ທີ​ມກູ້​ໄພ​ພົບ​ສົບ​ຜູ້​ເສຍ​ຊີວິດ​ຈາກ​ໄພ​ນ້ຳຖ້ວມທີ່​ເມືອງ​ສະໜາມ​ໄຊ​ເພີ່ມ​ອີກ 3 ຄົນ

ຕາມ​ການ​ລາຍ​ງານ​ຂອງ​ອຳນາດ​ການ​ປົກຄອງ​ແຂວງ​ອັດ​ຕະປື ​ໃຫ້​ຮູ້​ວ່າ: ມາ​ຮອດ​ປັດຈຸບັນ ການຄົ້ນຫາ​ຜູ້​ສູນຫາຍ​ຈາກ​ເຫດ​ນ້ຳຖ້ວມ​ຢູ່​ເມືອງ​ສະໜາມ​ໄຊ ​ແຂວງ​ອັດ​ຕະປືແມ່ນພົບ​ຄວາມ​ຫຍຸ້ງຍາກ​ລຳບາກຫລາຍ ຍ້ອນ​ມີ​ຂີ້ຕົມ​ລະດັບ​ສູງ ​ແລະ ຊາກ​ຕົ້ນ​ໄມ້​ເປັນ​ຈຳນວນ​ຫລາຍ ​ໄດ້​ເປັນ​ອຸປະສັກ​ໃຫ້​ແກ່​ໜ່ວຍ​ກູ້​ໄພ​ບໍ່​ສາມາດ​ນຳ​ໃຊ້​ພາຫະນະ ​ແລະ ​ເຄື່ອງມື​ເຂົ້າ​ໄປ​ຊ່ວຍ​ຊອກ​ຄົ້ນຫາ​ໄດ້ ​ແລະ ​ໃນ​ວັນ​ທີ 1 ສິງຫາ​ນີ້, ​ເຈົ້າໜ້າ​ທີ່​ກູ້​ໄພ​ສາມາດ​ພົບ​ເຫັນ​ສົບ​ຜູ້​ເສຍ​ຊີວິດ​ຕື່ມ​ອີກ 3 ຄົນ ຢູ່​​ເຂດ​ບ້ານ​ຫີນ​ລາດ ​ເຮັດ​ໃຫ້​ຕົວ​ເລກ​ຜູ້​ເສຍ​ຊີວິດ​ລວມ​ເປັນ 14 ຄົນ ​ແລະ ຕົວ​ເລກ​ຜູ້​ສູນຫາຍ​ທີ່​ຍັງ​ບໍ່​ຮູ້​ຂ່າວ​ຄາວຍັງ​ມີ 118 ຄົນ ​ແລະ ສຳລັບ​ການ​ຊ່ວຍ​ເຫລືອ​ຈາກ​ພາກ​ລັດ, ອົງການ​ຈັດຕັ້ງສັງຄົມ, ປະຊາຊົນ ​ແລະ ຫົວໜ່ວຍ​ທຸລະ​ກິດ​ຕ່າງໆ​ກໍ​ຍັງ​ຫລັ່ງ​ໄຫລ​ມາ​ຢ່າງ​ຕໍ່​ເນື່ອງ, ຊຶ່ງໄລ່ມາ​ຮອດ​ວັນ​ທີ 1 ສິງຫາ​ນີ້ມີ​ຕົວ​ເລກ​ລວມຍອດ 52 ຕື້ກວ່າ​ກີບ, ​ໃນ​ນີ້​ເປັນ​ເງິນສົດ 15 ຕື້ກວ່າ​ກີບ, ​ເຂົ້າສານ 594 ​ໂຕນ ​ແລະ ​ເຄື່ອງ​ອຸປະ​ໂພ​ກ-ບໍລິ​ໂພ​ກຕ່າງໆ ຄິດ​ເປັນ​ມູນ​ຄ່າ 37 ຕື້ກວ່າ​ກີບ. ສ່ວນ​ວຽກ​ງານ​ເບິ່ງ​ແຍງ​ຜູ້​ປະສົບ​ໄພ​ແມ່ນ​ຄະນະ​ແພດ​ໝໍ ​ແລະ ອາສາ​ສະໝັກ​ໜ່ວຍງານພະຍາບານ​​ປະຈຳ​ແຕ່ລະ​ຈຸດ​ໄດ້​​ເອົາ​ໃຈ​ໃສ່​ກວດກາ ​ແລະ ຕິດຕາມ​ທາງ​ດ້ານ​ສຸຂະພາບ​ຂອງ​ຜູ້​ປະສົບ​ໄພ​ຢ່າງ​ໃກ້ຊິດ, ພ້ອມ​ທັງ​ສຳ​ເລັດ​ການ​ກໍ່ສ້າງ​ບ່ອນ​ອາບນ້ຳ 5 ​ແຫ່ງ, ຂຸດ​ຂຸມ​ເກັບ​ນ້ຳ​ເປື້ອນ 2 ຈຸດ ລວມທັງ​ເຮັດ​ວຽກ​ງານ​ໂຄສະນາ​ສຸຂະ​ອານາ​ໄມ​ໃຫ້​ແກ່​ປະຊາຊົນ, ​ເພື່ອ​ຮັບປະກັນ​ໃຫ້​ຈຸດ​ພັກ​ເຊົາ​ຊົ່ວຄາວ​ແຕ່ລະ​ແຫ່ງ​ມີ​ຄວາມ​ສະອາດ​ເປັນ​ລະບຽບ​ຈົບງາມ ​ແລະ ​ໃນ​ຕໍ່ໜ້າ​ນີ້ ​ແມ່ນ​ຈະໄດ້ສຸມໃສ່ສືບ​ຕໍ່​ພາລະກິດ​ຄົ້ນຫາ​ຜູ້​ສູນຫາຍ​ຕາມ​ຈຸດ​ເປົ້າໝາຍ​ທີ່​ຄອບຄົວ, ຍາດ​ພີ່ນ້ອງ​ຂອງ​ຜູ້​ສູນຫາຍ​​ແຈ້ງ, ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ຜູ້​ປະສົບ​ໄພ​ໃຫ້​ດີ ​ແລະ ສ້ອມ​ແປງ​ເສັ້ນທາງ​ເພື່ອ​ໃຫ້​ສາມາດ​ເຂົ້າ​ເຖິງ​ເຂດ​ປະສົບ​ໄພ​ດີ​ຂຶ້ນ ​ແລະ ​ໃນ​ວັນ​ທີ 1 ສິງຫາ​ນີ້, ທ່ານ​ນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ພ້ອມ​ດ້ວຍ​ການ​ນຳ​ຈາກ​ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ, ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ, ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ແລະ ພາກສ່ວນ​ກ່ຽວຂ້ອງ​ຕ່າງໆ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ໃຫ້​ກຳລັງ​ໃຈ​ແກ່​ປະຊາຊົນ​ຜູ້​ປະສົບ​ໄພ​ແຕ່ລະ​ຈຸດ ລວມທັງ​ຢູ່​ສູນ​ອົບ​ພະຍົບ​ໂຮງຮຽນ ມສ ຈັນທາ ​ແຂວງ​ຈຳປາ​ສັກ​ມີ 100 ກວ່າ​ຄົນທີ່ອົບ​ພະຍົບ​ມາ​ແຕ່​ຈຸດ​ພັກ​ຊົ່ວຄາວ​ຢູ່​ເມືອງ​ປາກ​ຊ່ອງ, ຈາກ​ນັ້ນກໍ​ໄດ້​ໄປ​ຢ້ຽມ​ຜູ້​ປະສົບ​ໄພ​ທີ່​ໄດ້​ຮັບ​ບາດ​ເຈັບ​ຢູ່​ໂຮງໝໍ​ແຂວງ, ພ້ອມ​ທັງ​ໄດ້​ມອບ​ເຄື່ອງ​ຊ່ວຍ​ເຫລືອ​ຈຳນວນ​ໜຶ່ງ.