ທີມນັກກິລາປິ່ງປ່ອງຂອງສະຖາບັນກິລາ-ກາຍຍະກຳ ແລະ ໂຮງຮຽນພອນສະຫວັນກິລາ-ກາຍຍະກຳ ຍາດໄດ້ຫຼຽນເງິນ

ການແຂ່ງຂັນ ກິລາປິ່ງປ່ອງ ປະຈຳປີ ຄັ້ງທີII ໃນລະຫວ່າງວັນທີ 31 ພຶດສະພາ ຫາ ວັນທີ 1 ມິຖຸນາ 2025 ທີ່ຜ່ານມາ ສະຖາບັນກິລາ-ກາຍຍະກຳ ແລະ ໂຮງຮຽນພອນສະຫວັນກິລາ-ກາຍຍະກຳ ໄດ້ສົ່ງຄະນະ, ຄູຝຶກ ແລະ ນັກກິລາປິ່ງປ່ອງ ເຂົ້າຮ່ວມລາຍການແຂ່ງຂັນກິລາປິ່ງປ່ອງ ປະຈຳປີ ຄັ້ງທີII ສ້າງຂະບວນການວັນເດັກນ້ອຍສາກົນປະຈຳປີ 2025 ທີ່ສູນຝຶກກິລາປິ່ງປ່ອງ ດາລາວອນ ໄອເຕັກມໍ ຊັ້ນ4, ເຊິ່ງສາມາດຍາດໄດ້ 02 ຫຼຽນເງິນ ຄື:
1. ນາງ ນຸ ຈ້າງ ນັກສຶກສາ ປີ4 ລົງແຂ່ງຂັນໃນລາຍການ ຮຸ່ນທົ່ວໄປ C ( Open C )

2. ທ້າວ ພຸດປະຄອງ ນັກຮຽນຊັ້ນ ມ5 ລົງແຂ່ງຂັນໃນລາຍການ ຮຸ່ນມືໃໝ່ ( Rokey )

CR: Sports Talent School

