜ່ອນການຍົກເວັ້ນ ການ ປະຕິບັດພັນທະພາສີ ອາກອນຫຼາຍເກີນໄປ ແລະ ການແກ້ໄຂຜົນການກວດສອບ-ກວດກາ ໃຫ້ໄດ້ຢ່າງຂາດຕົວ.
ທັງໝົດທີ່ກ່າວມານັ້ນ ແມ່ນບາງທັດສະນະ ແລະ ຄຳເຫັນ ຂອງ ຄະນະປະຈຳສະພາແຫ່ງຊາດ ຕໍ່ການຕີລາຄາຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕິດພັນກັບການປະຕິບັດ ສອງ ວາລະແຫ່ງຊາດ ໄລຍະ 4 ເດືອນ ແລະ ຄາດຄະເນ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນການ 6 ເດືອນທ້າຍ ປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງເສດຖະກິດ, ເພື່ອເປັນພື້ນຖານ ໃຫ້ແກ່ ສະມາຊິກສະພາແຫ່ງຊາດ ໃນການຄົ້ນຄວ້າປະກອບຄໍາຄິດຄໍາເຫັນໃຫ້ລັດຖະບານ ໃນກອງປະຊຸມ ສະໄໝສາມັນ ເທື່ອທີ 9 ສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ໃຫ້ມີເນື້ອໃນ ຄົບຖ້ວນສົມບູນ.
ທ້າຍສຸດນີ້ ຂໍອວຍພອນໃຫ້ ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ທ່ານປະທານສະພາແຫ່ງຊາດ, ຄະນະປະທານ, ບັນດາທ່ານຜູ້ນໍາ ພັກ-ລັດ, ບັນດາທ່ານອະດີດການນໍາຂັ້ນສູງ, ທ່ານນາຍົກລັດຖະມົນຕີ, ບັນດາທ່ານ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກລັດຖະບານ ແລະ ແຂກຜູ້ມີກຽດ ຈົ່ງມີສຸຂະພາບແຂງແຮງ, ອວຍພອນໃຫ້ ກອງປະຊຸມຄັ້ງນີ້ ຈົ່ງປະສົບຜົນ ສຳເລັດ ຕາມຄາດໝາຍ

