ປະກາດຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ ຄືນໃໝ່ 9 ທ່ານ ແລະ ບຳນານ 2 ທ່ານ

ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ຖະແຫລງຂ່າວ ກ່ຽວກັບການປັບປຸງບຸກຄະລາກອນຂອງລັດຖະບານຕໍ່ສື່ມວນຊົນ ວັນທີ 6 ມິຖຸນາ 2025 ນີ້ວ່າ:
ເຫັນດີຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງຄືນໃໝ່ ສະມາຊິກລັດຖະບານ 9 ທ່ານ, ຍິງ 2 ທ່ານ ຄືດັ່ງນີ້:
1. ແຕ່ງຕັ້ງ ທ່ານ ຮສ. ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ເປັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.
2. ຍົກຍ້າຍ ທ່ານ ປອ. ເພັດ ພົມພິພັກ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການສູນກາງພັກ.
3. ແຕ່ງຕັ້ງ ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເປັນລັດຖະມົນຕີກະຊວງການເງິນ.
4. ຍົກຍ້າຍ ທ່ານ ປອ. ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງພາຍໃນ ໄປຮັບໜ້າທີ່ໃໝ່ຢູ່ ຄະນະຈັດຕັ້ງສູນກາງພັກ.
5. ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ປອ. ນາງ ບຸນຄໍາ ວໍລະຈິດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ວ່າການທະນາຄານ ແຫ່ງ ສປປ ລາວ.
6. ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ປອ. ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເປັນລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ.
7. ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ນາງ ຄໍາໃບ ຂັດທິຍະ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ ເປັນລັດຖະມົນຕີກະຊວງສາທາລະນະສຸກ.
8. ແຕ່ງຕັ້ງທ່ານ ຮສ. ປອ. ລິນຄໍາ ດວງສະຫວັນ ກໍາມະການສຳຮອງສູນກາງພັກ, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ເປັນລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ.
9. ແຕ່ງຕັ້ງ ທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ ເປັນລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ.
ເຫັນດີໃຫ້ສະມາຊິກລັດຖະບານ 2 ສະຫາຍ ອອກພັກການ ຮັບອູດໜູນບໍານານ:
1. ທ່ານ ຮສ.ປອ. ພຸດ ສິມມາລາວົງ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ.
2. ທ່ານ ປອ. ດຣ. ບຸນແຜງ ພູມມະໄລສິດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງສາທາລະນະສຸກ.

