ແຮງງານໂລກຕົກງານຫລາຍທີ່ສຸດຫລັງໂຄວິດ-19 ລະບາດ

ໄອແອວໂອ ລາຍງານໃຫ້ຮູ້ວ່າ: ປັດຈຸບັນ 13,6% ຂອງປະຊາກອນລຸ້ນໜຸ່ມສາວໃນທົ່ວໂລກ 267 ລ້ານຄົນ, ຍັງບໍ່ມີວຽກເຮັດງານທຳ ຫລື ບໍ່ໄດ້ຮັບການຝຶກຝົນ ແລະ ການສຶກສາພາຍໃນທ້າຍປີນີ້ ແລະ ຄົນລຸ້ນໃໝ່ກຸ່ມນີ້ຖືກເລິກຈ້າງງານໃນອັດຕາທີ່ໄວກວ່າ ແລະ ຫລາຍກວ່າກຸ່ມອາຍຸອື່ນໆ ໃນສັງຄົມ.

http://ແຮງງານ

ທ່ານ ໄອເດີ ຜູ້ອຳນວຍການຂອງໄອແອວໂອ ກ່າວວ່າ:  ຜົນກະທົບທີ່ເກີດຂຶ້ນຢູ່ຕະຫລາດແຮງງານຂອງຄົນໜຸ່ມສາວຊຶ່ງເຄີຍເກີດຂຶ້ນເມື່ອຊ່ວງວິກິດການເງິນ ປີ2008 ໂດຍແຮງງານຍິງລຸ້ນໃໝ່ ຄືກຸ່ມທີ່ໄດ້ຮັບຜົນກະທົບຈາກວິກິດໂຄວິດ-19 ຫລາຍກວ່າແຮງງານຊາຍ ແລະ ມີໂອກາດທີ່ຄົນລຸ້ນໃໝ່ເຫລົ່ານີ້ຈະຖືກອອກຈາກຕະຫລາດແຮງງານໃນໄລຍະຍາວ ເນື່ອງຈາກບໍ່ໄດ້ຮັບໂອກາດທາງການສຶກສາໃນໄລຍະທີ່ເກີດລ໋ອກດາວ ໝາຍຄວາມວ່າຈະເກີດການຂາດແຄນແຮງງານທີ່ມີຄຸນນະພາບສຳລັບການຟື້ນຟູເສດຖະກິດຫລັງໂຄວິດ-19 ລະບາດ.

ໄອແອວໂອ ລະບຸວ່າ: ມີຫລັກຖານຊັດເຈນວ່າ ຫລາຍກວ່າເຄິ່ງໜຶ່ງຂອງຄົນໜຸ່ມສາວທົ່ວໂລກມີຄວາມສ່ຽງທີ່ຈະເກີດອາການຕົກໃຈ ຫລື ຊຶມເສົ້າຈາກພາວະການລະບາດໃຫຍ່ຄັ້ງນີ້ , ເຊິ່ງລັດຖະບານປະເທດຕ່າງໆ ຄວນຍື່ນມືເຂົ້າມາຊ່ວຍໃນການວາງນະໂຍບາຍຊ່ວຍເຫລືອຄົນໜຸ່ມສາວທີ່ຕົກວຽກ ທັງທາງດ້ານການສຶກສາ, ການຝຶກງານ ແລະ ດ້ານສຸຂະພາບຈິດນຳດ້ວຍ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ