ນາຍົກອອກຄຳສັ່ງ ໃຫ້ເພີ່ມທະວີຄວາມເຂັ້ມງວດຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນ ການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ

ວັນທີ 21 ກໍລະກົດ 2023, ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງ ເຖິງບັນດາລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນໃນຂອບເຂດທົ່ວປະເທດ. ເພື່ອສະກັດກັ້ນ ແລະ ແກ້ໄຂ ປະກົດການຫຍໍ້ທໍ້ ໃນການບຸກລຸກທຳລາຍປ່າໄມ້, ການຈັບຈອງ, ຊື້-ຂາຍ ທີ່ດິນປ່າໄມ້, ການຖາງປ່າ ແລະ ຈຸດປ່າ ທີ່ເປັນຂະບວນແຜ່ລາມເປັນບໍລິເວນກວ້າງ ແລະ ມີທ່າອ່ຽງເພີ່ມຂຶ້ນ ໃນແຕ່ລະປີໃຫ້ຫລຸດຫນ້ອຍຖອຍລົງ, ກ້າວໄປເຖິງການຢຸດຕິ ຢ່າງສິ້ນເຊີງ.
ທັງນີ້, ກໍເພື່ອແນໃສ່ຄຸ້ມຄອງ, ປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້ ໃຫ້ບັນລຸ 70% ຂອງເນື້ອທີ່ທົ່ວປະເທດ ຕາມມະຕິ 026/ຄບສພ ກໍຄື ມະຕິ 098/ສພຊ ແລະ ນິຕິກຳທີ່ກ່ຽວຂ້ອງ, ຮັບປະກັນ ການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ປ່າໄມ້ ແບບສີຂຽວ ຢືນຍົງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.



