ສະຫວັນນະເຂດ ເຂັ້ມງວດ ນໍ້າໜັກລົດບັນທຸກສະເພາະກິດຕາມເສັ້ນທາງຫລວງແຫ່ງຊາດ

ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ ລາຍງານວ່າ: ວັນທີ 3 ມິຖຸນາ 2025 ນີ້, ໜ່ວຍງານຄຸ້ມຄອງນໍ້າໜັກລົດບັນທຸກ ປະຈຳແຂວງສະຫວັນນະເຂດ ສົມທົບກັບ ພະແນກ ໂຍທິການ ແລະ ຂົນສົ່ງແຂວງ, ຫ້ອງການ ຍທຂ ແລະ ຫ້ອງການ ປກສ ນະຄອນໄກສອນພົມວິຫານ ໄດ້ລົງກວດການໍ້າໜັກລົດບັນທຸກສະເພາະກິດຕາມເສັ້ນທາງຫລວງແຫ່ງຊາດພາຍໃນຂອບເຂດ ນະຄອນໄກສອນພົມວິຫານຄືເສັ້ນທາງເລກທີ : 9; 9B; 11; 11E; 9A ແລະ 13S.

ການເຄື່ອນໄຫວວຽກງານນີ້ແມ່ນເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 3 ມິຖຸນາ 2025 ເປັນຕົ້ນໄປ ຕາມແຕ່ລະເສັ້ນທາງ. ໂດຍອີງຕາມແຈ້ງການຂອງກະຊວງໂຍທາທິການ ແລະ ຂົນສົ່ງ ເລກທີ 14861/ຍທຂ ແຈ້ງການເລື່ອງ: ການຈັດຕັ້ງປະຕິບັດວຽກຄຸ້ມຄອງນໍ້າໜັກລົດບັນທຸກ ແລະ ມາດຕະການຕໍ່ຜູ້ລະເມີດ ຂໍ້ຕົກລົງວ່າດ້ວຍການອະນຸມັດນໍ້າໜັກລວມສູງສຸດຂອງລົດບັນທຸກຕາມທາງຫຼວງ.

ທັງນີ້, ກໍເພື່ອເປັນການຄຸ້ມຄອງນໍ້າໜັກລົດບັນທຸກໃຫ້ສອດຄ່ອງກັບລະບຽບການ ແລະ ກົດໝາຍ ເປັນການປົກປັກຮັກສາທາງຫລວງໃຫ້ນໍາໃຊ້ໄດ້ຍາວນານ, ຫລີກເວັ້ນການສ້າງຄວາມເສຍຫາຍ ແລະ ເປ່ເພຂອງທາງຫລວງ, ຫລຸດຜ່ອນການໃຊ້ງົບປະມານຂອງລັດໃນການບູລະນະຮັກສາ ແລະ ສ້ອມແປງພ້ອມທັງຫຼຸດຜ່ອນການເກີດອຸບັດຕິເຫດ. ຖ້າຫາກວ່າຜູ້ໃດລະເມີດບັນທຸກນໍ້າໜັກເກີນແມ່ນຈະໄດ້ຖືກກ່າວເຕືອນ ແລະ ປັບໄໝຕາມລະບຽບການ.

