ຕວກກີ ຈະເປີດສະຖານທູດ ຢູ່ເຢລູຊາເລມຕາເວັນອອກ

ຕວກກີຈະເປີດສະຖານທູດຢູ່ເຢລູຊາເລມຕາເວັນອອກ. ນີ້ຖືວ່າແມ່ນການກະທຳຄັດຄ້ານຂໍ້ຕົກລົງຂອງອາເມລິກາທີ່ຮັບຮອງເຢລູຊາເລມເປັນນະຄອນຫລວງຂອງອິດສະລາແອນ.
Turkey’s President Recep Tayyip Erdogan says “hopefully, the day that we officially open an embassy there (in Jerusalem) is close” pic.twitter.com/zMF6Ja5wcB
— TRT World Now (@TRTWorldNow) December 17, 2017
ວັນທີ 17 ທັນວານີ້, ໃນບົດກ່າວປາໄສ, ທ່ານປະທານາທິບໍດີຕວກກີ ຣີເຊບ ທາຍຍິບ ເອີໂດກັນ ສືບຕໍ່ຕຳໜິຕິຕຽນຂໍ້ຕົກລົງຂອງອາເມລິກາກ່ຽວກັບເລື່ອງຮັບຮອງເຢລູຊາເລມເປັນນະຄອນຫລວງຂອງອິດສະລາແອນຢ່າງຂ້ຽວຂາດ ແລະ ຖະແຫລງວ່າ: ປະເທດນີ້ຈະເປີດສະຖານທູດຢູ່ເຢລູຊາເລມຕາເວັນອອກ.
ອິດສະລາແອນຢຶດຄອງພາກເໜືອເຢລູຊາເລມໃນສົງຄາມປີ 1967 ແລະ ປີ 1980 ໄດ້ຖະແຫລງແຕ່ຝ່າຍດຽວວ່າ: ທົ່ວນະຄອນແມ່ນນະຄອນຫລວງຂອງອິດສະລາແອນ ໂດຍບໍ່ຫົວຊາຕໍ່ການຄັດຄ້ານຈາກວົງຄະນາຍາດສາກົນ. ວັນທີ 6 ທັນວາ, ທ່ານປະທານາທິບໍດີອາເມລິກາ ໂດນັນ ທຣຳ ຖະແຫລງຮັບຮອງເຢລູຊາເລມເປັນນະຄອນຫລວງຂອງອິດສະລາແອນ. ການກະທຳດັ່ງກ່າວຖືກຄັດຄ້ານຢ່າງແຮງຈາກທົ່ວທຸກເຂດແຄວ້ນຂອງປາແລັດສະຕິນ ແລະ ບັນດາປະເທດອາຣັບ ກໍຄືການຕິຕຽນຢ່າງຂ້ຽວຂາດຈາກຫລາຍປະເທດໃນໂລກ. ນີ້ແມ່ນບາດກ້າວອັນຕະລາຍຕໍ່ວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ.

