ຫຼວງນ້ຳທາຈະເປີດການຮຽນ-ການສອນພາສາຈີນ ໄລຍະພັກຮຽນ 2025

ວັນທີ 3 ມິຖຸນາ 2025 ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງນ້ຳທາ ອອກແຈ້ງການ ຈະເປີດການຮຽນ-ການສອນພາສາຈີນ ໃຫ້ກັບນັກຮຽນນັກສຶກສາ ທີ່ມີຈຸດປະສົງຕ້ອງການຍົກລະດັບທັກສະພາສາຈີນ ໃນຊ່ວງເວລາພັກແລ້ງ. ການຮຽນ-ການສອນຈະເລີ່ມເປີດຮຽນວັນທີ 9 ມິຖຸນາ 2025 ແລະ ເວລາຮຽນແມ່ນ ວັນຈັນຫາວັນສຸກ ຕອນເຊົ້າ 8:00-11:30 ແລະ ຕອນແລງ 1:30-4:00;  ສະຖານທີ່ຮຽນແມ່ນຈັດຢູ່ຫ້ອງການຂອງ ພະແນກສຶກສາແຂວງ. ຄ່າລົງທະບຽນເຂົ້າຮຽນແມ່ນ 450,000ກີບ/ຄົນ/ເດືອນ.