ສສຊ ເຂດທີ 9 ແຂວງຊຽງຂວາງ ສະເໜີໃຫ້ລັດຖະບານແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນຕາມການກວດສອບ-ກວດກາ

ວັນທີ 23 ທັນວາ 2022 ນີ້, ທ່ານ ຄຳແສນ ສີສະວົງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ມີຄຳເຫັນໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ຕໍ່ບົດລາຍງານວຽກງານອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ທີ່ຈະເປັນຈຸດແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໂດຍທ່ານສະເໜີດັ່ງນີ້:
ບັນຫາທີ1: ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ເພາະວ່າຜູ້ແກ້ບັນຫາແມ່ນພາກສ່ວນກ່ຽວຂ້ອງໂດຍແມ່ນລັດຖະບານ ກໍຄືທ່ານນາຍົກລັດຖະມົນຕີ, ຮອງນາຍົກ ຕ້ອງມາເຂົ້າຮ່ວມກອງປະຊຸມເພື່ອຮັບຟັງການປະກອບຄຳຄິດເຫັນ ແລະ ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ເພື່ອຕອບບັນຫາ ຫລື ວ່າບັນຫາແມ່ນເກີດຢູ່ແຂວງໃດ, ເຂດໃດ, ກະຊວງໃດ ເປັນບັນຫາໃຫຍ່ ທີ່ທັງສອງອົງການກວດສອບ-ກວດກາຍົກມາ, ຕ້ອງມານັ່ງຟັງບັນຫາ ແລະ ຊີ້ແຈງໃຫ້ ສະມາຊິກສະພາແຫ່ງຊາດສາມາດສອບຖາມໄດ້ວ່າຈະມີວິທີແກ້ໄຂແນວໃດ, ແຜນການແກ້ໄຂແນວໃດ ຫລືວ່າອາດຈະຕອບແບບແກ້ໜ້າ, ແກ້ຕົວ ຫລື ບັນຫາ ກໍສຸດແລ້ວແຕ່ເພິ່ນ ແລະ ສະມາຊິກສະພາແຫ່ງຊາດຈະຕ້ອງຊັກຖາມປະກອບຄຳຄິດເຫັນເບິ່ງບັນຫາຕົວຈິງ. ຫລັງຈາກນັ້ນສະເໜີໃຫ້ສະພາແຫ່ງຊາດເຮັດມະຕິຂອງກອງປະຊຸມແຕ່ລະບັນຫາ ເພື່ອມອບໃຫ້ລັດຖະບານຂັ້ນຕ່າງໆໄດ້ແກ້ໄຂ ແລະ ກຳນົດເວລາຈະແຈ້ງກອງປະຊຸມຊຸດໜ້າຕ້ອງໄດ້ແກ້ໄຂບັນຫາໃຫ້ຕົກ.
ບັນຫາທີ2: ຫລັງຈາກມີມະຕິ ແລ້ວມອບໃຫ້ຂັ້ນປະຊາຊົນຂັ້ນແຂວງ, ປະຊາຊົນຂັ້ນນະຄອນຫລວງ ລົງຊຸກຍູ້ຕິດຕາມເພື່ອປະຕິບັດແກ້ໄຂບັນຫານັ້ນຕື່ມ, ບາງເທື່ອສະພາປະຊາຊົນ ແລະ ສະມາຊິກສະພາແຫ່ງຊາດ ກໍໄດ້ລົງໄປແດ່ບໍ່ໄດ້ລົງແດ່ໃນການກະຕຸກຊຸກຍູ້ຕິດຕາມກວດກາແກ້ໄຂບັນຫາຂອງຂັ້ນແຂວງຂັ້ນເມືອງ ເຊິ່ງບັນຫາເກີດຂຶ້ນຢູ່ບ່ອນໃດ ບ່ອນນັ້ນແກ້ໄຂ, ແຕ່ສະພາປະຊາຊົນ ແລະ ສະພາຂັ້ນຕ່າງໆ ຕ້ອງລົງຕິດຕາມກວດສອບ-ກວດກາ ແກ້ໄຂບັນຫາທີ່ເກີດຂຶ້ນຊ່ວຍກັນ ເພາະສ່ວນຫລາຍແມ່ນຈະຖ້າເອົາບັນຫາມາເວົ້າຢູ່ໃນກອງປະຊຸມສະພາ, ຫາກທຸກພາກສ່ວນຕ້ອງໄດ້ປະຕິບັດນຳກັນ ແລະ ບັນຫາດັ່ງກ່າວຈະຜ່ອນຄາຍລົງ ແລະ ເພາະວ່າກະຊວງທີ່ກ່ຽວຂ້ອງ ຫລື ແຂວງທີ່ກ່ຽວຂ້ອງທີ່ເກີດບັນຫາຕ້ອງໄດ້ມານັ່ງເຂົ້າຮ່ວມຮັບຟັງຢູ່ນີ້ ເພື່ອຊີ້ແຈງອະທິບາຍຕອບບັນຫາໃຫ້ຈະແຈ້ງເພື່ອນຳໄປແກ້ໄຂເດັດຂາດ.

