ປ່ຽນກົດມອບລາງວັນ ບັນລົງດໍ 4 ຂໍ້ ເນັ້ນຜົນງານນັກເຕະເປັນຫລັກ

‘‘ France Football ’’ ວາລະສານບານເຕະຊື່ດັງຂອງຝຣັ່ງ ປະກາດປັບປ່ຽນກົດເກນການມອບລາງວັນ ບັນລົງ ດໍ ໂດຍຈະເນັ້ນໃຫ້ຄວາມສຳຄັນກັບຜົນງານການຫລິ້ນຂອງນັກເຕະເປັນຫລັກ ຫລາຍກວ່າລາງວັນຂັນແຊ໊ມ ເຊິ່ງລວມໆແລ້ວມີການປ່ຽນກົດການປະກາດລາງວັນທັງຫມົດ 4 ຂໍ້ດັ່ງນີ້ :

  1. ພິຈາລະນາຈາກຜົນງານລະດູການປົກກະຕິຂອງການແຂ່ງຂັນໃນຢູໂຣບ ລະຫວ່າງເດືອນສິງຫາ-ກໍລະກົດຂອງອີກປີ ບໍ່ແມ່ນຕາມປີປະຕິທິນ (ມັງກອນ-ທັນວາ) ສ່ວນການມອບລາງວັນຈະມຂຶ້ນໃນເດືອນຕຸລາ ດັ່ງນັ້ນ ເຕະບານໂລກ 2022 ທີ່ປະເທດກາຕາ ລະຫວ່າງວັນທີ 21 ກໍລະກົດ ຈົນເຖິງ 18 ທັນວາ ຈະບໍ່ຖືກນຳມາພິຈາລະນາ.
  2. ໃຫ້ຄວາມສຳຄັນກັບຜົນງານສ່ວນຕົວຂອງນັກເຕະເປັນຫລັກ ຫລາຍກວ່າຂັນແຊ໊ມ ລວມເຖິງການມີນ້ຳໃຈນັກກິລາ.
  3. ຈະມີພຽງຕົວແທນຈາກ 100 ອັນດັບຊາດໃນ ຟີຟາ ເວີນ ແຣັງກິງ ຂອງນັກເຕະຊາຍ ແລະ 50 ອັນດັບ ສຳລັບຝັ່ງນັກເຕະຍິງ ທີ່ໄດ້ຮັບສິດໃນການລົງຄະແນນ ເຊິ່ງຖືວ່າຈາກເກົ່າທີ່ມີສິດລົງຄະແນນເຖິງ 170 ຊາດ.
  4. ປັບປ່ຽນຕົວບຸກຄົນທີ່ຈະຄັດລາຍຊື່ 30 ຜູ້ຫລິ້ນລຸ້ນລາງວັນ ບັນລົງ ດໍ, 20 ຜູ້ຫລິ້ນລຸ້ນລາງວັນດາວຮຸ່ງດີເດ່ັນ (ໂກປາ ໂທຣຟີ) ແລະ ຜູ້ຮັກສາປະຕູດີເດ່ັນ (ຢາຊິນ ໂທຣຟີ) ໂດຍຈະມີຜູ້ຊ່ຽວຊານເຂົ້າມາຊ່ວຍເບິ່ງຫລາຍຂຶ້ນ ນຳມາໂດຍ ດີດີເຢ ດຣ໊ອກບາ ເຊິ່ງເປັນທູດຂອງ ບັນລົງ ດໍ.

ທັງນີ້ ການປ່ຽນແປງກົດເກນດັ່ງກ່າວເກີດຂຶ້ນຈາກການທີ່ ລາງວັນ ບັນລົງດໍ ຖືກວິຈານມາຢ່າງຕໍ່ເນື່ອງ ລວມໄປເຖິງປີ 2021 ທີ່ ລີໂອເນລ ເມສຊີ ໄດ້ລາງວັນໄປຄອງເປັນສະໄຫມທີ 7 ເນື່ອງຈາກຫລາຍຝ່າຍເບິ່ງວ່າລາງວັນນີ້ຄວນເປັນຂອງ ໂຣເບີດ ເລວານດອບສະກີ ດາວຍິງທີມຊາດໂປແລນ ບາເຢິນ ມິວນິກ ຫລາຍກວ່າ.