ດິນເຈື່ອນຖົມແມ່ນໍ້າ ຫູເປີຍ

ສຳນັກຂ່າວຊິນຫົວ ອ້າງອີງຄຳໃຫ້ການຂອງ ອົງການຄວບຄຸມໄພພິບັດ ແລະ ແຫ້ງແລ້ງຂອງເມືອງ ອັນທີ ໃຫ້ຮູ້ວ່າ: ໃນຮຸ່ງເຊົ້າຂອງວັນ 21 ກໍລະກົດ ດິນໄດ້ເຈື່ອນຖົມແມ່ນໍ້າ ໂຈ 10 ລ້ານ m3 ຊຶ່ງເປັນສາຂາຂອງແມ່ນໍ້າ ແຢງຊີກຽງ.

ທ່ານຜູ້ວ່າການ Su Yong ໃຫ້ຮູ້ວ່າ: ປະຊາຊົນ 8.397 ຄົນໃນຈຳນວນ 1.963 ຄົວເຮືອນທີ່ໄດ້ຮັບຜົນກະທົບຈາກດິນເຈື່ອນ ໄດ້ອົບພະຍົບອອກຈາກເຂດດັ່ງກ່າວໃນເວລາ 3 ໂມງແລງຂອງວັນດຽວກັນ.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ vietnamnet)

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ